ລາຄານ້ຳມັນແພງຂຶ້ນແບບບໍ່ມີຢຸດ! ຫຼັງຈາກ EU ຂວ້ຳບາດນ້ຳມັນຈາກຣັດເຊຍ


ມື້ວານນີ້ ວັນທີ 31 ພຶດສະພາ ເວັບໄຊ CNBC ໄດ້ລາຍງານວ່າລາຄານ້ຳມັນໃນຕະຫຼາດໂລກປັບຕົວເພີ່ມຂຶ້ນສູງຫຼາຍ ຫຼັງຈາກບັນດາຜູ້ນຳສະຫະພາບຢູໂຣບ (EU) ບັນລຸຂໍ້ຕົກລົງເມື່ອຕອນຄ່ຳຂອງວັນຈັນທີ 30 ພຶດສະພາທີ່ຜ່ານມາ ວ່າດ້ວຍການຈະເດີນໜ້າໃຊ້ມາດຕະການຂວ້ຳບາດລົງໂທດຣັດເຊຍທີ່ໄດ້ເຮັດສົງຄາມກັບຢູເຄຣນ ໂດຍ EU ຈະຢຸດການເພິ່ງພານ້ຳມັນສ່ວນໃຫຍ່ຈາກຣັດເຊຍໂດຍໄດ້ບັນລຸຂໍ້ຕົກລົງຈະລະງັບການຊື້ນ້ຳມັນຈາກຣັດເຊຍເຖິງ 90% ໃນປາຍປີນີ້.

ຕາມລາຍງານຂໍ້ມູນຂອງ Refinitiv ແຈ້ງວ່າ ສັນຍາຊື້ຂາຍນໍ້າມັນດິບລ່ວງໜ້າໃນເດືອນກໍລະກົດ ໃນໄລຍະການຊື້ຂາຍຕາມເວລາໃນຝັ່ງທະວີບເອເຊຍໄດ້ປັບຕົວຂຶ້ນແບບກ້າວກະໂດດ ໂດຍລາຄານ້ຳມັນດິບໃນສະຫະລັດອາເມຣິກາໄດ້ປັບຕົວຂຶ້ນ 3.19% ຂຶ້ນມາຢູ່ທີ່ 118.69 ໂດລາຕໍ່  bbl (barrel) ໃນຂະນະທີ່ນ້ຳມັນດິບເບຣນທ໌ທະເລເໜືອປັບຂຶ້ນ 1.52% ຂຶ້ນມາເປັນ 123.52 ໂດລາຕໍ່  bbl ແລະ ມີຢູ່ໃນໄລຍະໜຶ່ງ ລາຄານ້ຳມັນດິບໃນສະຫະລັດອາເມຣິກາປັບຕົວຂຶ້ນມາເຖິງ 119.42 ໂດລາ ຕໍ່ bbl ສູງສຸດໃນຮອບ 12 ອາທິດ.

ສ່ວນນ້ຳມັນຊື້ຂາຍລ່ວງໜ້າໃນເດືອນສິງຫາ ປາກົດວ່ານ້ຳມັນດິບ WTI ປັບຂຶ້ນ 3.21% ມາຢູ່ທີ່ 115.83 ໂດລາຕໍ່  bbl ແລະ ນ້ຳມັນດິບເບຣນທ໌ທະເລເໜືອປັບຂຶ້ນ 1.63% ມາຢູ່ທີ່ 119.53 ໂດລາຕໍ່ bbl.

ເຊິ່ງກ່ອນໜ້ານີ້ ສຳນັກຂ່າວ BBC ໄດ້ລາຍງານວ່າ ຜູ້ນຳຊາດສະມາຊິກສະຫະພາບຢູໂຣບ ຫຼື EU ທັງ 27 ປະເທດເດີນທາງມາປະຊຸມສຸດຍອດມື້ທຳອິດຈາກ 2 ມື້ ທີ່ກຸງ ບຣັສເຊລ ຂອງປະເທດເບລຢຽມ ເມື່ອວັນທີ 30 ພຶດສະພາ 2022 ເລື່ອງການອອກແພັກເກັດຂວ້ຳບາດຣັດເຊຍຮອບທີ 6 ເຊິ່ງລວມໄປຮອດການຫ້າມນຳເຂົ້ານ້ຳມັນຈາກຣັດເຊຍ, ຈາກຂໍ້ຕົກລົງດັ່ງກ່າວແມ່ນຊາດຊະມາຊິກທັງໝົດຕ້ອງເຫັນດີຈຶ່ງສາມາດບັງຄັບໃຊ້ໄດ້.

ແລະ ຊາລ ມິແຊລ (Charles Michel) ກໍອອກມາຢືນຍັນວ່າ ບັນດາຜູ້ນໍາແມ່ນເຫັນດີໃນຂໍ້ຕົກລົງຫ້າມນໍາເຂົ້ານ້ຳມັນຈາກຣັດເຊຍແລ້ວ ແຕ່ຂໍ້ຕົກລົງດັ່ງກ່າວແມ່ນເປັນແບບປະນີປະນອມໂດຍຈະເປັນການສັ່ງຫ້າມນຳເຂົ້ານໍາມັນຣັດເຊຍປະມານ 2 ໃນ 3 ບໍ່ແມ່ນທັງໝົດຕາມທີ່ໄດ້ສະເໜີໄວ້ໃນຕອນທໍາອິດ ອັນເນື່ອງມາຈາກຖືກຄັດຄ້ານຈາກຮັງກາລີ ເຊິ່ງໃຫ້ເຫດຜົນວ່າ ພວກເຂົານັ້ນບໍ່ສາມາດຈັດຫານ້ຳມັນຈາກບ່ອນອື່ນ ໃນໄລຍະເວລາອັນສັ້ນໄດ້.

ທັງນີ້ ຊາລ ມິແຊລ ກ່າວວ່າ ການຂວ້ຳບາດນ້ຳມັນຣັດເຊຍຄັ້ງນີ້ຈະເປັນການຕັດແຫຼ່ງເງິນທຶນສຳລັບການຈັດຫາເຄື່ອງຈັກສົງຄາມຂອງຣັດເຊຍລົງໄດ້ຫຼາຍ. ນອກຈາກນີ້ ຜູ້ນຳ EU ຍັງເຫັນດີກັບມາດຕະການ ຂວ້ຳບາດທະນາຄານທີ່ໃຫຍ່ທີ່ສຸດຂອງຣັດເຊຍ ແລະ ບໍລິສັດກະຈາຍສຽງຂອງຣັດເຊຍອີກ 3 ແຫ່ງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/