ສານຕັດສິນໃຫ້ Johnny Depp ຊະນະຄະດີ ແລະ ໃຫ້ Amber Heard ຈ່າຍຄ່າເສຍຫາຍ ດ້ວຍຈຳນວນເງິນ 15 ລ້ານໂດລາ


ພາຍຫຼັງຄວາມວຸ້ນວາຍ ຈາກບົດຄວາມໃນ Washington Post ແລະ ຕ້ອງເອີ້ນພະຍານມາໃຫ້ຄວາມຫຼາຍກວ່າ 6 ອາທິດ ໃນທີ່ສຸດສານເມືອງ ແຟແຟັກ ລັດ ເວີຈິເນຍ ປະເທດອາເມຣິກາ ກໍໄດ້ຕັດສິນໃຫ້ ຈອນນີ່ ເດບ ເປັນຝ່າຍຊະນະຄະດີຟ້ອງຮ້ອງເອີ້ນຄ່າເສຍຫາຍຈາກອະດີດພັນລະຍາ ນັ້ນກໍຄື ແອັມເບີ້ ເຮີດ ເຊິ່ງຕ້ອງຈ່າຍຄ່າຊົດເຊີຍ ຂໍ້ຫາເຮັດໃຫ້ເສື່ອມເສຍຊື່ສຽງ ເປັນເງິນຈຳນວນ 15 ລ້ານໂດລາ.

ເລື່ອງລາວເກີດຂຶ້ນໃນປີ 2015 ເມື່ອແອັມເບີ້ ເຮີດ ນັກສະແດງຍິງຊື່ດັງ ໄດ້ຟ້ອງຢ່າຮ້າງກັບ ຈອນນີ່ ເດບ ນັກສະແດງຮຸ່ນໃຫຍ່ໃນວົງການ ໂດຍອ້າງ​ວ່າ​ໄດ້​ຖືກ​ທຳ​ຮ້າຍ​ທາງ​ຮ່າງ​ກາຍ, ແຕ່ຕໍ່ມາສາມາດຍອມຄວາມກັນໄດ້ ແລະ ສຸດທ້າຍເຂົາເຈົ້າໄດ້ຢ່າຮ້າງກັນແທ້ໆໃນປີ 2016, ແຕ່ໃນປີ 2018 ແອັມເບີ້ ໄດ້ໄປຂຽນບົດຄວາມລົງໃນໜັງສືພິມ Washington Post, ໂດຍອ້າງວ່າຕົນເອງເປັນບຸກຄົນສາທາລະນະຜູ້ທີ່ລອດຊີວິດຈາກການໃຊ້ຄວາມຮຸນແຮງໃນຄອບຄົວ.

ເຖິງແມ່ນວ່າບົດຄວາມນັ້ນຈະບໍ່ໄດ້ລະບຸຊື່ຂອງ ຈອນນີ່ ເດບ. ​ແຕ່​ທະ​ນາຍ​ຄວາມ​ຂອງ​ລາວ​ຢືນ​ຢັນ​ວ່າ ມັນ​ເປັນ​ການ​ກະ​ທຳ​ທີ່​ເຮັດ​ໃຫ້ນັກສະແດງຄົນດັງນັ້ນ ຕ້ອງເສຍຊື່ສຽງ ພ້ອມກັບຮຽກຮ້ອງຄ່າເສຍຫາຍ 50 ລ້ານໂດລາຈາກແອັມເບີ້ ເຮີດ. ເຊິ່ງແອັມເບີ້ ເຮີດ ກໍໄດ້ຍື່ນຟ້ອງກັບ ໂດຍຮຽກຮ້ອງຄ່າເສຍຫາຍສູງເຖິງ 100 ລ້ານໂດລາຈາກ ຈອນນີ່ ເດບ ໂດຍອ້າງວ່າ ຈອນນີ່ ເດບ ນັ້ນເຮັດໃຫ້ລາວເສຍຊື່ສຽງ ເພາະໄປບອກວ່າ ເລື່ອງທີ່ລາວຖືກໃຊ້ຄວາມຮຸນແຮງນັ້ນເປັນເລື່ອງຂີ້ຕົວະ.

