ເພັດມະນີ ວິຍະເດດ ຈາກເດັກທີ່ໄດ້ກຽດນິຍົມອັນດັບ 1 ສູ່ການເປີດສູນພາສາອັງກິດ UTD


ເພັດມະນີ ວິຍະເດດ ຊື່ຫຼິ້ນ ເຈິ່ນ ເຈິ່ນ ຈາກເດັກນ້ອຍທີ່ມັກສຶກສາຮ່ຳຮຽນພາສາອັງກິດ ຈົນກາຍເປັນເຈົ້າຂອງສູນພາສາ UTD, ຍິງຄົນນີ້ເປັນອີກຄົນໜຶ່ງມີຄວາມດຸໝັ່ນຂະຫຍັນພຽນໃນການຮໍ່າຮຽນ ຈົນໄດ້ໄປສຶກສາປະລິນຍາຕີຕໍ່ທີ່ປະເທດສິງກະໂປ ແລະນັ້ນກໍແມ່ນຈຸດປ່ຽນຂອງຊີວິດລາວ.

ນອກຈາກນີ້ ເພັດມະນີ ວິຍະເດດ ຍັງເຄີຍເຮັດວຽກທີ່ສະຫະປະຊາຊາດອີກດ້ວຍ. ເມື່ອບໍ່ດົນມານີ້ ກໍໄດ້ເປີດສູນສອນພາອັງກິດ UTD ຢ່າງເປັນທາງການແລ້ວ, ລະບົບການສອນຈະເນັ້ນເຖິງຄຸນະພາບ ສອນລະບົບທີ່ມີຄວາມທັນໄໝເຂົ້າໃຈງ່າຍປາກເວົ້າໄດ້ໄວ ເຊິ່ງປະສົບການແມ່ນມີມາຈາກປະເທດສິງກະໂປ ແລະ ລັກສະນະການສອນກໍຈະຄ້າຍຄືແບບນັ້ນ. ມື້ນີ້ເຮົາຈະມານຳສະເໜີກ່ຽວກັບລະບົບການສອນທີ່ໜ້າສົນໃຈ, ຄວາມເປັນມາທີ່ເຮັດໃຫ້ມີແຮງບັນດານໃຈຈາກ ເພັດມະນີ ວິຍະເດດ.

1. ຈົບການສຶກສາຈາກໃສ? ແລະເຄີຍໄດ້ທຶນຫຼືບໍ່?

ຕັ້ງແຕ່ຈື່ຄວາມໄດ້ຕົນເອງກໍຮູ້ສຶກວ່າ ເປັນຄົນທີ່ມັກຮຽນເພີ່ມພາສາອັງກິດກໍຫຼາຍ ຕອນສະໄໝຢູ່ປະຖົມມັກໄປຊອກຮຽນຮູ້ນຳອາຈານຢູ່ສະເໝີ ເຖິງຫົນທາງຈະໄກພຽງໃດກໍບຸກບືນໄປຈົນຮອດ ເພື່ອທີ່ຈະໃຫ້ອາຈານສອນພາສາອັງກິດໃຫ້ ສະໄໝປະຖົມກໍຈະປັ່ນລົດຖີບຂຶ້ນພູເລີຍກໍວ່າໄດ້ ເວລາຮຽນແມ່ນຈະຕັ້ງໃຈຮຽນ ເວລາເສັງຄະແນນບໍ່ເຄີຍໃຫ້ໜ້ອຍກວ່າ 9, grammar ນີ້ບໍ່ເຄີຍພາດ.

ກ່ອນຈະໄປສິງກະໂປ ຄິດມາຕະຫຼອດວ່າພາສາເຮົາແມ່ນກໍດີລະດັບໜຶ່ງ ແຕ່ຄວາມຈິງແລ້ວໄລຍະເວລາ 10 ປີ ທີ່ເຮົາຮຽນພາສາອັງກິດ ເຖິງແມ່ນວ່າຄະແນນຈະສູງພຽງໃດ ແຕ່ເຮົາບໍ່ສາມາດເວົ້າພາສາອັງກິດໄດ້ຄ່ອງ ບໍ່ສາມາດສື່ສານກັບຄົນຕ່າງປະເທດໄດ້ເຕັມທີ່ ເວົ້າໃຫ້ລ່ຽນໄຫຼເວົ້າໃຫ້ຄືພາສາລາວແມ່ນບໍ່ໄດ້.

