ລໍາບາກພຽງໃດກໍຈະໄປຫາ! ສາວບັງກະລາເທດ ຍອມລົງທຶນລອຍນ້ຳຂ້າມຊາຍແດນ ເພື່ອໄປແຕ່ງງານກັບຄົນຮັກທີ່ອິນເດຍ


ເຈົ້າເຊື່ອໃນເລື່ອງ ໄລຍະທາງບໍ່ເປັນອຸປະສັກຕໍ່ຄວາມຮັກບໍ່? ເຖິງວ່າໄລຍະທາງນັ້ນຈະເຕັມໄປດ້ວຍຄວາມລໍາບາກ ທຸກຍາກພຽງໃດກໍຕາມ, ເຊັ່ນດຽວກັນກັບກໍລະນີສາວບັງກະລາເທດຄົນນີ້ ທີ່ລາວຍອມລົງທຶນລອຍນໍ້າຂ້າມພົມແດນໄປທີ່ອິນເດຍ ເພື່ອໄປແຕ່ງງານກັບຄົນທີ່ລາວຮັກ.

ເລື່ອງລາວນີ້ເປັນຂອງຍິງສາວອາຍຸ 22 ປີ ຊາວບັງກະລາເທດທີ່ມີຊື່ວ່າ Krishna Mandal (ກິດສະໜາ ມັນດາລ) ຜູ້ທີ່ໄດ້ກາຍເປັນຂ່າວໂດ່ງດັງຂ້າມປະເທດຫຼັງຈາກຝ່າຟັນອຸປະສັກ ໂດຍການລອຍນ້ຳຂ້າມພົມແດນເພື່ອໄປຫາຊາຍໜຸ່ມທີ່ລາວຮັກໝົດຫົວໃຈ.

ໂດຍ Krishna ນັ້ນມີແຟນຊື່ວ່າ Abhik Mandal (ອະພິກ ມັນດາລ) ເຊິ່ງທັງສອງຄົນແມ່ນພົບຮັກກັນຄັ້ງທໍາອິດຜ່ານແພລັດຟອມໂຊຊຽວມີເດຍຊື່ດັງຢ່າງ Facebook ເຊິ່ງຫຼັງຈາກນັ້ນທັງສອງຄົນກໍໄດ້ເລີ່ມໂອ້ລົມກັນ ແລະ ພັດທະນາຄວາມສໍາພັນມາເປັນຄົນຮັກຂອງກັນແລະກັນໃນທີ່ສຸດ.

ເຖິງວ່າທັງສອງຈະມີຄວາມຮັກທີ່ສວຍງາມໃຫ້ກັນແລະກັນຢູ່ສະເໝິ ແຕ່ມັນກໍມີອຸປະສັກຢູ່ບ່ອນວ່າ Krishna ນັ້ນຢູ່ປະເທດບັງກະລາເທດ ແລະ Abhik ແມ່ນຢູ່ອິນເດຍ ເຊິ່ງການໄປມາຫາສູ່ກັນແມ່ນເກືອບຈະເປັນໄປບໍ່ໄດ້ເລີຍ ເພາະວ່າຝ່າຍຊາຍນັ້ນບໍ່ມີໜັງສືຜ່ານແດນເພື່ອຂ້າມໄປຫາ Krishna ແບບຖືກກົດໝາຍ.

ດັ່ງນັ້ນມັນໄດ້ເຮັດໃຫ້ Krishna ຜູ້ທີ່ສັດທາໃນຄວາມຮັກຄັ້ງນີ້ຢ່າງເຫຼືອລົ້ນໄດ້ເຮັດການຕັດສິນໃຈທີ່ກ້າຫານ ແລະ ເອົາຊີວິດໄປສ່ຽງ ໂດຍການຕັດສິນໃຈລັກເຂົ້າອິນເດຍເພື່ອໄປຫາຄົນຮັກ ເຊິ່ງເສັ້ນທາງທີ່ Krishna ໃຊ້ເດີນທາງໄປນັ້ນແມ່ນເປັນພື້ນທີ່ເຂດອະນຸລັກພັນເສືອໂຄ່ງເບງກໍ ຍິ່ງໄປກວ່ານັ້ນຍິງສາວຄົນນີ້ຕ້ອງລອຍນ້ຳເພີ່ມອີກ 1 ຊົ່ວໂມງເພື່ອໄປຮອດຈຸດໝາຍ.

ດ້ວຍພະລັງແຫ່ງຄວາມມຸ່ງໝັ້ນປາຖະໜາ ໃນທີ່ສຸດ Krishna ກໍຂ້າມມາອິນເດຍໄດ້ສໍາເລັດ ແລະ ກໍໄດ້ພົບກັບ Ahbik ຊາຍທີ່ເປັນຄົນຮັກຂອງຕົນ ແລະ 3 ມື້ຕໍ່ມາທັງສອງຄົນໄດ້ເຂົ້າພິທີແຕ່ງງານໃນວັດ Kalighat ເມືອງ Kolkata ຂອງ ອິນເດຍ.

ຢ່າງໃດກໍດີ ຕາມງານລະບຸວ່າໃນເວລາຕໍ່ມາ Krishna ໄດ້ຖືກເຈົ້າໜ້າທີ່ຈັບກຸມຕົວໃນຂໍ້ຫາລັກລອບເຂົ້າປະເທດຢ່າງຜິດກົດໝາຍ. ທັງນີ້ Krishna ແມ່ນຈະຖືກສົ່ງຕົວກັບໄປທີ່ບ້ານເກີດຂອງຕົນເພື່ອໃຫ້ທາງການບັງກະລາເທດຕັດສິນຄວາມຜິດ.

ໂດຍເຫດການ ການລັກລອບຂ້າມພົມແດນໃນລັກສະນະນີ້ບໍ່ແມ່ນຄັ້ງທໍອິດທີ່ເຮັດການຈັບຕົວຊາວບັງກະລາເທດທີ່ລັກເຂົ້າມາອິນເດຍ ເພາະວ່າໃນຕົ້ນປີທີ່ຜ່ານມາກໍໄດ້ມີຂ່າວໄວໜຸ່ມບັງກະລາເທດ ຍອມລອຍນໍ້າຂ້າມພົມແດນເພື່ອໄປຊື້ຊັອກໂກແລັດເຊັ່ນກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/