ປະເທດອັງກິດ ກຽມອອກ Britcoin ເພື່ອມາໃຊ້ເປັນສະກຸນເງິນດິຈິຕອນຂອງປະເທດ


ພາຍຫຼັງ Cryptocurrency ໄດ້ຮັບຄວາມນິຍົມ ແລະ ໄດ້ຂະຫຍາຍຕົວຢ່າງກວ້າງຂວາງ ບວກກັບບັນດາບໍລິສັດໃຫຍ່ໆຈາກທົ່ວໂລກ ເລີ່ມຫັນມາໃຫ້ຄວາມສົນໃຈ ແລະ ຫາວິທີໃຊ້ປະໂຫຍດຈາກອຸດສາຫະກຳນີ້

ຫຼ້າສຸດ ມີລາຍງານອອກມາວ່າ  ທະນາຄານກາງຂອງອັງກິດມີກໍານົດທີ່ຈະປຶກສາຫາລືຮ່ວມກັນໃນປີນີ້ວ່າຄວນຈະສ້າງສະກຸນເງິນດິຈິຕອນຂອງຕົນເອງ ຫຼືບໍ່. ເຊິ່ງຈະກາຍເປັນຄູ່ແຂ່ງກັບ Cryptocurrency ຊື່ດັງຢ່າງ Bitcoin, ໂດຍສະກຸນເງິນດິຈິຕອນຂອງທະນາຄານກາງ Central Bank Digital Currency ຫຼືວ່າ CBDC ນັ້ນໄດ້ຮັບການສະຫນັບສະໜູນຈາກ ຣິຊີ້ ຊູນັກ (Rishi Sunak) ລັດຖະມົນຕີກະຊວງການເງິນຂອງອັງກິດ ໃຫ້ພິຈາລະນາຄວາມເປັນໄປໄດ້ຂອງການອອກ ‘Britcoin’ ເພື່ອມາເປັນເປັນ CBDC ຂອງອັງກິດ.

ເມື່ອວັນພຸດທີ 1ມິຖຸນາ 2022 ທີ່ຜ່ານມາ ແອນດິວ ຮາວເຊີ້ Andrew Hauser ຜູ້ອຳນວຍການບໍລິຫານຝ່າຍການຕະຫຼາດຂອງທະນາຄານກາງ ອັງກິດ Bank of England ຫຼືວ່າ BoE ອອກມາກ່າວວ່າ CBDC ນັ້ນຈະບໍ່ສ້າງຄວາມທ້າທາຍທີ່ໃຫຍ່ເກີນໄປສຳລັບການດຳເນີນງານຂອງ BoE.

ໂດຍທະນາຄານກາງຂອງປະເທດອັງກິດເບິ່ງວ່າເງິນສຳຮອງ ທີ່ບັນດາທະນາຄານການຄ້າຄອບຄອງຢູ່ນັ້ນ ຖືເປັນສະກຸນເງິນດິຈິຕອນປະເພດໜຶ່ງ. ແລະ CBDC ທີ່ຄົບຖ້ວນສົມບູນ ຈະເປັນຮູບແບບການເຂົ້າເຖິງລະບົບນີ້ໃນວົງກວ້າງ ເຊິ່ງອາດລົດຜ່ອນບົດບາດຂອງທະນາຄານໃນການຊຳລະເງິນລາຍວັນ.

ສຳລັບຄວາມສົນໃຈໃນ CBDC ຂອງບັນດາທະນາຄານກາງຄັ້ງນີ້ ຖືກກະຕຸ້ນໂດຍຄວາມເປັນໄປໄດ້ທີ່ບໍລິສັດເທັກໂນໂລຢີລາຍໃຫຍ່ອາດຈະສ້າງຮູບແບບການຊຳລະເງິນຂອງຕົນເອງ ເຊິ່ງນີ້ອາດຈະເຮັດໃຫ້ບໍ່ຈຳເປັນຈະຕ້ອງເພິ່ງພາລະບົບທະນາຄານແບບເກົ່າ ເຮັດໃຫ້ເກີດຄວາມກັງວົນກ່ຽວກັບຄວາມເປັນສ່ວນຕົວ ແລະ ຄວາມໝັ້ນຄົງທາງການເງິນ.

ໂດຍປະທານທະນາຄານກາງ ອັງກິດ ກ່າວວ່າ ຫາກວ່າບໍລິສັດເລືອກທີ່ຈະເດີນຕາມເສັ້ນທາງດັ່ງກ່າວ ກໍຄວນຄາດຫວັງວ່າຈະໄດ້ຮັບການຄວບຄຸມຕາມມາດຕະຖານດຽວກັນກັບທະນາຄານ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/