ລັດຖະບານຍີ່ປຸ່ນຊ່ວຍເຫຼືອລາວ! ມອບລົດຈຳນວນ 16 ຄັນ ໃຫ້ ສປປ ລາວ


ເມື່ອບໍ່ດົນມານີ້, ໄດ້ພິທີມອບ-ຮັບການຊ່ວຍເຫຼືອພາຫະນະ ແລະ ເຄື່ອງອາໄຫຼ່ ຊຸດທີ III ຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການພັດທະນາເສດຖະກິດ ແລະ ສັງຄົມ (ຂະແໜງປ້ອງກັນຄວາມສະຫງົບ) ມູນຄ່າ 200 ລ້ານເຢນ, ຕາງໜ້າມອບໂດຍ ທ່ານ ໂກບາຢາຊິ ເຄັນອີຈິ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.

ທ່ານ ກີ້ ຈັນທະວົງສາ ຫົວໜ້າກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງ ປກສ ໄດ້ໃຫ້ຮູ້ວ່າ: ໂຄງການຊ່ວຍເຫຼືອຄັ້ງນີ້, ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ ໂດຍອີງໃສ່ລະບຽບການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ, ອົງການຈັດຕັ້ງປະຕິບັດການຊ່ວຍເຫຼືອຂອງຍີ່ປຸ່ນ (JICS) ໄດ້ຮັບມອບໝາຍໃຫ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໂດຍໄດ້ແບ່ງການຈັດຊື້ອອກເປັນ 3 ງວດຄື: ງວດທີ 1 ມີລົດກະບະ ຈໍານວນ 30 ຄັນ ໂດຍແມ່ນບໍລິສັດ ນິສສັນ ຊະນະການປະມູນ; ງວດທີ 2 ແມ່ນອຸປະກອນຮັບໃຊ້ວຽກງານວິຊາສະເພາະ ແລະ ງວດທີ 3 ແມ່ນພາຫະນະປະເພດລົດຈິບຮັບໃຊ້ວິຊາສະເພາະຈຳນວນ 16 ຄັນ. ປັດຈຸບັນການຈັດຊື້ຮອບ 3 ສໍາເລັດແລ້ວ ແລະ ບໍລິສັດທີ່ຊະນະການປະມູນແມ່ນ ບໍລິສັດ ອີຊຸຊຸ ປະເທດໄທ, ການຈັດຊື້ຮອບ ທີ III ເຊິ່ງປະກອບມີ: ລົດຈິບອີຊຸຊຸ ມູເອັກ ຈຳນວນ 16 ຄັນ ແລະ ເຄື່ອງອາໄຫຼ່ ຈໍານວນ 22 ລາຍການ.

ໂອກາດນີ້, ທ່ານ ວິໄລ ຫຼ້າຄຳຟອງ ໄດ້ກ່າວວ່າ: ລາວ ແລະ ຍີ່ປຸ່ນ ໄດ້ມີສາຍພົວພັນ ແລະ ການຮ່ວມມືອັນດີ, ມີມູນເຊື້ອມາແຕ່ດົນນານ, ມີສາຍພົວພັນການທູດນຳກັນມາຫຼາຍກວ່າ 65 ປີ, ການນຳຂັ້ນສູງ ຂອງສອງລັດຖະບານ ໄດ້ມີການແລກປ່ຽນ, ການຢ້ຽມຢາມເຊິ່ງກັນ ແລະ ກັນເປັນປະຈຳ, ໄລຍະຜ່ານມາ ຍີ່ປຸ່ນໄດ້ຊ່ວຍເຫຼືອ ສປປ ລາວ ຫຼາຍດ້ານ ເປັນຕົ້ນ ໂຄງການຊ່ວຍເຫຼືອດ້ານເຕັກນິກ-ວິຊາການ, ຝຶກອົບຮົມໄລຍະສັ້ນ, ໄລຍະຍາວ, ໂຄງການຊ່ວຍເຫຼືອຂັ້ນພື້ນຖານ, ໂຄງການຊ່ວຍເຫຼືອຜ່ານອົງການຈັດຕັ້ງສາກົນ, ໂຄງການກໍ່ສ້າງດ້ວຍທຶນຊ່ວຍເຫຼືອລ້າ ແລະ ທຶນກູ້ຢືມດອກເບ້ຍຜ່ອນຜັນໃຫ້ແກ່ ສປປ ລາວ ເປັນຈຳນວນຫລາຍທັງຢູ່ສູນກາງ ແລະ ທ້ອງຖິ່ນ. ພ້ອມນັ້ນ, ຍີ່ປຸ່ນ ຍັງຈະໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຫຼາຍດ້ານຕື່ມອີກ ໂດຍສະ ເພາະແມ່ນການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ໃນປີ 2024.

 ສໍາລັບການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ ກໍໄດ້ຮັບການພັດທະນາດີຂຶ້ນ ໂດຍສະເພາະ ການແລກປ່ຽນຂໍ້ມູນຂ່າວສານດ້ານອາຊະຍາກຳ ແລະ ການກໍ່ການຮ້າຍຜ່ານກົນໄກອາຊຽນ; ໃຫ້ການຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດໃຫ້ກຳລັງ ປກສ ລາວ ທັງພາຍໃນ ແລະ ຕ່າງປະເທດ, ການຊ່ວຍເຫຼືອຂະຫຍາຍລະບົບສື່ສານຂອງອົງການຕຳຫລວດສາກົນ ໄປສູ່ດ່ານສາກົນຈຳນວນໜຶ່ງຂອງ ສປປ ລາວ ແລະ ທາງດ້ານວັດຖຸອຸປະກອນອື່ນໆ ທີ່ນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ເພື່ອໃຫ້ທຽບເທົ່າກັບສາກົນ. ໃນນັ້ນ, ພິເສດແມ່ນການຊ່ວຍເຫຼືອທີ່ເປັນມູນຄ່າ 200 ລ້ານເຢນ ໃຫ້ກະຊວງປ້ອງກັນຄວາມສະຫງົບ, ເຊິ່ງການຊ່ວຍເຫຼືອດັ່ງກ່າວ ໄດ້ນຳໄປຈັດຊື້ພາຫະນະ ແລະ ອຸປະກອນຮັບໃຊ້ວຽກງານວິຊາສະເພາະ ໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ມື້ນີ້ກໍໄດ້ຮັບການຊ່ວຍເຫຼືອພາຫະນະຈຳ ນວນ 16 ຄັນ ພ້ອມດ້ວຍເຄື່ອງອາໄຫຼ່ 22 ລາຍການ ທີ່ເປັນການຊ່ວຍເຫຼືອງວດສຸດທ້າຍຂອງໂຄງການ 200 ລ້ານເຢນ ທີ່ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອແກ່ກະຊວງປ້ອງກັນຄວາມສະຫງົບຂອງ ສປປ ລາວ.

ພ້ອມດຽວກັນນີ້, ທ່ານລັດຖະມົນຕີກະຊວງ ປກສ ຍັງໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງຍີ່ປຸ່ນຕໍ່ກັບ ສປປ ລາວ ກໍຄື ຕໍ່ກະຊວງປ້ອງກັນຄວາມສະຫງົບ ແລະ ເຊື່ອໝັ້ນວ່າການຊ່ວຍເຫຼືອໃນຄັ້ງນີ້ ຈະເປັນການປະກອບສ່ວນສຳຄັນໃນການຊຸກຍູ້, ສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນຂົງເຂດປ້ອງກັນຄວາມສະຫງົບ ໃຫ້ມີປະສິດທິຜົນໃນຕໍ່ໜ້າ.

ຂໍ້ມູນຈາກ:

ໜັງສືພິມ ປກສ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/