ໂຈ ໄບເດນປະກາດຈະຄຽງຂ້າງອາຊຽນໃນການປົກປ້ອງປະຊາທິປະໄຕແລະເສລີພາບທາງທະເລ


ປະທານາທິບໍດີ ໂຈ ໄບເດນ ກ່າວໃນກອງປະຊຸມສຸດຍອດອາຊຽນ ເຊິ່ງມີ 18 ຊາດອາຊີປາຊີຟິກ ລວມຊາດ ອາຊີ, ຈີນ, ອາເມລິກາ ແລະ ຣັດເຊຍ ເຂົ້າຮ່ວມປະຊຸມໃນວັນທີ 27 ຕຸລາທີ່ຜ່ານມາ ໂດຍໃນກອງປະຊຸມທາງອາເມຣິກາໄດ້ກ່າວວ່າ ຈະຢືນຄຽງຂ້າງພັນທະມິດໃນອາຊີຕາເວັນສຽງໃຕ້ ເພື່ອປົກປ້ອງເສລີພາບທາງທະເລ ລະບອບປະຊາທິປະໄຕ ແລະ ສິດທິມະນຸດ ຂະນະທີ່ກ່າວເຖິງການກະທຳຂອງຈີນທີ່ເຮັດກັບໄຕ້ຫວັນໃນໄລຍະເວລາທີ່ບໍ່ດົນມານີ້ ວ່າເປັນການບີບບັງຄັບ ແລະ ຄຸກຄາມສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.

ທ່າທີຂອງໂຈ ໄບເດນ ເຊິ່ງເຂົ້າຮ່ວມການປະຊຸມຜ່ານລະບົບທາງທາງໄກ ມີຂື້ນໃນໄລຍະທີ່ສະຖານະການຄວາມສຳພັນຂອງຈີນ ແລະ ໄຕ້ຫວັນມີຄວາມເຄັ່ງຕຶງ ຈາກການເຄື່ອນໄຫວທາງທະຫານຂອງຈີນ ໂດຍສະເພາະການສົ່ງຍົນທອງທັບບິນຮຸກຮານໄຕ້ຫວັນທີ່ເພີ່ມທະວີຂຶ້ນຫຼາຍໃນໄລຍະຫຼາຍອາທິດທີ່ຜ່ານມາ ເຊິ່ງຈີນຖືວ່າໄຕ້ຫວັນເປັນເຂດປົກຄອງໜຶ່ງ ແລະ ພ້ອມໃຊ້ກຳລັງເຂົ້າຍຶດຄອງຫາກຈຳເປັນ.

“ປະທານາທິບໍດີຍັງໄດ້ເນັ້ນເຖິງພັນທະກໍລະນີຂອງອາເມຣິກາ ທີ່ມີຕໍ່ຄວາມສະຫງົບຮຽບຮ້ອຍຕາມກົດລະບຽບລະຫວ່າງປະເທດ ແລະ ສະແດງຄວາມກັງວົນຕໍ່ການຄຸກຄາມຄວາມສະຫງົບນັ້ນ ທ່ານປະທານາທິບໍດີສະແດງຄວາມຊັດເຈນ ວ່າຈະຢືນຂ້າງພັນທະມິດ ແລະ ຫຸ້ນສ່ວນ ໃນການສະໜັບສະໜູນປະຊາທິປະໄຕ, ສິດທິມະນຸດ, ຫຼັກນິຕິທຳ ແລະ ເສລີພາບທາງທະເລ” ທຳນຽບຂາວໄດ້ກ່າວໃນຖະແຫຼງການທີ່ອອກມາພາຍຫຼັງການປະຊຸມ.

ກ່ອນໜ້ານີ້ເມື່ອອາທິດກ່ອນ ໄບເດນ ຢັ້ງຢືນວ່າ ອາເມຣິກາຈະປົກປ້ອງໄຕ້ຫວັນຈາກການໂຈມຕີຈາກຈີນ ເຊິ່ງເປັນໄປຕາມພັນທະກໍລະນີທີ່ມີຕໍ່ກັນພາຍໃຕ້ກົດໝາຍຄວາມສຳພັນໄຕ້ຫວັນ (Taiwan Relations Act) ທີ່ມີຜົນບັງຄັບໃຊ້ມາຕັ້ງແຕ່ປີ 1979 ເຊິ່ງອາເມຣິກາ ຈະໃຫ້ການສະໜັບສະໜູນໄຕ້ຫວັນໃນການປົກປ້ອງຕົນເອງ.

ສ່ວນທາງຈີນ ເຊິ່ງມີນາຍົກລັດຖະມົນຕີ ຫຼີ່ ເຄີ່ສຽງ (Li Keqiang) ເຂົ້າຮ່ວມປະຊຸມຄັ້ງນີ້ ກໍໄດ້ກ່າວວ່າ “ທະເລຈີນໃຕ້ເປັນບ້ານຂອງເຮົາຮ່ວມກັນ ການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງໃນທະເລຈີນໃຕ້ ການສົ່ງເສີມເສລີພາບໃນການລ່ອງເຮືອ ແລະ ການບິນໃນທະເລຈີນໃຕ້ ລ້ວນແລ້ວແຕ່ເປັນຜົນປະໂຫຍດຂອງທຸກຝ່າຍ”.

ນອກຈາກນີ້ ໄບເດນພ້ອມກັບຜູ້ນຳຊາດອາຊຽນ ກໍໄດ້ສະແດງທ່າທີບໍ່ຍອມຮັບໃນການກະທຳຂອງລັດຖະບານທະຫານມຽນມາ ຫຼັງຈາກທີ່ພົນເອກອາວຸໂສ ມິນ ອ່ອງ ຫຼ່າຍ ຖືກຫ້າມບໍ່ໃຫ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນໃນຄັ້ງນີ້ ເພື່ອຕອບໂຕ້ການເມີນເສີຍຕໍ່ຂໍ້ສະເໜີໃນການຟື້ນຟູສັນຕິພາບ ພ້ອມທັງສະໜັບສະໜູນຄວາມພະຍາຍາມຂອງອາຊຽນໃນການເຮັດໃຫ້ລັດຖະບານທະຫານມຽນມາ ຮັບຜິດຊອບຕໍ່ຄຳໝັ້ນສັນຍາໃນການສ້າງສັນຕິພາບພາຍໃນປະເທດ.

“ໃນມຽນມາເຮົາຕ້ອງກ່າວເຖິງຄວາມເສຍຫາຍທີ່ເກີດຂຶ້ນຈາກການເຮັດລັດຖະປະຫານ ເຊິ່ງກຳລັງທຳລາຍສະຖຽນລະພາບໃນພາກພື້ນເພີ່ມຫຼາຍຂຶ້ນ” ໄບເດນ ກ່າວ ພ້ອມທັງຮຽກຮ້ອງໃຫ້ມຽນມາປ່ອຍນັກໂທດທາງການເມືອງ ແລະ ກັບຄືນສູ່ລະບອບປະຊາທິປະໄຕ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/