Finalissima ການແຂ່ງຂັນຂອງສອງທະວີບຍັກໃຫຍ່ ໃນວົງການບານເຕະ ທີ່ກັບມາໃນຮອບ 29 ປີ


ຈາກການແຂ່ງຂັນບານເຕະເມື່ອຄໍ່າຄືນທີ່ຜ່ານມາລະຫວ່າງຄູ່ຂອງ ທີມຊາດ ອາເຈນຕິນ່າ ແຊ້ມ ໂຄປາ ອາເມຣິກາ ຫຼືວ່າ ແຊ້ມທະວີບອາເມຣິກາໃຕ້ ພົບກັບ ທີມຊາດ ອິຕາລີ ແຊ້ມ ຢູໂຣ ຫຼືວ່າ ແຊ້ມທະວີບຢູໂຣບ ນັ້ນເອງ. ໂດຍເກມນັດນີ້ ເປັນທາງຂອງ ທີມຊາດ ອາເຈນຕິນ່າ ທີ່ເຮັດໄດ້ດີກວ່າ ແລະ ເປັນຝ່າຍເອົາຊະນະໄປດ້ວຍ ສະກໍ 3 ປະຕູຕໍ່ 1. ແຕ່ຫຼາຍຄົນຄືຈະສົງໄສວ່າ ສອງທີມນີ້ມາເຕະກັນໄດ້ແນວໃດ? ເຕະເນື່ອງໃນໂອກາດຫຍັງ? ແລ້ວ Finalissima ນີ້ມັນແມ່ນຫຍັງກັນແທ້.“ຂີ້ແx້ນ”

Finalissima ຫຼື ອ່ານແບບພາສາສະເປນວ່າ “ຟິນນາລິສຊິມາ” ແມ່ນລາຍການແຂ່ງຂັນບານເຕະລະດັບທະວີບ ເຊິ່ງເປັນການພົບກັນລະຫວ່າງແຊ້ມ ທະວີບ ອາເມຣິກາໃຕ້ ແລະ ແຊ້ມທະວີບຢູໂຣບ ໂດຍທັງແຊ້ມຂອງທັງ 2 ທະວີບ ແມ່ນຖືເອົາແຊ້ມຈາກລາຍການ ໂຄປາ ອາເມຣິກາ ຂອງອາເມຣິກາໃຕ້ ແລະ ແຊ້ມຈາກລາຍການ ຢູໂຣ ຂອງທະວີບຢູໂຣບ.

ແຟນບານໃນຍຸກນີ້ອາດຈະບໍ່ເຄີຍໄດ້ຍິນເລື່ອງການແຂ່ງຂັນຂອງລາຍການນີ້ ກໍບໍ່ແມ່ນເລື່ອງແປກ ເພາະໃນປະຫວັດສາດວົງການບານເຕະ ການແຂ່ງຂັນລາຍການນີ້ ແມ່ນເຄີຍຈັດຂຶ້ນພຽງ ແຕ່ 3 ຄັ້ງເທົ່ານັ້ນ. ແລະ ທີ່ສຳຄັນ 2 ເທື່ອກ່ອນໜ້ານີ້ ແມ່ນບໍ່ໄດ້ໃຊ້ຊື່ວ່າ ຟິນນາລິສຊິມາ.

ໂດຍການແຂ່ງຂັນນີ້ເກີດຂຶ້ນຄັ້ງທຳອິດເມື່ອປີ 1985 ໂດຍເປັນການຮ່ວມມືກັນລະຫວ່າງ ສະຫະພັນບານເຕະອາເມຣິກາໃຕ້ ຫຼືວ່າ CONMEBOL ແລະ ສະຫະພັນບານເຕະຢູໂຣບ ຫຼືວ່າ UEFA ໃນຕອນນັ້ນໃຊ້ຊື່ວ່າ Artemio Franchi Cup ໂດຍຊື່ນີ້ໃຫ້ກຽດໃສ່ຊື່ດຽວກັນກັບ ບຸກຄົນສຳຄັນຂອງວົງການບານເຕະ ຢ່າງ Artemio Franchi ອະດີດປະທານສະຫະພັນບານເຕະ ອິຕາລີ ໃນປີ 1967-1976 ແລະ 1978-1980, ອະດີດປະທານສະຫະພັນບານເຕະຢູໂຣບ ປີ 1973-1983.

ການແຂ່ງຂັນໃນປີ 1985 ຈັດຂຶ້ນໃນສະໜາມ ປາກສເດີແປຣງສ ທີ່ປາຣີສ ປະເທດຝຣັ່ງ ໂດຍເປັນການພົບກັນລະຫວ່າງ ທີມຊາດ ຝຣັ່ງ ທີ່ນຳທັບມາດ້ວຍ ມິເຊວ ພຣາຕິນີ້ ພົບກັບ ທີມຊາດ ອຸລູໄກວ ຂອງ ໂຣໂດໂຟ ຣັອດດິເກສ. ໃນປີນັ້ນ ເປັນຝ່າຍຂອງ ທີມຊາດຝຣັ່ງ ສາມາດເອົາຊະນະໄປດ້ວຍສະກໍ 2 ປະຕູຕໍ່ 0.

ຄັ້ງທີ 2 ຈັດຂຶ້ນເມື່ອປີ 1993 ທີ່ສະໜາມ Estadio José María Minella ທີ່ປະເທດ ອາເຈນຕິນ່າ ທີ່ຄັ້ງນີ້ກໍຍັງໃຊ້ຊື່ວ່າ Artemio Franchi Cup ຢູ່. ເຊິ່ງເປັນການພົບກັນລະຫວ່າງ ທີມຊາດ ອາເຈນຕິນ່າ ຂອງເສືອເຕ້ຍ ເດຍໂກ້ ມາຣາໂດນ່າ ແລະ ທີມຊາດ ເດັນໝາກ ທີ່ນຳທັບມາໂດຍ ລາ ໂອເຊັນ. ຈົບ 90 ນາທີໃນມື້ນັ້ນ ສະເໝີກັນໄປ 1 ປະຕູຕໍ່ 1 ຈົນຕ້ອງຕັດສິນດ້ວຍລູກຈຸດໂທດ ແລະ ເປັນທາງ ທີມຊາດ ອາເຈນຕິນ່າ ທີ່ເຮັດໄດ້ດີກວ່າ ຈົນສາມາດຄວ້າແຊ້ມໄປໄດ້.

ຫຼັງຈາກຈົບສອງຄັ້ງນັ້ນ ລາຍການນີ້ກໍໄດ້ຫາຍໄປເປັນເວລາ 29 ປີ ຈົນມາຮອດຄັ້ງຫຼ້າສຸດ ໃນຄໍ່າຄືນທີ່ຜ່ານມາທີ່ໃຊ້ຊື່ວ່າ ຟິນນາລິສຊິມາ ທີ່ ທີມຊາດອາເຈນຕິນ່າ ພົບກັບ ອີຕາລີ ດັ່ງທີ່ເຮົາໄດ້ເຫັນກັນໄປ.

ໂດຍການປ່ຽນຊື່ມາເປັນ ຟິນນາລິສຊິມາ ຄັ້ງນີ້ ສະຫະພັນບານເຕະ ອາເມຣິກາໃຕ້ ແລະ ສະຫະພັນບານເຕະ ຢູໂຣບ ໄດ້ເຊັນສັນຍາກັນຈົນຮອດ ປີ 2028 ນັ້ນໝາຍຄວາມວ່າເຮົາຈະໄດ້ເບິ່ງການແຂ່ງຂັນລາຍການນີ້ໄປອີກ 3 ເທື່ອ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/