ພາບທີ່ໜ້າຈົດຈຳ! Joe Biden ໄດ້ເຊີນ BTS ຢ້ຽມຢາມທຳນຽບຂາວ ໃນຖາະນະເປັນຕົວແທນການຕໍ່ຕ້ານການຈຳແນກຊາວເອເຊຍ


ວົງ BTS ເປັນກຽດຖືກເຊີນໂດຍທ່ານ Joe Biden ທີ່ທຳນຽບຂາວ, ສະຫະລັດອາເມຣິກາ ເພື່ອປຶກສາຫາລືກັນໃນເລື່ອງ ຕໍ່ຕ້ານການເກີດອາຊະຍາກຳຈາກຄວາມກຽດຊັງຄົນອາຊຽນ ແລະ ສະເຫຼີມສະຫຼອງເດືອນແຫ່ງປະຫວັດສາດຄົນອາເມຣິກາເຊື້ອສາຍອາຊຽນ, ຄົນຮາວາຍພື້ນເມືອງ ແລະ ປະຊາຊົນໃນໝູ່ເກາະປາຊີຟິກ (AANHPI) ໃນວັນທີ 1 ມິຖຸນາ 2022 ເວລາ 02:30 (ເວລາລາວ) ທີ່ຜ່ານມາ.

ໂດຍທາງວົງ BTS ໄດ້ກ່າວເຖິງຄວາມຮູ້ສຶກທີ່ໄດ້ຮ່ວມງານດັ່ງນີ້.

RM: ສະບາຍດີ! ພວກເຮົາແມ່ນວົງ BTS ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຮັບເຊີນມາຍັງທຳນຽບຂາວ ເພື່ອຫາລືປະເດັນທີ່ສຳຄັນໃນເລື່ອງຂອງອາຊະຍາກຳທີ່ເກີດຈາກການຕໍ່ຕ້ານຊາວເອເຊຍ ການລວມຊາວເອເຊຍເປັນໜຶ່ງ ແລະ ຄວາມຫຼາກຫຼາຍ.

Jin: ມື້ນີ້ເປັນມື້ສຸດທ້າຍຂອງເດືອນແຫ່ງປະຫວັດສາດຊາວອາເມລິກາເຊື້ອສາຍເອເຊຍ, ຊາວຮາວາຍພື້ນເມືອງ ແລະ ຊາວເກາະປາຊີຟິກ (AANHPI Heritage Month) ພວກເຮົາມາທຳນຽບຂາວໃນມື້ນີ້ ເພື່ອຮ່ວມໃຈ ແລະ ຮ່ວມລະນຶກເຖິງຊຸມຊົນ AANHPI ອີກດ້ວຍ.

Jimin: ພວກເຮົາຮູ້ສຶກກັງວົນຕໍ່ອາຊະຍາກຳທີ່ຫຼາກຫຼາຍ ທີ່ເກີດຈາກຄວາມກຽດຊັງ ເຊິ່ງມັນມຸ່ງເປົ້າໄປຍັງຊາວເອເຊຍ, ໃນການກຳຈັດສິ່ງເຫຼົ່ານີ້ໄປໃຫ້ໝົດ ພວກເຮົາຈຶ່ງຂໍໂອກາດນີ້ເປັ່ງສຽງຂອງພວກເຮົາ ເພື່ອໃຫ້ຄວາມຊ່ວຍເຫຼືອ ເຖິງຈະເປັນສຽງທີ່ນ້ອຍກໍຕາມ.

J-hope: ທີ່ພວກເຮົາຂຶ້ນມາຢືນຢູ່ບ່ອນນີ້ທີ່ແຫ່ງນີ້ໄດ້ ຂ້ອຍຄິດວ່າເພາະມີແຟນໆ (ARMYs) ທີ່ປະກອບໄປດ້ວຍຜູ້ຄົນຫຼາກຫຼາຍເຂື້ອຊາດ, ພາສາ ແລະ ວັດທະນະທຳທີ່ມັກຮັກໃນບົດເພງຂອງພວກເຮົາ ຂອບໃຈຫຼາຍໆ.

Jungkook: ການທີ່ເພງຂອງຄົນເກົາຫຼີສາມາດກ້າວຂ້າມພາສາ ແລະ ວັດທະນະທຳທີ່ແຕກຕ່າງກັນ ແລະ ສົ່ງໄປຮອດໄປເຖິງຜູ້ຄົນຈຳນວນຫຼາຍໃນໂລກນີ້ ກໍຍັງຄົງເປັນເລື່ອງທີ່ມະຫັດສະຈັນ ເຊິ່ງຂ້ອຍຄິດວ່າສິ່ງທີ່ເອີ້ນວ່າດົນຕີທີ່ເຊື່ອມຕໍ່ທຸກສິ່ງທຸກຢ່າງເຫຼົ່ານີ້ນັ້ນ ມັນເປັນສື່ກາງອັນຍິ່ງໃຫຍ່.

Suga: ການທີ່ຕົວເຮົາແຕກຕ່າງຈາກຜູ້ອື່ນນັ້ນ ບໍ່ແມ່ນເລື່ອງຜິດ ຂ້ອຍເຊື່ອວ່າຄວາມເທົ່າທຽມເລີ່ມຈາກການຍອມຮັບວ່າຄວາມແຕກຕ່າງນັ້ນ ບໍ່ແມ່ນສິ່ງທີ່ທັງຖືກ ແລະ ຜິດ.

V: ເຮົາທຸກຄົນລ້ວນມີຄວາມສຸກເປັນຂອງໃຜລາວ ຂ້ອຍຫວັງວ່າມື້ນີ້ຈະກາຍເປັນອີກກ້າວໜຶ່ງ ທີ່ເຮັດໃຫ້ພວກເຮົາເຄົາລົບ ແລະ ເຂົ້າໃຈແຕ່ລະຄົນໃນຖານະຕົວຕົນທີ່ມີຄຸນຄ່າ.

ຫຼັງຈາກສິ້ນສຸດພິທີການຖະແຫຼງຂ່າວໃນທຳນຽບຂາວຕໍ່ສື່ມວນຊົນແລ້ວ, ຈາກນັ້ນ BTS ໄດ້ເຂົ້າໄປພົບ ທ່ານ ໂຈ ໄບເດັນ ທີ່ຫ້ອງເປັນການສ່ວນຕົວ ໂດຍບໍ່ມີສື່ມວນຊົນເຂົ້າຮ່ວມ.

ຖ້າເວົ້າເຖິງປະເດັນການເປັນກະບອກສຽງ BTS ກໍໄດ້ມີການເວົ້າເຖິງເລື່ອງນີ້ມາແຕ່ປີກ່ອນໆ ເປັນກະບອກສຽງອີກ 1 ໜຶ່ງສຽງ ທີ່ຫຼາຍຄົນໃຫ້ຄວາມສົນໃຈໃນ #StopAsianHate ປີ 2021 ຈົນມາຮອດປັດຈຸບັນ BTS ກໍຍັງຮ່ວມເປັນອີກໜຶ່ງກະບອກສຽງໃຫ້ຢູ່ສະເໝີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/