ປະທານາທິບໍດີ ເກົາຫຼີໃຕ້ ມອບຫຼຽນໄຊ ນັກກິລາຂັ້ນສູງສຸດ ໃຫ້ Son Heung Min ກອງໜ້າຂອງ Tottenham Hotspur


ພາຍຫຼັງທີ່ໄດ້ປະກາດລາຍຊື່ 6 ຄົນ ທີ່ໄດ້ເຂົ້າຊິງຮາງວັນ PFA ຫຼືວ່າ ຮາງວັນນັກເຕະດີເດັ່ນປະຈຳປີຂອງພຣີເມຍລີກ ເຊິ່ງຖືເປັນຮາງວັນໃຫຍ່ປະຈຳປີ ແຕ່ກັບບໍ່ມີຊື່ຂອງ ຊົນ ຮຶງມິນ ກອງໜ້າຄວາມໄວສູງ ຈາກແດນ ກິມຈິ ຂອງ ສະໂມສອນ Tottenham Hotspur ທີ່ປີນີ້ທີ່ເຮັດຜົນງານໄດ້ຢ່າງໂດດເດັ່ນ ຈົນກາຍເປັນດຣາມ່າຄັ້ງໃຫຍ່ ລຸກລາມໄປຮອດການຈຳແນກເຊື້ອຊາດ ວ່າຍ້ອນເປັນຄົນເອເຊຍ ຈຶ່ງບໍ່ມີຊື່ເຂົ້າຊິງຮາງວັນນີ້.

ຢ່າງໃດກໍຕາມ ເມື່ອ ຊົນ ຮຶງມິນ ກັບມາທີ່ເກົາຫຼີ ກໍຍັງໄດ້ຮັບຫຼຽນໄຊ ນັກກິລາຂັ້ນສູງສຸດ ຂອງເກົາຫຼີໃຕ້ ຫຼັງຈາກເຮັດຜົນງານໄດ້ດີ ແລະ ເປັນທີ່ພາກພູມໃຈຂອງປະເທດ ໂດຍການເປັນນັກເຕະຈາກເອເຊຍຄົນທຳອິດທີ່ສາມາດ ຄວ້າຮາງວັນ ເກີບທອງຄຳ ຫຼື ຜູ້ທີ່ຍິງປະຕູໄດ້ຫຼາຍສຸດຂອງປີນີ້ ໃນພຣີເມຍລີກ.

ດາວຍິງທີມຊາດເກົາຫຼີໃຕ້ຄົນນີ້ ໄດ້ຮັບຮາງວັນເກີບທອງຄຳ ພຣີເມຍລີກ 2021-2022 ຮ່ວມກັບ ໂມຮາເມັດ ຊາລ່າ ປີກເລືອດ ອີຢິບ ຂອງ ລິເວີ້ພູລ ຫຼັງຈາກທັງສອງຍິງປະຕູໄດ້ຄົນລະ 23 ປະຕູ ແຕ່ທີ່ ຊົນ ຮຶງມິນ ເຮັດນັ້ນມັນໜ້າອັດສະຈັນຫຼາຍກວ່າ ເພາະ ທັງ 23 ປະຕູທີ່ລາວເຮັດໄດ້ນັ້ນ ປາສະຈາກ ການຍິງຈາກຈຸດໂທດ ແມ່ນແຕ່ລູກດຽວ.

ຊົນ ຮຶງມິນ ເຂົ້າຮັບຮາງວັນຈາກ ຍຸນ ຊອກຍອນ ປະທານາທິບໍດີເກົາຫຼີໃຕ້ ກ່ອນທີ່ຈະລົງຊ່ວຍຫຼິ້ນ ໃຫ້ທີມຊາດ ໃນເກມອຸ່ນເຄື່ອງກັບ ທີມຊາດ ບຣາຊິວ ທ່າມກາງແຟນບານຈຳນວນຫຼວງຫຼາຍທີ່ແຫ່ມາໃຫ້ກຳລັງໃຈ ພ້ອມກັບມີປ້າຍທີ່ຂຽນດ້ວຍຄວາມພາກພູມໃຈວ່າ: “ພວກເຮົາມີຊີວິດຢູ່ໃນຍຸກຂອງນັກເຕະລະດັບໂລກ ຊົນ ຮຶງມິນ”.

ໂດຍກ່ອນໜ້ານີ້ ນັກກິລາທີ່ໄດ້ຮັບ ຫຼຽນໄຊຫຼຽນນີ້ມີພຽງ 2 ຄົນ ນັ້ນກໍຄື ຄິມ ຢູນາ ນັກສະເກັດນໍ້າແຂງ ເຈົ້າຂອງຫຼຽນຄຳ Olympics 2010 ແລະ ພາກ ເຊຣີ ຕຳນານນັກກ໊ອບສາວຂອງເກົາຫຼີນັ້ນເອງ.

         ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/