ການພິຈາລະນາຄະດີຄັ້ງນີ້ ໄດ້ເລີ່ມຕົ້ນໃນວັນທີ 11 ເມສາ ແລະ ສິ້ນສຸດລົງໃນວັນທີ 27 ພຶດສະພາ. ຄະນະລູກຂຸນທັງ 9 ຄົນ ໃຊ້ເວລາເກືອບ 13 ຊົ່ວໂມງ ເປັນເວລາທັງໝົດ 3 ມື້ ໃນການທວນຄືນຂໍ້ມູນ ແລະ ຫຼັກຖານຢ່າງລະອຽດ, ກ່ອນທີ່ຈະຕັດສິນໃຈໃຫ້ ຈ່ອນນີ່ ເດບ ຊະນະຄະດີນີ້ໄປ.

ຈອນນີ່ ເດບ ຈະ​ໄດ້​ຮັບ 10 ລ້ານ​ໂດລາ​ ເປັນ​ຄ່າປັບໃໝ ເພື່ອຊົດ​ເຊີຍ (Compensation damages), ແລະ ອີກ 5 ລ້ານໂດລາ  ເປັນຄ່າປັບໃໝ ຈາກການລົງໂທດ (Punitive damages).

ຢ່າງໃດກໍຕາມ ແອັມເບີ້ ເຮີດ ຍັງຊະນະອີກຄະດີໜຶ່ງ, ເຮັດໃຫ້ ຈອນນີ່ ເດບ ຕ້ອງຈ່າຍຄ່າຊົດເຊີຍໃຫ້ ແອັມເບີ້ ເປັນຈຳນວນ 2 ລ້ານໂດລາ.

ພາຍຫຼັງການຕັດສິນໄດ້ສິ້ນສຸດລົງ ແອັມເບີ້ ເຮີດ ໄດ້ອອກມາສະແດງຄວາມຜິດຫວັງຢ່າງຮຸນແຮງ ໂດຍກ່າວວ່າ: “ຄວາມຜິດຫວັງທີ່ຂ້ອຍໄດ້ຮັບໃນມື້ນີ້ແມ່ນຫຼາຍເກີນໄປທີ່ຈະບັນຍາຍມາເປັນ ຄໍາເວົ້າ. ຂ້າ​ພະ​ເຈົ້າ​ເສຍ​ໃຈ​ທີ່​ຫຼັກຖານກອງເປັນພູສູງ ກໍ​ບໍ່​ພຽງ​ພໍ​ທີ່​ຈະ​ທ້າທາຍ​​ກັບ​ອໍາ​ນາດ ແລະ ອິດທິພົນ​ ຂອງອະດີດສາມີຂອງຂ້ອຍ ​ແຕ່​ຂ້າພະ​ເຈົ້າຮູ້ສຶກ​ຜິດ​ຫວັງ​ຍິ່ງກວ່າ​ທີ່​ຄຳ​ຕັດສິນ​ນີ້​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ແມ່ຍິງ​ຄົນ​ອື່ນໆ​ເຊັ່ນ​ກັນ. ມັນເປັນການຖອຍຫຼັງ ກັບໄປໃນຍຸກທີ່ແມ່ຍິງທີ່ລຸກຂຶ້ນມາເວົ້າ ຈະຖືກເຮັດໃຫ້ອັບອາຍ ແລະ ຕົກຕໍ່າຕໍ່ສາທາລະນະຊົນ. ມັນເປັນການຂັດຂວາງຄວາມຄິດທີ່ວ່າ ຄວາມຮຸນແຮງຕໍ່ແມ່ຍິງຄວນໄດ້ຮັບການປະຕິບັດຢ່າງຈິງຈັງ.”

ຂະນະດຽວກັນ ຈອນນີ່ ເດບ ໄດ້ໂພສຂໍ້ຄວາມລົງ Instagram ວ່າ ຄະນະລູກຂຸນມອບຊີວິດຂອງຂ້ອຍກັບຄືນມາ.

       ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/