ພໍໄດ້ມີໂອກາດໄດ້ໄປສຶກສາຮໍ່າຮຽນຕໍ່ທີ່ປະເທດສິງກະໂປ ກໍຮູ້ເລີຍວ່າຈາກເດັກນັກຮຽນເກັ່ງມາແຕ່ລາວຄົນນີ້ ມາເສັງເທີມທຳອິດຢູ່ສິງກະໂປ ຄະແນນທີ່ອອກມາແມ່ນມີແຕ່ຜ່ານ ຄະແນນເກືອບທ້າຍເລີຍກໍວ່າໄດ້ ຄັ້ງທຳອິດທີ່ເຫັນຄະແນນນີ້ ກໍຄ້າງໄປດົນເຕີບ ເຮັດໃຫ້ເຮົາຕື່ນຈາກຝັນເລີຍວ່າ ເຮົາຕ້ອງມືນຕາເບິ່ງໂລກທີ່ໃຫຍ່ຂຶ້ນ. ຈາກນັ້ນກໍເລີ່ມຄິດຫາວິທີພັດທະນາຕົນເອງ ບໍ່ໃຫ້ຕົກເດັດຂາດ ເພາະເສັງຄືນຢູ່ສິງກະໂປແພງຫຼາຍ 555.

ການຮຽນຢູ່ທີ່ນັ້ນຈະເລີ່ມເອົາຕົນເອງໄປຢູ່ກັບກຸ່ມຄົນທີ່ຮຽນ ຫຼື ມັກຮຽນທີ່ເປັນຄົນບ້ານເຂົາເຈົ້າ ເພື່ອທີ່ຈະໄດ້ຮຽນຮູ້ນໍາພວກເຂົາ, ໃນລະຫວ່າງທີ່ຮຽນຍັງໄດ້ຊ່ວຍນັກຮຽນທີ່ຢາກມາຮຽນຢູ່ສິງກະໂປ ແນະນຳນ້ອງໆໝູ່ເພື່ອນທີ່ຈະມາຮຽນ ແລະ ອື່ນໆ ອີກດ້ວຍ. ໃນປີສຸດທ້າຍກໍສົມດັ່ງໃຈ ເຊິ່ງໄດ້ກຽດນິຍົມອັນດັບ 1 ຈາກສິງກະໂປ. ການທີ່ໄດ້ໄປຮຽນຢູ່ຕ່າງປະເທດ ສາມາດເຮັດໃຫ້ເຮົາຮູ້ໄດ້ຫຼາຍຢ່າງບໍ່ວ່າຈະເປັນການໃຊ້ຊີວິດ ແລະ ການສຶກສາ ທີ່ທັນສະໄໝ ເຊິ່ງບ່ອນນັ້ນມັນສາມາດເຮັດໃຫ້ເຮົາໄດ້ປະສົບການຫຼາຍຢ່າງ.

2. ຄວາມເປັນມາກ່ອນຈະສ້າງສູນ ມີຄືແນວໃດ?

ຫຼັງຈາກທີ່ຈົບການສຶກສາທີ່ສິງກະໂປ ກໍໄດ້ໄປຮຽນຕໍ່ພາສາຈິີນ ແລະ ຝຶກງານຢູ່ບໍລິສັດການຕະຫຼາດ ຈົນໄດ້ເຮັດວຽກຢູ່ບໍລິສັດທີ່ຝຶກງານເລີຍ, ພໍແຕ່ມີໂຄວິດ ຈຶ່ງໄດ້ກັບມາລາວ ຈາກນັ້ນກໍໄດ້ເລີ່ມຊອກວຽກໃນວຽງຈັນ ເລີຍໄດ້ມີໂອກາດເຮັດວຽກຢູ່ທີ່ສະຫະປະຊາຊາດ UNFPA. ໂອກາດໃນການເຮັດວຽກເປັນພະນັກງານຂອງສະຫະປະຊາຊາດ ຕົນເອງໄດ້ເຮັດວຽກກ່ຽວກັບໄວໜຸ່ມຫຼາຍ ຈົນຄິດເຫັນພາບຕົນເອງທີ່ຍັງເປັນໄວໜຸ່ມ ໄດ້ເຫັນມຸມມອງຂອງນັກຮຽນ-ໄວໜຸ່ມ ແລະ ເກີດຄຳຖາມຕ່າງໆນານາ, ຄິດຢາກຈະສ້າງສູນຂຶ້ນ ເພື່ອໃຫ້ກຸ່ມນັກຮຽນໃຊ້ພາສາອັງກິດແບບເວົ້າໄດ້ ແລະ ຢາກໃຫ້ໄວໜຸ່ມຮຽນພາສາແບບມີເປົ້າໝາຍ ຮຽນແລ້ວຕ້ອງເວົ້າໄດ້ແທ້ໆ ເພາະນີ້ຈະເປັນປະຕູເປີດສູ່ໂລກພາຍນອກ ກໍເລີຍຊອກວິທີແກ້ໄຂການຮຽນເພີ່ມ ໂດຍການຕັ້ງສູນສອນພາສາ.

3.UTD ຫຍໍ້ມາຈາກໃສ ແລະ ມີຄວາມໝາຍແນວໃດ?

