ເງິນເຟີ້ແມ່ນຫຍັງ ແລະ ສົ່ງຜົນກະທົບຫຍັງແດ່ ຕໍ່ປະຊາຊົນ?


ເຊື່ອວ່າໃນຕອນນີ້ຫຼາຍຄົນແມ່ນມີຄວາມວິຕົກກັງວົນກ່ຽວກັບເລື່ອງເສດຖະກິດບ້ານເມືອງ ເນື່ອງຈາກວິກິດ “ເງິນເຟີ້” ເຮັດໃຫ້ສິນຄ້າເກືອບຈະທຸກຢ່າງປັບລາຄາຂຶ້ນສູງຢ່າງໜ້າຕົກໃຈ. ທັງນີ້ ພາວະເງິນເຟິ້ນັ້ນມັນບໍ່ແມ່ນສິ່ງທີ່ໄກຕົວເຮົາເລີຍ ເພາະວ່າມັນເປັນປັດໄຈຫຼັກທີ່ສົ່ງຜົນກະທົບໂດຍກົງຕໍ່ກະເປົາເງິນຂອງທຸກໆ ຄົນ. ການຮູ້ທັນເລື່ອງເງິນໜ້ອຍໜຶ່ງ ກໍອາດຈະສາມາດຊ່ວຍຊີວິດການເປັນຢູ່ ແລະ ເພີ່ມມູນຄ່າຂອງເງິນໃນກະເປົາມະນຸດເງິນເດືອນແບບເຮົາບໍ່ຫຼາຍກໍໜ້ອຍ. ດັ່ງນັ້ນລອງມາຮູ້ຈັກກັບພາວະເງິນເຟີ້ວ່າມົນສົ່ງຜົນກະທົບຫຍັງຕໍ່ເຮົາໄດ້ແດ່.

ກ່ອນອື່ນໝົດເຮົາມາຮູ້ຈັກກັບເງິນເຟີ້ກ່ອນວ່າມັນແມ່ນຫຍັງ?

ເງິນເຟີ້ (inflation) ນັ້ນໝາຍເຖິງ ພາວະເສດຖະກິດທີ່ລະດັບລາຄາສິນຄ້າ ແລະ ບໍລິການມີທ່າອ່ຽງເພີ່ມຂຶ້ນ ຫຼື ຖ້າຫາກພິຈາລະນາຈາກຄ່າຂອງເງິນເຟີ້ ກໍຄື ພາວະທີ່ຄ່າເງິນມີທ່າອ່ຽງລົດລົງຢ່າງຕໍ່ເນື່ອງ ເຮັດໃຫ້ການຊື້ເຄື່ອງໃຊ້ຈາກອັນທີ່ເຄີຍຊື້ປະຈຳ ແມ່ນຈະຕ້ອງໃຊ້ເງິນຫຼາຍກວ່າປົກກະຕິ ເຊິ່ງສາມາດເວົ້າໃຫ້ເຂົ້າໃຈອີກແບບກໍຄື ລາຄາສິນຄ້າແພງຂຶ້ນ. ຍົກຕົວຢ່າງໃຫ້ເຫັນກໍຄື ເມື່ອປີ 2019 ລາຄານ້ຳມັນພືດແມ່ນຕົກຢູ່ຕຸກລະ 11,000 ກີບ-12,000 ກີບ ແຕ່ມາຮອດປີ 2022 ລາຄາແມ່ນເພີ່ມຂຶ້ນເປັນ 20,000 ກີບ.

ເຊິ່ງສາເຫດທີ່ເຮັດໃຫ້ເກີດພາວະເງິນເຟີ້ແມ່ນມາຈາກ 2 ສາເຫດຫຼັກຄື:

1. ປະຊາຊົນຕ້ອງການຊື້ສິນຄ້າ ແລະ ບໍລິການເພີ່ມຂຶ້ນ (ເອີ້ນວ່າ Demand-Pull Inflation) ປະກອບກັບສິນຄ້າ ແລະບໍລິການນັ້ນໆ ຢູ່ໃນຕະຫຼາດແມ່ນມີບໍ່ພຽງພໍ ເຮັດໃຫ້ຜູ້ຂາຍປັບລາຄາສິນຄ້າ ແລະ ບໍລິການສູງຂຶ້ນ.

ເຊິ່ງການເພີ່ມຂຶ້ນຂອງຄວາມຕ້ອງການສິນຄ້າ ແລະ ບໍລິການອາດມາຈາກຫຼາຍສາເຫດເຊັ່ນ: ການປ່ຽນແປງຂອງປະລິມານເງິນ, ການດໍາເນີນນະໂຍບາຍກ່ຽວກັບງົບປະມານຕ່າງໆ ຂອງພາກລັດ, ການຂາດແຄນສິນຄ້າ ເປັນຕົ້ນ.

