ມັງງະ 6 ເລື່ອງ ທີ່ສ້າງຄວາມອົບອຸ່ນ ແລະ ສະແດງຄວາມສຳພັນທີ່ສວຍງາມຂອງ LGBTQ


ປັດຈຸບັນ ໂລກເຮົາກຳລັງກ້າວເຂົ້າສູ່ຍຸກທີ່ໄຮ້ພົມແດນເລື່ອງເພດ ຢ່າງເຕັມຕົວ ຄວາມຫຼາກຫຼາຍທາງເພດນັ້ນ ໄດ້ຮັບການຍອມຮັບຈາກຄົນໝົດໂລກ. ແລະໄລຍະນີ້ ຖ້າຖາມວ່າມັງງະ ຫຼື ນິຍາຍ ປະເພດໃດ ກຳລັງມາແຮງທີ່ສຸດ. ໃນນັ້ນກໍຕ້ອງມີ ນິຍາຍສາຍ LGBTQ ຕິດໜຶ່ງໃນ 5 ຢ່າງແນ່ນອນ.

ຫຼາຍຄົນຄິດວ່າມັງງະທີ່ນຳສະເໜີເລື່ອງລາວຄວາມຫຼາກຫຼາຍທາງເພດນັ້ນ ແມ່ນເຈາະຕະຫຼາດຜູ້ທີ່ມີຄວາມຫຼາກຫຼາຍທາງເພດ ຫຼື ຜູ້ຍິງ ເທົ້ານັ້ນ. ແຕ່ຄວາມຈິງແລ້ວ ມັງງະພວກນີ້ມີຫຼາກຫຼາຍຣົດຊາດ ບໍ່ຕ່າງຫຍັງຈາກເລື່ອງຮັກໆ ຂອງຄູ່ຮັກຕ່າງເພດທົ່ວໆໄປ ແລະ ຫຼາຍເລື່ອງລາວ ມັນກໍຊ່ວຍສ້າງຄວາມຮູ້ຄວາມເຂົ້າໃຈກ່ຽວກັບ LGBTQ ໃນມຸມມອງທີ່ຫຼາກຫຼາຍ ຊ່ວຍລົດອະຄະຕິ ຫຼື ຄວາມບໍ່ຮູ້ຂອງສັງຄົມລົງໄດ້ເປັນຢ່າງດີ. ທີ່ສຳຄັນ ຄວາມມ່ວນ ແລະ ຄຸນະພາບ ແມ່ນບໍ່ນ້ອຍໜ້າ ມັງງະແບບອື່ນໆເລີຍ.

ມື້ນີ້ Lao X ຈະມານຳສະເໜີມັງງະ 6 ເລື່ອງ ທີ່ຊ່ວຍສ້າງຄວາມອົບອຸ່ນ ແລະ ສະແດງຄວາມສຳພັນທີ່ສວຍງາມຂອງ LGBTQ.

  1. My Brother’s Husband

ເປັນອີກເລື່ອງໜຶ່ງ ທີ່ຄົນທຸກເພດທຸກໄວ ສາມາດເຂົ້າເຖິງໄດ້ງ່າຍ ເພາະເນື້ອເລື່ອງ ແມ່ນເລົ່າເຖິງເລື່ອງລາວທີ່ເລົົ່າເຖິງຊີວິດອັນແສນສະຫງົບຂອງຄອບຄົວນ້ອຍໆຄອບຄົວໜຶ່ງ. ເສັ້ນເລື່ອງກາຕູນ ເລື່ອງນີ້ ເລົ່າຜ່ານຄຳຖາມນັບເທື່ອບໍ່ຖ້ວນ ຂອງ ຄານະ ເດັກຍິງທີ່ບໍ່ຄຸ້ນເຄີຍກັບຊີວິດຄູ່ ຂອງຜູ້ເປັນອາວທີ່ບໍ່ມີຜູ້ຍິງ ກັບ ຜູ້ຊາຍເປັນອົງປະກອບ ແລະ ຕ້ອງການຫາຄຳຕອບວ່າຄອບຄົວທີ່ສົມບູນຄືຫຍັງກັນແທ້. ໂດຍມີ ໄມ(Mike) ແຟນໜຸ່ມຂອງ ອາວລາວ ທີ່ເປັນຕົວແທນຂອງ LGBTQ ຈະໃຫ້ຄຳຕອບກັບລາວວ່າ ຄວາມຫຼາກຫຼາຍທາງເພດ ນັ້ນແມ່ນຫຍັງ.