UTD ຖ້າອ່ານອອກເປັນພາສາລາວຈະເອີ້ນວ່າ ຢູ່ທີ່ດີ ເພາະຢາກໃຫ້ເປັນບ່ອນທີ່ດີທີ່ຫຼໍ່ຫຼອມນັກຮຽນມີເປົ້າໝາຍ ລວມໄປເຖິງການຮຽນ-ການສອນ ທີ່ດີ, ພາສາອັງກິດແມ່ນ Up to date ເຊິ່ງໝາຍເຖິງການຮຽນທີ່ບໍ່ມີວັນສິ້ນສຸດ ມັນຕ້ອງພັດທະນາໄປເລື້ອຍໆ ເຮົາບໍ່ຄວນຈະອີງໄປຕາມຕຳລາເກົ່າ-ແບບເກົ່າ ຄວາມທັນສະໄໝໄປແບບໃດຕ້ອງນຳໄປໃຫ້ທັນ ຖ້າເວົ້າອີກຢ່າງໜຶ່ງກໍຄືຕ້ອງ Up date ຕະຫຼອດ ກໍເລີຍເປັນ Up to date.

4.ຫຼັກໆແລ້ວມີການສອນແບບໃດ?

UTD ແມ່ນກໍ່ຕັ້ງຂຶ້ນມາໂດຍການທີ່ໂຮມເອົາອາຈານທີ່ເກັ່ງໃນລາວ ປຶ້ມຫຼັກສູດແມ່ນມາຈາກປະເທດອັງກິດ ສ່ວນຫຼັກສູດວິທີການສອນແມ່ນເອົາມາຈາກປະເທດສິງກະໂປ ແລະ ວິທີຮຽນແບບສິງກະໂປທີ່ໄດ້ຜົນແທ້ຈິງ, ສະພາບແວດລ້ອມໃນສູນ, ການຮຽນ-ການສອນ ແບບຕ່າງປະເທດ ເຮັດໃຫ້ໄດ້ບັນຍາກາດແບບສິງກະໂປໃຫ້ໃກ້ຄຽງທີ່ສຸດ, ນັກຮຽນທີ່ເຂົ້າມາຈະເລີ່ມຕົ້ນໂດຍການຕັ້ງເປົ້າໝາຍ ບໍ່ວ່າຈະເປັນການຮຽນຕໍ່ຕ່າງປະເທດ, ການລ່າທຶນ ຫຼື ທຶນຕົນເອງ, ເປົ້າໝາຍໃນໜ້າທີ່ການງານທີ່ດີຂຶ້ນ ຫຼື ແມ່ນແຕ່ການໄປຊອກຫາຄົນຮັກ.

ອາຈານທີ່ມາສອນໃນສູນກໍເນັ້ນເອົາສະເພາະອາຈານທີ່ເກັ່ງ ແລະ ອຸປະກອນການຮຽນການສອນກໍລະດັບສາກົນ ໃຫ້ນັກຮຽນທີ່ມາຮຽນໄດ້ທັງຄວາມຮູ້ ແລະ ບັນຍາກາດຄືກັບຢູ່ສິງກະໂປ ຫຼື ຕ່າງປະເທດ. ນອກຈາກນີ້ ຢູ່ໃນສູນກໍຈະມີ Studio ເພື່ອໃຫ້ນັກຮຽນໄດ້ຖ່າຍທໍາໃນການຮຽນ.

5.ແຜນໃນອະນາຄົດແມ່ນຫຍັງ?

ໃນອະນາຄົດ ແຜນທີ່ວາງໄວ້ 5 ປີ ຂ້າງໜ້າ ຢາກໃຫ້ UTD ເປັນທີ່ຮູ້ຈັກໃນປະເທດລາວ. ຖ້າຫາກໃຜທີ່ຢາກຈະໄປຮຽນຕໍ່ທີ່ຕ່າງປະເທດ ຫຼື ກຳລັງກຽມພາສາ ຢາກໃຫ້ຄິດຫາສູນພາສາ UTD ແລະ ຢາກໃຫ້ໄວໜຸ່ມທົ່ວປະເທດເຂົ້າເຖິງຫຼັກສູດພາສາອັງກິດຂອງ UTD ແລະໃຫ້ເປັນຈຸດສູນລວມຂອງຄົນທີ່ຢາກພັດທະນາຕົນເອງ ເພື່ອໄປຕໍ່ຕ່າງປະເທດ ແລະ ໃຫ້ການຮຽນ-ການສອນ ພາສາອັງກິດມີເປົ້າໝາຍ ຮຽນຈົບມາເວົ້າພາສາແບບລ່ຽນໄຫຼໄດ້, ເວົ້າໄດ້ ຄືກັບເວົ້າພາສາລາວ ນີ້ຄືສິ່ງທີ່ຢາກຈະພັດທະນາ ແລະ ນຳພາເອົາຫຼັກສູດທີ່ຖອດຖອນໄດ້ຈາກສິງກະໂປມາສູ່ນັກຮຽນລາວເຮົາ.

ຂອບໃຈບົດສຳພາດໂດຍ: ເພັດມະນີ ວິຍະເດດ https://cutt.ly/fH2OtAe

ສາມາດສອບຖາມເພີ່ມຕື່ມໄດ້ທີ່: https://cutt.ly/YH2OTCU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/