2. ຕົ້ນທຶນການຜະລິດທີ່ເພີ່ມຂຶ້ນ (ເອີ້ນວ່າ Cost-Push Inflation) ກໍຄື ຫາກຜູ້ຜະລິດບໍ່ສາມາດແບກຮັບພາລະຕົ້ນທຶນທີ່ສູງຂຶ້ນໄດ້ແມ່ນຈະເຮັດໃຫ້ຜູ້ຜະລິດຕ້ອງປັບລາຄາສິນຄ້າ ແລະ ບໍລິການໃຫ້ສູງຂຶ້ນນໍາ.

ສາເຫດທີ່ເຮັດໃຫ້ຕົ້ນທຶນການຜະລິດສູງຂຶ້ນໄດ້ແກ່ ການເພີ່ມຂຶ້ນຂອງຄ່າຈ້າງແຮງງານ (ເມື່ອສິນຄ້າມີຄວາມຕ້ອງການສູງຂຶ້ນ ຜູ້ປະກອບການຕ້ອງເພີ່ມກໍາລັງຜະລິດ ຫຼື ຈ້າງແຮງງານຫຼາຍຂຶ້ນ ເຮັດໃຫ້ຕ້ອງເສຍຄ່າຈ້າງສູງຂຶ້ນ), ຈາກການເກີດວິກິດການທາງທຳມະຊາດ ຫຼື ການເພີ່ມຂຶ້ນຂອງລາຄານ້ຳມັນໃນຂະນະນີ້.

ຕົ້ນທຶນການຜະລິດແມ່ນສິ່ງທີ່ໃຊ້ພິຈາລະນານະໂຍບາຍກໍານົດສິນຄ້າ ແລະ ບໍລິການ. ຖ້າຕົ້ນທຶນເພີ່ມຂຶ້ນບໍ່ວ່າຈາກຄ່າແຮງທີ່ເພີ່ມຂຶ້ນ ຫຼື  ລາຄາວັດຖຸດິບເພີ່ມສູງຂຶ້ນ ເຮັດໃຫ້ສິນຄ້າຕ້ອງເພີ່ມຂຶ້ນນຳ. ນອກຈາກນີ້ ເມື່ອລາຄາສິນຄ້າສູງຂຶ້ນ ຜູ້ບໍລິໂພກກໍຕ້ອງໃຊ້ເງິນຫຼາຍກວ່າເກົ່າ ເຮັດໃຫ້ປະລິມານຂອງເງິນໄຫຼເຂົ້າສູ່ຕະຫຼາດຫຼາຍຂຶ້ນ.

ຜົນກະທົບຈາກສະພາວະເງິນເຟີ້

ໂດຍພາວະເງິນເຟີ້ນັ້ນແມ່ນມີຜົນກະທົບຕໍ່ພວກເຮົາທຸກຄົນບໍ່ວ່າຈະມາໃນຮູບແບບທາງກົງ ຫຼື ທາງອ້ອມກໍຕາມ ຕົວຢ່າງເຊັ່ນ: ຜົນກະທົບທີ່ມີຕໍ່ຄວາມຕ້ອງການຖືເງິນສ່ວນບຸກຄົນ ໂດຍພາວະເງິນເຟີ້ເຮັດໃຫ້ຄ່າຂອງເງິນລົດລົງ ເພາະເມື່ອລາຄາສິນຄ້າເພີ່ມຂຶ້ນ ເງິນມີເທົ່າເກົ່າແມ່ນຈະຊື້ເຄື່ອງໄດ້ໜ້ອຍລົງ, ຄ່າຂອງເງິນຍິ່ງຕໍ່າກໍຈະຕ້ອງໃຊ້ເງິນຈໍານວນຫຼາຍໃນການໃຊ້ຈ່າຍສິນຄ້າແລະບໍລິການນັ້ນເອງ.

  1. ກະທົບຕໍ່ປະຊາຊົນ

ລາຍຈ່າຍຫຼືພາລະຄ່າຄອງຊີບສູງຂຶ້ນຈະເຮັດໃຫ້ປະຊາຊົນມີອໍານາດການຊື້ໜ້ອຍລົງ, ມີຄວາມສາມາດຈັບຈ່າຍໃຊ້ສອຍ ແລະ ບໍລິການໜ້ອຍລົງແລະອາດເຮັດໃຫ້ເງິນທີ່ຫາມາບໍ່ພຽງພໍຕໍ່ການດໍາລົງຊີວິດ.

ອັດຕາເງິນເຟີ້ຍິ່ງສູງ ຈະສົ່ງຜົນໃຫ້ອັດຕາດອກເບ້ຍທີ່ຫັກເງິນເຟີ້ອອກ ຫຼື ທີ່ເອີ້ນວ່າອັດຕາດອກເບ້ຍທີ່ແທ້ຈິງ ຈະມີຄ່າລົດລົງໄປເນື່ອງຈາກດອກເບ້ຍທີ່ເຮົາໄດ້ຮັບເອົາໄປໃຊ້ຊື້ເຄື່ອງໄດ້ໜ້ອຍລົງ.