ຄຳຖາມ ແລະ ຄຳຕອບທີ່ເກີດຂຶ້ນພາຍໃນເລື່ອງນີ້ ຊ່ວຍຂະຫຍາຍພາບ ຄວາມແຕກຕ່າງທາງວັດທະນະທຳໃນແຕ່ລະສັງຄົມກ່ຽວກັບ ແນວຄິດ ມຸມມອງທີ່ມີຕໍ່ LGBTQ. ກາຕູນເລື່ອງນີ້ບໍ່ພຽງແຕ່ ນຳສະເໜີ ພາບຄວາມຫຼາກຫຼາຍທາງເພດອັນເປັນເລື່ອງທຳມະດາສາມັນ ແຕ່ຍັງນຳສະເໜີພາບຄວາມຫຼາກຫຼາຍທາງຮູບລັກຂອງຄຳວ່າຄອບຄົວອີກນຳ.

  1. Wandering Son

ເປັນມັງງະແນວໂຣແມນຕິກດຣາມ່າ, ຄວາມຮັກ ມິດຕະພາບ ຊີວິດຂອງໄວໜຸ່ມ ແລະ ເນື້ອເລື່ອງແບບ Coming of Age ເປັນສິ່ງທໍາອິດທີ່ເຈົ້າອາດຈະນຶກເຖິງເມຶ່ອຈັບເອົາປຶ້ມເຫຼັ້ມນີ້ຂຶ້ນມາອ່ານ. ເພາະນີ້ແມ່ນເລື່ອງລາວຄວາມສຳພັນອັນຊັບຊ້ອນຂອງກຸ່ມເດັກປະຖົມ ທີ່ກຳລັງຈະຖິ້ມຮ່ອງຮອຍເລື່ອງລາວໃນອະດີດ ເພື່ອທີ່ຈະກ້າວເຂົ້າສູ່ການເປັນໄວໝຸ່ມຢ່າງເຕັມຕົວ ນິໂຕຣິ ເດັກຊາຍຜູ້ຮັກການເຮັດເຂົ້າໜົມ ນອກຈາກໃບໜ້າທີ່ອ່ອນຫວານຄືຜູ້ຍິງແລ້ວ ລາວຍັງມັກແຕ່ງຕົວຄືຜູ້ຍິງອີກດ້ວຍ. ແຕ່ກໍບໍ່ມີຜູ້ຊາຍຄົນໃດມາຮັກ ນິໂຕຣິ ຄືກັບເລື່ອງກາຕູນທົ່ວໆໄປ ແຕ່ກັບແມ່ນ ນິໂຕຣິ ເອງທີ່ໄປຮັກໝູ່ຮ່ວມຫ້ອງ ຄື ທາຄັດສຶກິ ນັກຮຽນຍິງຜູ້ຮັກການແຕ່ງຕົວແບບຜູ້ຊາຍ ແລະ ມີໜ້າຕາທີ່ຫຼໍ່.

