ຈີນສົ່ງເຮືອບິນທະຫານ ຈຳນວນ 30 ລຳ ເຂົ້າມາໃນເຂດປ້ອງກັນໄພທາງອາກາດຂອງ ໄຕ້ຫວັນ


ພາຍຫຼັງປະທານາທິບໍດີ ໂຈ ໄບເດນ ຂອງສະຫະລັດອາເມຣິກາ ໄດ້ກ່າວເຖິງສະຖານະການຂອງຈີນກັບໄຕ້ຫວັນວ່າ ຖ້າຈີນໃຊ້ກຳລັງເຂົ້າມາໃນໄຕ້ຫວັນ ທາງສະຫະລັດອາເມຣິກາເອງກໍພ້ອມໃຫ້ການສະໜັບສະໜູນທາງທະຫານແກ່ໄຕ້ຫວັນເຊັ່ນດຽວກັນ. ການເຄື່ອນໄຫວດັ່ງກ່າວເຮັດໃຫ້ທາງຈີນຮູ້ສຶກເຄືອງໃຈບໍ່ໜ້ອຍ ເພາະຈີນຖືວ່າໄຕ້ຫວັນນັ້ນເປັນສ່ວນໜຶ່ງຂອງຈີນມາຕະຫຼອດ.

ຫຼ້າສຸດ ທາງໄຕ້ຫວັນໄດ້ລາຍງານວ່າ ຈີນໄດ້ສົ່ງເຮືອບິນຮົບເຂົ້າມາໃນທ້ອງຟ້າເຂດປ້ອງກັນໄພທາງອາກາດຂອງ ໄຕ້ຫວັນ. ໂດຍກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ໄຕ້​ຫວັນ ​ກ່າວ​ວ່າ ໃນ​ວັນ​ທີ 30 ພຶດສະພາ ທີ່ຜ່ານມາ​ນີ້ ເຮືອບິນ​ຮົບ​ຂອງ​ຕົນ​ໄດ້​ຖືກ​ສົ່ງ​ອອກໄປຂັບໄລ່ ​​ເຮືອບິນ​ຂອງ​ຈີນ​ຫຼາຍ​ເຖິງ 30 ລຳ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ມີ​ຂຶ້ນ​ພຽງ​ແຕ່​ບໍ່​ເທົ່າ​ໃດ​ມື້ ​ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບເດນ ຂອງສະຫະລັດ ອາເມຣິກາ ປະກາດເຕືອນ ຈີນ ກ່ຽວກັບການໃຊ້ກຳລັງໃນ ໄຕ້ຫວັນ ​ແລະ ​ກໍ​ເກີດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ທີ່​ສະມາຊິກ​ສະພາ​​ສະຫະລັດ ທ່ານ ແທມມີ້ ດັກວອດ ເດີນທາງມາຮອດ ໄຕ້ຫວັນ ​ເພື່ອ​ປຶກສາ​ຫາລື​ບັນຫາ​ຄວາມ​ໝັ້ນຄົງ ​ແລະ​ ການ​ຄ້າ​ກັບບັນດາ​ຜູ້ນຳ​ໄຕ້​ຫວັນ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ໄຕ້​ຫວັນ ກ່າວ​ວ່າ ການ​ປະຕິບັດ​ການຫຼ້າສຸດຂອງຈີນຄັ້ງນີ້ ປະກອບມີເຮືອບິນຂັບໄລ່ 22 ລຳ, ພ້ອມ​ທັງ​ເຮືອບິນແຈ້ງເຕືອນ​ໄພ​ທາງ​ອາກາດ ​ແລະ ​ເຮືອບິນ​ຕໍ່ຕ້ານ​ເຮືອ​ດຳ​ນ້ຳ. ໂດຍທີ່ຜ່ານມາຈີນອ້າງວ່າພາລະກິດທາງອາກາດເປັນພຽງການຝຶກຊ້ອມທົ່ວໄປ.

ຢ່າງໃດກໍຕາມ ຈີນ​ນັ້ນ​ຖືວ່າ​ໄຕ້​ຫວັນ​ເປັນ​ສ່ວນ​ໜຶ່ງ​ຂອງ​ຈີນມາຕະຫຼອດ ​ແລະ ​ໄດ້ເຄີຍເຕືອນວ່າອາດຈະຕ້ອງໃຊ້ກຳລັງ​ ​ຖ້າ​ໄຕ້​ຫວັນ​ປະກາດ​ແຍກຕົວເປັນເອກະລາດ​ຢ່າງ​ເປັນ​ທາງ​ການ. ໃນໄລຍະສອງປີຜ່ານມາ ຈີນ​ໄດ້​ສົ່ງ​ເຮືອບິນ​ໄປ​ໃກ້​ໄຕ້​ຫວັນ​ຫຼາຍ​ຄັ້ງ. ໂດຍສ່ວນໃຫຍ່ເປັນການທ້າທາຍພື້ນທີ່ກໍານົດການປ້ອງກັນທາງອາກາດ (ADIZ) ທາງຕາ​ເວັນ​ຕົກ​ສຽງ​ໃຕ້ຂອງໄຕ້ຫວັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/