ຕົວຢ່າງ: ເມື່ອກ່ອນເງິນຈຳນວນ 20,000 ກີບເຮົາສາມາດຊື້ເຂົ້າປຽກໄດ້ 2 ຖ້ວຍ

ແຕ່ໃນປັດຈຸບັນເງິນ 20,000 ກີບແມ່ນສາມາດຊື້ໄດ້ແຕ່ເຂົ້າປຽກ 1 ຖ້ວຍເທົ່ານັ້ນ.

  1. ກະທົບຕໍ່ຜູ້ປະກອບການ-ນັກທຸລະກິດ

ເມື່ອສິນຄ້າມີລາຄາແພງຂຶ້ນ ຍອດຂາຍກໍຈະລົດລົງ ໃນຂະນະດຽວກັນຕົ້ນທຶນການຜະລິດກໍຈະສູງຂຶ້ນນໍາ ສົ່ງຜົນໃຫ້ເຈົ້າຂອງກິດຈະການບາງຄົນອາດຕັດສິນໃຈໂຈະ ຫຼື ຢຸດການຜະລິດ, ລົດການລົງທຶນແລະການຈ້າງງານ ເຊິ່ງເຮັດໃຫ້ຄົນວ່າງວຽກຫຼາຍຂຶ້ນ.

ຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດໃນປະເທດລົດລົງເນື່ອງຈາກລາຄາສິນຄ້າສົ່ງອອກຂອງເຮົາຈະສູງຂຶ້ນເມື່ອທຽບກັບສິນຄ້າສົ່ງອອກຂອງປະເທດອື່ນໆ.

  1. ກະທົບຕໍ່ປະເທດຊາດ

ໃນພາວະທີ່ປະຊາຊົນຊື້ຂອງໄດ້ໜ້ອຍລົງ ທຸລະກິດຕ່າງໆ ບໍ່ສາມາດຂາຍສິນຄ້າຂອງຕົນໄດ້ ມັນຈະສົ່ງຜົນໃຫ້ການລົງທຶນເພື່ອຜະລິດສິນຄ້າແມ່ນຕ້ອງໄດ້ເລື່ອນອອກໄປ ເຮັດໃຫ້ການພັດທະນາສັກກະຍາພາບການຜະລິດຂອງປະເທດໃນໄລຍະຍາວອາດຢຸດລົງຕາມໄປນໍາ.

ອັດຕາເງິນເຟີ້ສູງຈົນເຮັດໃຫ້ອັດຕາດອກເບ້ຍທີ່ແທ້ຈິງຕິດລົບ ປະຊາຊົນກໍຈະຫັນໄປເກັງກໍໄລໃນສິນຊັບທີ່ມີຄວາມສ່ຽງສູງ ເຮັດໃຫ້ເກີດການສະສົມບັນຫາໃນສິນຊັບຕ່າງໆ ແລະ ຄວາມບໍ່ສົມດຸນໃນພາກການເງິນຂອງປະເທດໄດ້ເຊັ່ນ ໜີ້ຄົວເຮືອນ.

ຢ່າງໃດກໍດີ ແທ້ຈິງແລ້ວສະພາວະເງິນເຟີ້ນັ້ນເກີດຂຶ້ນເປັນໄປຕາມກົນໄກທາງຕະຫຼາດແລະສະພາບຄ່ອງທາງເສດຖະກິດເປັນຫຼັກ ດັ່ງນັ້ນການເພີ່ມຂຶ້ນຂອງລາຄາສິນຄ້າຈະຕ້ອງປັບຂຶ້ນພ້ອມກັນທັງລະບົບເສດຖະກິດ ແຕ່ຖ້າຂຶ້ນພຽງຢ່າງດຽວ ຫຼື ພຽງ 3-4 ຢ່າງກໍຈະບໍ່ຖືວ່າເປັນເງິນເຟີ້.

ແຕ່ຫາກເພີ່ມຂຶ້ນຫຼາຍກໍຈະສ້າງຄວາມຜັນຜວນແລະກໍ່ໃຫ້ເກີດບັນຫາຕໍ່ລະບົບເສດຖະກິດ ໂດຍສະເພາະການຄອງຊີບຂອງປະຊາຊົນ ເຮັດໃຫ້ເກີດການຂາດສະຖຽນລະພາບທາງເສດຖະກິດ ເຊິ່ງເປັນອຸປະສັກຕໍ່ການພັດທະນາເສດຖະກິດແລະມີຜົນກະທົບກັບເງິນໃນກະເປົາຂອງເຮົາທຸກຢ່າງຫຼີກເວັ້ນບໍ່ໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/