ສິ່ງທີ່ເຮັດໃຫ້ມັງງະເລື່ອງນີ້ໜ້າສົນໃຈ ແມ່ນການປະຕິເສດຄວາມເປັນເພດຊາຍ ຫຼື ຍິງຕັ້ງແຕ່ລະດັບເສື້ອຜ້າເຄື່ອງແຕ່ງກາຍໄປຈົນຮອດລະດັບຊີວິດ ແລະ ຄວາມຄິດຂອງຄົນ. ເຮົາຈະໄດ້ເຫັນພັດທະນາການຂອງຕົວລະຄອນ ທີ່ຕ້ອງສູ້ກັບຄ່ານິຍົມໃນສັງຄົມ ກ່ຽວກັບເອກະລັກຄວາມຄິດເລື່ອງເພດ ເມື່ອພວກເຂົາເລີ່ມເຕີບໃຫຍ່ຂຶ້ນ ເສື້ອຜ້າທີ່ບໍ່ກົງກັບເພດສະພາບ ບໍ່ແມ່ນສັນຍະລັກທີ່ບົ່ງບອກເຖິງຄວາມຜິດແປກ ແຕ່ເປັນເຄື່ອງຢືນຢັນວ່າຄົນເຮົາເລືອກໃສ່, ເລືອກເປັນ ຫຼື ເລືອກຮັກຫຍັງກໍໄດ້ຕາມທີ່ໃຈປາຖະໜາໂດຍບໍ່ມີເງື່ອນໄຂ.

  1. A Polar Bear in Love

ແມວນໍ້າແບບໃດເປັນແຟນໝີ….! ກາຕູນ LGBTQ ທີ່ທ້າທາຍທຸກກົດເກນແຫ່ງຕ່ອງໂສ້ອາຫານ, ແມ່ນແລ້ວເຈົ້າອ່ານບໍ່ຜິດ ເພາະນີ້ແມ່ນ ມັງງະທີ່ໝີຂາວ ແລະ ແມວນໍ້າເປັນນັກສະແດງນຳຂອງເລື່ອງ.

ເລື່ອງລາວຂອງໝີຂາວເພດຜູ້ ທີ່ຫຼົງຮັກແມວນໍ້າ ສັດທີ່ໄດ້ຊື່ວ່າເປັນອາຫານອັນໂອຊາຂອງຕົນ ແລະ ຍັງເປັນເພດຜູ້ຄືກັນອີກດ້ວຍ ກາຍເປັນເລື່ອງລາວຄວາມຮັກ Hybridization ຂ້າມສາຍພັນ. ນີ້ຈຶ່ງເປັນການທໍາລາຍກໍາແພງເງື່ອນໄຂຄວາມສໍາພັນທັງໃນດ້ານສາຍພັນ ແລະ ເພດສະພາບ ພາໃຫ້ເຮົາເອົາໃຈຊ່ວຍສັດສອງໂຕນີ້ໄປຈົນຈົບເຫຼັ້ມ. ເຊິ່ງຫາກເບິ່ງຜ່ານໆ ອາດຈະຄິດວ່າເປັນກາຕູນສັດໂລກໜ້າຮັກ ມີເນື້ອຫາສົດໃສເບົາສະໝອງ ແຕ່ກໍເຊື່ອງປະເດັນເນື້ອຫາກ່ຽວກັບວົງຈອນ ແລະ ຕ່ອງໂສ້ອາຫານຂອງສິ່ງທີ່ມີຊີວິດໄວ້ໃນຫຼາຍມິຕິ. Mood & Tone ຈະອອກສີໝົ່ນໆ ເທົາໆ ປະປົນໄປຕາມອາລົມ. ເມື່ອສັດທັງສອງໄດ້ທົບທວນວ່າຄວາມຮັກຄັ້ງນີ້ ອາດບໍ່ໄດ້ເປັນໄປຕາມທີ່ຄາດຫວັງໄວ້ ແຕ່ກໍມີຮອຍຍິ້ມ ແລະ ສຽງຫົວ ໃຫ້ອາລົມໝົ່ນໝອງຈາງລົງໄດ້ຕະຫຼອດທັງເລື່ອງ.

  1. Our Dreams at Dusk

ກາຕູນກ່ຽວກັບປະສົບການໃນການພົບປະກັບສິ່ງຕ່າງໆໃນຊີວິດຂອງຕົວລະຄອນ LGBTQ.

