ບໍລິສັດສີຈັນ ປະກາດສະຫວັດດີການໃໝ່ໃຫ້ພະນັກງານ ສາມາດລາພັກເພື່ອຜ່າຕັດແປງເພດໄດ້


ສີຈັນ ບໍລິສັດເຈົ້າຂອງຜະລິດຕະພັນເຄື່ອງສຳອາງສີຈັນທີ່ຫຼາຍຄົນຄຸ້ນເຄີຍກັນດີ ໄດ້ປະກາດເພີ່ມສະຫວັດດີການໃໝ່ໃຫ້ກັບພະນັກງານເພື່ອຕ້ອນຮັບ Pride Month ຫຼື ເດືອນແຫ່ງຄວາມຫຼາກຫຼາຍທາງເພດນັ້ນເອງ.

ສະຫວັດດີການທີ່ພະນັກງານຈະໄດ້ມີເພີ່ມມາ 4 ຂໍ້ ແຕ່ມີຂໍ້ໜຶ່ງທີ່ໂດດເດັ່ນນັ້ນແມ່ນ ສາມາດລາພັກເພື່ອຜ່າຕັດແປງເພດໄດ້ບໍ່ເກີນ 30 ມື້ຕໍ່ປີ ນັ້ນສະແດງໃຫ້ເຫັນວ່າ ທາງບໍລິສັດມີຄວາມເອົາໃຈໃສ່ ແລະ ໃຫ້ໂອກາດກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດຫຼາຍຂຶ້ນ.

ໂດຍສະຫວັດດີການອີກ 4 ຂໍ້ມີດັ່ງນີ້:

  • ເພີ່ມວັນພັກເກີດລູກ 180​ ມື້ ແລະ ຍັງໄດ້ຮັບຄ່າຈ້າງຄືເກົ່າ
  • ຜູ້ທີ່ເປັນສາມີສາມາດລາພັກໄດ້ ຖ້າພັນລະຍາເກີດລູກ ຫຼື ຖືພາ ລາໄດ້ 30 ມື້
  • ລາພັກຜ່າຕັດແປງເພດໄດ້ບໍ່ເກີນ 30 ມື້
  • ສາມາດລາພັກໃຈກໍລະນີທີ່ສູນເສຍຄົນໃກ້ຊິດໄປໄດ້ບໍ່ເກີນ 10 ມື້

ຫຼັງຈາກມີປະກາດອອກມາ ຊາວເນັດຈຳນວນຫຼາຍໄປຄົ້ນຫາສະຫວັດດີການຂອງພະນັກງານສີຈັນເພີ່ມ ແລະ ພົບວ່າມີຫຼາຍຂໍ້ທີ່ໜ້າສົນໃຈຄື:

  • ໄດ້ສິດຊື້ປຶ້ມໄດ້ເດືອນລະ 1 ຫົວ
  • ສາມາດຮັບຜະລິດຕະພັນຟຣີທຸກເດືອນ
  • Fitness ຟຣີ
  • Tuesday donut
  • ວັນພັກພິເສດສຳລັບເດືອນເກີດຂອງຕົນເອງ
  • ຄ່າແນະນຳໝູ່ມາສະໝັກວຽກ

ຖືວ່າມີຄວາມໃສ່ໃຈຕໍ່ພະນັກງານໃນບໍລິສັດຕົນເອງຫຼາຍ ໂດຍສະເພາະພະນັກງານທີ່ເປັນກຸ່ມຄົນຫຼາກຫຼາຍທາງເພດ ຫວັງວ່າຫຼາຍບໍລິສັດຈະເອົາບົດຮຽນດັ່ງກ່າວເປັນແບບຢ່າງໃນການໃຫ້ໂອກາດຕໍ່ກຸ່ມຄົນເຫຼົ່ານີ້ຫຼາຍຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/