ປະເທດຕຸຣກີປະກາດປ່ຽນຊື່ໃໝ່ຈາກ“ຕຸຣກີ” ມາເປັນ “ຕຸຣເຄຍ” ເພື່ອບໍ່ໃຫ້ຄົນສັບສົນກັບຄຳວ່າໄກ່ງວງໃນພາສາອັງກິດ


ເຊື່ອວ່າຫຼາຍໆ ຄົນຕ້ອງເຄີຍສັບສົນແນ່ນອນເວລາເອີ້ນຊື່ປະເທດ ຕຸຣກີ (Turkey) ກັບ ໄກ່ງວງ (Turkey) ໃນພາສາອັງກິດເພາະວ່າສອງຄຳນີ້ມີການສະກົດຄໍາ ແລະ ການອອກສຽງທີ່ຄ້າຍຄືກັນ ຈົນບາງເທື່ອອາດເຮັດໃຫ້ເຮົາງົງໄດ້ວ່າຄົນເວົ້າແມ່ນຈະເວົ້າເຖິງຊື່ປະເທດຫຼືໄກ່ງວງກັນແທ້ ເຊິ່ງຫຼ້າສຸດນີ້ເອງຄໍາສອງຄໍານີ້ແມ່ນຈະບໍ່ສະກົດ ຫຼື ອອກສຽງຄືກັນອີກແລ້ວ ເພາະຕຸຣກີ ໄດ້ປະກາດປ່ຽນຊື່ປະເທດຂອງຕົນເອງແລ້ວ.

ຕາມການລາຍງານຂອງສໍານັກຂ່າວຕ່າງປະເທດໄດ້ລະບຸວ່າ ໃນວັນທີ 2 ມິຖຸນາຕຸຣກີໄດ້ແຈ້ງຕໍ່ອົງການສະຫະປະຊາຊາດ (UN) ວ່ານັບຕັ້ງແຕ່ນີ້ເປັນຕົ້ນໄປຕ້ອງການໃຫ້ເອີ້ນຊື່ປະເທດຂອງຕົນວ່າ “ຕຸຣເຄຍ” (Turkiye) ໃນທຸກພາສາ.

ໂດຍ Stephane Dujarric ໂຄສົກເລຂາທິການອົງການສະຫະປະຊາຊາດລະບຸວ່າການປະກາດປ່ຽນແປງຊື່ຄັ້ງນີ້ຈະມີຜົນທັນທີ ໂດຍທາງອົງການສະຫະປະຊາຊາດໄດ້ຮັບຈົດໝາຍຂໍປ່ຽນຊື່ຈາກລັດຖະບານຕຸຣກີທີ່ໄດ້ສົ່ງໄປຍັງສໍານັກງານໃຫຍ່ຂອງສະຫະປະຊາຊາດໃນນິວຢອກ ເມື່ອວັນພຸດທີ 1 ມິຖຸນາ 2022 ທີ່ຜ່ານມາ.

ໃນຫຼາຍມື້ກ່ອນໜ້ານີ້ Mevlut Cavasoglu ລັດຖະມົນຕີກະຊວງການຕ່າງປະເທດຂອງຕຸຣກີໄດ້ລົງທະວີດພາບຖ່າຍຂອງຕົນເອງໃນຂະນະທີ່ກໍາລັງລົງນາມໃນຈົດໝາຍທີ່ສົ່ງເຖິງ Antonio Guterres ເລຂາທິການຂອງສະຫະປະຊາຊາດ ພ້ອມລະບຸວ່າ ຈົດໝາຍທີ່ຕົນໄດ້ສົ່ງໃຫ້ໃນມື້ນີ້ ໄດ້ກໍານົດຊື່ປະເທດຕຸຣກີໃນພາສາຕ່າງປະເທດໃຫ້ເປັນຊື່ ຕຸຣເຄຍ ເຊິ່ງການປ່ຽນແປງຄັ້ງນີ້ຈະເພີ່ມຄຸນຄ່າຂອງຊື່ປະເທດ ຕາມແນວທາງເລີ່ມຕົ້ນໂດຍປະທານາທິບໍດີ Recep Tayyip Erdoğan ຂອງຕຸຣກີ ທີ່ປົກຄອງປະເທດມາເກືອບ 20 ປີ.

ທັງນີ້ ໃນໄລຍະບໍ່ເທົ່າໃດປີທີ່ຜ່ານມາ ຕຸຣກີໄດ້ເລີ່ມປ່ຽນຊື່ປະເທດເທິງສິນຄ້າໃນປະເທດຕຸຣກີໃຫ້ກາຍເປັນຕຸຣເຄຍແລ້ວບາງສ່ວນ ເຊິ່ງການປ່ຽນເປັນຕຸຣເຄຍນັ້ນຈະເຮັດໃຫ້ໃກ້ຄຽງກັບການອອກສຽງໃນພາສາຕຸຣກີຫຼາຍຂຶ້ນ ແລະຍັງເຮັດໃຫ້ເຫັນຄວາມແຕກຕ່າງຢ່າງຊັດເຈນຈາກຄໍາວ່າ Turkey (ໄກ່ງວງ) ໃນພາສາອັງກິດອີກພ້ອມ.

ຢ່າງໃດກໍດີ ທາງດ້ານສັງສືພິມທ້ອງຖິ່ນຂອງຕຸຣກີໄດ້ມີການຕັ້ງຂໍ້ສັງເກດວ່າ ການປ່ຽນແປງຊື່ໃນຄັ້ງນີ້ອາດຈະກ່ຽວໂຍງກັບເລື່ອງທາງການເມືອງ ເພາະມີການຊຸກຍູ້ ແລະ ເວົ້າເຖິງເລື່ອງນີ້ ກ່ອນໜ້າທີ່ຈະມີການເລືອກຕັ້ງປະທານາທິບໍດີໃນປີໜ້າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/