ການສື່ສານຈະງ່າຍຂຶ້ນ! Google ກຽມເປີດຕົວແວ່ນຕາແປພາສາອັດສະລິຍະແບບໃໝ່ ທີ່ສາມາດແປໄດ້ທັນທີ


ເຄີຍເປັນບໍ່? ຢາກຈະສື່ສານກັບຄົນຕ່າງຊາດແຕ່ບໍ່ສາມາດສື່ສານອອກໄປໄດ້ ເນື່ອງດ້ວຍຂໍ້ຈໍາກັດທາງດ້ານພາສາ. ດັ່ງນັ້ນ ເຮັດບໍລິສັດເທັກໂນໂລຢີຍັກໃຫຍ່ອັນດັບຕົ້ນໆ ຂອງໂລກຢ່າງ Google ໄດ້ຜະລິດ Google Glass ຮຸ່ນໃໝ່ອອກມາທີ່ມີຄຸນສົມບັດສາມາດແປພາສາໄດ້ທັນທີ.

ໂດຍກ່ອນໜ້ານີ້ Google Glass ແມ່ນໄດ້ເປີດຕົວອອກມາເປັນເວລາ 10 ປີແລ້ວ. ຕໍ່ມາ ບໍລິສັດ Alphabet ເຊິ່ງເປັນບໍລິສັດແມ່ຂອງ Google ໄດ້ຜະລິດແວ່ນຕາອັດສະລິຍະຮູບແບບໃໝ່ ເຊິ່ງທາງບໍລິສັດກ່າວວ່າ ອຸປະກອນຄອມພິວເຕີທີ່ສວມໃສ່ໄດ້ນີ້ ແມ່ນສາມາດແປພາສາຕ່າງໆ ໄດ້ແບບ real time ເລີຍ.

ເຊິ່ງແວ່ນຕາອັດສະລິຍະ Google Glass ຮຸ່ນທໍາອິດມີກ້ອງທີ່ສາມາດບັນທຶກສິ່ງທີ່ຜູ້ສວມໃສ່ເຫັນໄດ້ ເຮັດໃຫ້ເກີດມີຄວາມກັງວົນໃນເລື່ອງຄວາມເປັນສ່ວນຕົວຢ່າງກວ້າງຂວາງ. ນອກຈາກນີ້ ອົງປະກອບຂອງກ້ອງຍັງເຮັດໃຫ້ Google Glass ມີຮູບຊົງຄ້າຍຄືອຸປະກອນຂອງນັກວິທະຍາສາດໃນນະວະນິຍາຍອີກພ້ອມ.

ແຕ່ສໍາລັບແວ່ນຕາອັດສະລິຍະຮຸ່ນໃໝ່ຫຼ້າສຸດນີ້ ເບິ່ງຄືວ່າຈະມີຮູບຊົງຄ້າຍຄືກັບແວ່ນຕາທົ່ວໄປ ເພາະໂມເດວຂອງມັນຖືກເປີດຕົວໃນງານ Google I/O 2022. ພ້ອມນັ້ນຍັງໄດ້ມີການສາທິດຄວາມສາມາດໃນການແປພາສາຂອງ Google Glass ຮຸ່ນໃໝ່ ແຕ່ຍັງບໍ່ໄດ້ບອກລາຍລະອຽດວ່າຈະມີການຕິດຕັ້ງກ້ອງນໍາຄືກັນກັບ Google Glass ຮຸ່ນເກົ່າຫຼືບໍ່.

ນອກຈາກນີ້ ຍັງມີການອະທິບາຍເພີ່ມຕື່ມວ່າ ຫາກຜູ້ທີ່ສວມໃສ່ແວ່ນກໍາລັງໂອ້ລົມກັບຄົນທີ່ເວົ້າພາສາອື່ນ ກໍຈະສາມາດແນມເຫັນຄໍາເວົ້າຂອງຄູ່ສົນທະນາໃນພາສາຂອງຕົນເອງໄດ້ໃນທັນທີ ແລະ ຍັງສາມາດແປພາສາມືເປັນພາສາອັງກິດ, ຈີນກາງ, ສະເປນ ແລະ ອາເມຣິກາໄດ້ອີກດ້ວຍ.

ແວ່ນຕາອັດສະລິຍະຮຸ່ນໃໝ່ຫຼ້າສຸດນີ້ເປັນໜຶ່ງໃນຜະລິດຕະພັນທີ່ກໍາລັງຢູ່ໃນການພັດທະນາ ແລະຖືກນໍາມາສະແດງໃນງານນີ້ ໂດຍທາງບໍລິສັດກ່າວວ່າຜະລິດຕະພັນສ່ວນຫຼາຍມີຈຸດມຸ່ງໝາຍທີ່ຈະເຊື່ອມຕໍ່ບໍລິການຂອງ Google ກັບກິດຈະກໍາຕ່າງໆ ເກີດຂຶ້ນໃນໂລກຄວາມເປັນຈິງໄດ້ດີຍິ່ງຂຶ້ນ ເຊິ່ງລວມໄປເຖິງການບໍລິການໃນການຄົ້ນຫາ, ເບິ່ງແຜນທີ່ ແລະ ບໍລິການອື່ນໆ ທີ່ໃຊ້ເທັກໂນໂລຢີປັນຍາປະດິດ (AI) ທີ່ໄດ້ຮັບການພັດທະນາຫຼ້າສຸດ.

ທາງດ້ານ Eddie Chung ຜູ້ອໍານວນການຝ່າຍການຈັດການຜະລິດທີ່ Google ໄດ້ໂອ້ລົມກັບນັກພັດທະນາກ່ຽວກັບແວ່ນຕາຮຸ່ນໃໝ່ວ່າ “ທາງບໍລິສັດພະຍາຍາມພັດທະນາເທັກໂນໂລຢີທີ່ຊ່ວຍໃຫ້ສາມາດທໍາລາຍກໍາແພງດ້ານພາສາໄດ້ ແລະ ຕ້ອງໃຊ້ເວລາດົນນານຫຼາຍປີໃນການສຶກສາວິໄຈຂໍ້ມູນໃນ Google ແປພາສາເພື່ອນໍາມາໃສ່ໄວ້ໃນແວ່ນຕາ” ແລະ ເຂົາຄິດວ່າຜະລິດຕະພັນອັນໃໝ່ນີ້ຈະຊ່ວຍໃຫ້ມີຄໍາບັນຍາຍພາສາໃຫ້ແກ່ຊາວໂລກໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/