ເລື່ອງເລີ່ມຕົ້ນເມື່ອ ທາຄາສຸ ນັກຮຽນຊາຍ ຊັ້ນມັດທະຍົມຕອນປາຍ ໄດ້ຕັດສິນໃຈທີ່ຈະຈົບຊີວິດຕົນເອງລົງ ເມື່ອເພື່ອນຮ່ວມຫ້ອງຈັບໄດ້ວ່າລາວເປັນຄົນມັກເພດດຽວກັນ, ມັນຈຶ່ງເຮັດໃຫ້ລາວໄດ້ພົບກັບ ‘ຫ້ອງຮັບແຂກ’ ແຫ່ງໜຶ່ງ ທີ່ບໍ່ໄດ້ມີໄວ້ນັ່ງ, ນອນ ຫຼື ກິນ popcorn ຕອນເບິ່ງຮູບເງົາຄືກັບຫ້ອງຮັບແຂກປົກກະຕິ ແຕ່ນີ້ເປັນຂອບເຂດຂອງການບອກເລົ່າ ແລະ ຄວາມເຂົ້າໃຈຂອງຄວາມຫຼາກຫຼາຍທາງເພດ. ຕົວລະຄອນທີ່ໄດ້ໄປໃຊ້ບໍລິການຫ້ອງຮັບແຂກນີ້ ແມ່ນ ມີຕັ້ງແຕ່ເດັກນ້ອຍ, ໄວໜຸ່ມ, ຜູ້ໃຫຍ່ ໄປຈົນເຖິງໄວຊະລາ. ບາງຄັ້ງກໍຢູ່ໃນພາວະສັບສົນ ມຶນງົງ ບໍ່ກ້າທີ່ຈະຍອມຮັບຕົວຕົນຂອງຕົນເອງ ບາງຄັ້ງກໍມີປະສົບການອັນແສນຂົມຂື່ນຈາກໂລກພາຍນອກທີ່ຕີຄ່າຄວາມຫຼາກຫຼາຍທາງເພດໃຫ້ກາຍເປັນຄວາມແປກປະຫຼາດ. ແຕ່ສິ່ງເຫຼົ່ານັ້ນ ຈະກາຍເປັນຄຳເວົ້າທີ່ບໍ່ມີຄວາມໝາຍ ເມື່ອພວກເຂົາຍ່າງ ເຂົ້າມາບ່ອນນີ້ ບ່ອນທີ່ມອບຄວາມຮູ້ສຶກປອດໄພໃຫ້ແກ່ພວກເຂົາ.

‘ຂ້ອຍຈະບໍ່ຖາມ’ ແມ່ນຄຳຕອບຂອງເຈົ້າຂອງຫ້ອງຮັບແຂກ ທີ່ຈະບໍ່ຖາມ ຫຼື ພະຍາຍາມບອກ ໃຫ້ຕົວລະຄອນແກ້ໄຂບັນຫາຊີວິດດ້ວຍວິທີແບບນີ້ ຫຼື ວິທີແບບນັ້ນ, ແຕ່ຈະໃຫ້ພວກເຂົາໄດ້ເລົ່າລະບາຍແບ່ງປັນ ແລະ ຫາຄຳຕອບດ້ວຍຕົນເອງ. ເຊັ່ນດຽວກັນກັບທີ່ປຶ້ມເຫຼັ້ມນີ້ ທີ່ບໍ່ໄດ້ພະຍາຍາມຍັດຄວາມຄິດໃສ່ສະໝອງຂອງຜູ້ອ່ານ ວ່າຄົນອ່ານຕ້ອງເຂົ້າໃຈພວກເຂົາ ຫຼື ສອນວ່າ LGBTQ ທີ່ດີຕ້ອງເປັນແບບໃດ ແຕ່ຜູ້ອ່ານຈະໄດ້ຮຽນຮູ້ ເຂົ້າໃຈ ແລະ ເຕີບໃຫຍ່ໄປພ້ອມໆ ກັບທຸກເລື່ອງຂອງຕົວລະຄອນ ໂດຍບໍ່ຮູ້ສຶກວ່າກຳລັງຖືກສັ່ງສອນ ຫຼື ອ່ານປຶ້ມປະເພດເທສະໜາ ຈຳພວກນັ້ນຢູ່.

  1. Bloom Into You

ເປັນມັງງະທີ່ນຳສະເໜີ ແລະ ເລົ່າເລື່ອງຄວາມຮັກຂອງ LGBTQ ແບບບໍ່ເດັ່ນໄປທາງໃດທາງໜຶ່ງ ແຕ່ເປັນຄວາມສຳພັນທີ່ເກີດຂຶ້ນຢ່າງທຳມະຊາດ ແລະ ຄ່ອຍເປັນຄ່ອຍໄປ ບໍ່ຕ່າງຈາກຄວາມຮັກຂອງຄູ່ຍິງຊາຍ ທົ່ວໄປ. ນອກຈາກນີ້ ຍັງຖ່າຍທອດບົດບາດທີ່ສຳຄັນຂອງທັງໝູ່, ຄອບຄົວ ແລະ ໂຮງຮຽນ ເຊິ່ງມີຜົນຕໍ່ຊີວິດໄວໜຸ່ມຂອງເດັກຄົນໜຶ່ງໄດ້ຢ່າງສົມຈິງ.

ດ້ວຍເນື້ອຫາທີ່ງ່າຍໆແຕ່ໃສ່ໃຈໃນທຸກລາຍລະອຽດ ບວກກັບລາຍເສັ້ນ ແລະ ການລົງນໍ້າໜັກຂອງແສງຢ່າງພໍເໝາະພໍດີ ມັນຈຶ່ງເປັນການສົ່ງຜ່ານຄວາມອົບອຸ່ນຈາກປາຍບິກຂອງຜູ້ຂຽນສູ່ສາຍຕາຂອງຜູ້ອ່ານໄດ້ເປັນຢ່າງດີ.

  1. What did you eat yesterday?

ເປັນເລື່ອງທີ່ເວົ້າເຖີງຊີວິດປະຈຳວັນຂອງຄູ່ຊາຍຮັກຊາຍ ໃນຫ້ອງເຊົ່າຫ້ອງໜຶ່ງໃນປະເທດຍີ່ປຸ່ນ. ນອກຈາກຈະເວົ້າເຖິງ ອຸປະສັກ ແລະ ວິຖີຊີວິດຂອງຄູ່ຮັກ LGBTQ ໃນໄວກາງຄົນແລ້ວ ເລື່ອງນີ້ຍັງພາເຮົາໄປເບິ່ງໄປເຫັນ ເຖິງທັດສະນະຄະຕິຂອງສັງຄົມທີ່ມີຕໍ່ກຸ່ມຄົນ LGBTQ ໃນປະເທດຍີ່ປຸ່ນທີ່ບໍ່ໄດ້ຮັບກການຍອມຮັບ ແລະ ເປີດກວ້າງແກ່ຜູ້ທີ່ມີຄວາມຫຼາກຫຼາຍທາງເພດເຊັ່ນພວກເຂົາ.

ເລື່ອງນີ້ມີການນຳສະເໜີວິຖີຊີວິດ ມຸມມອງ ແລະ ທັດສະນະຄະຕິ ຂອງຜູ້ຄົນໃນສັງຄົມໄດ້ຢ່າງກົມກືນກັບບົດເລື່ອງ ຈຶ່ງເຮັດໃຫ້ເລື່ອງນີ້ ກາຍເປັນທີ່ຮູ້ຈັກໃນວົງກວ້າງ ຂອງວົງການມັງງະ ສາຍ LGBTQ.

ຂອບໃຈຂໍ້ມູນຈາກ: https://cutt.ly/5HZEMG4

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/