Terry Fox ຊາຍຜູ້ປ່ວຍເປັນມະເຮັງ ທີ່ມີຂາຂ້າງດຽວ ອອກແລ່ນ 5,373 ກິໂລແມັດ ເພື່ອຫາເງິນເຂົ້າສະມາຄົມວິໄຈມະເຮັງ ກ່ອນທີ່ຈະເສຍຊີວິດ


ຄຳວ່າຍອດມະນຸດອາດຈະບໍ່ຈຳເປັນຕ້ອງປ່ອຍແສງໄດ້ຄື ອຸນຕ້າແມນ, ອາດຈະບໍ່ຕ້ອງແລ່ນໄວແລະເຫາະໄດ້ຄື ຊຸບເປີ້ແມນ ເພາະພຽງແຕ່ມີຈິດໃຈເຂັ້ມແຂງ ທີ່ພ້ອມຈະເສຍສະຫຼະຕົນເອງ ເພື່ອຜູ້ອື່ນ ຫຼື ຜົນປະໂຫຍດສ່ວນລວມ ກໍເອີ້ນໄດ້ເຕັມປາກແລ້ວວ່າແມ່ນ ຍອດມະນຸດ.

ເຊັ່ນດຽວກັນກັບ ເທີຣີ້ ຟັອກ ຊາຍຜູ້ປ່ວຍເປັນໂຣກມະເຮັງ ທີ່ມີຂາຂ້າງດຽວ ອອກແລ່ນ 5,373 ກິໂລແມັດ ເພື່ອຫາເງິນເຂົ້າສະມາຄົມວິໄຈມະເຮັງ ເປັນເວລາ 143 ມື້ ກ່ອນຈະເສຍຊີວິດ.

ເທີຣີ້ ຟັອກ ເກີດເມື່ອວັນທີ 28 ກໍລະກົດ ປີ 1958 ໃນ ມານິໂທບາ ປະເທດ ແຄນາດາ. ລາວກໍເໝືອນໄວໜຸ່ມທົ່ວໄປ ທີ່ມັກຫຼິ້ນກິລາ ຕາມພາສາໄວໜຸ່ມ. ຈົນມາຮອດ ປີ 1976 ຊີວິດຂອງລາວກໍຕ້ອງພົບກັບອຸປະສັກຄັ້ງໃຫຍ່ ເມື່ອລາວໄດ້ປະສົບອຸບັດຕິເຫດ ແລະ ມີອາການເຈັບທີ່ຫົວເຂົ່າຟາກຂວາ.

ອາການບາດເຈັບທີ່ຫົວເຂົ່າຂອງລາວນັ້ນຮຸນແຮງຂຶ້ນເລື້ອຍໆ ຈົນມາຮອດປີ 1977 ທ່ານໝໍໄດ້ແຈ້ງກັບລາວວ່າລາວເປັນ ມະເຮັງ ກະດູກ ແລະ ຈຳເປັນຕ້ອງຕັດຂາເບື້ອງຂວາຖິ້ມກ່ອນມັນຈະລາມໄປສ່ວນອື່ນ, ເຮັດໃຫ້ລາວກາຍເປັນຄົນພິການຂາຕັ້ງແຕ່ອາຍຸ 19 ປີ.

ໃນເວລານັ້ນ, ມະເຮັງຍັງບໍ່ໄດ້ຖືກເອົາໃຈໃສ່ຫຼາຍເທົ່າທີ່ເປັນຢູ່ໃນປັດຈຸບັນ ແລະ ການເສຍຊີວິດຈາກການປິ່ນປົວດ້ວຍຣັງສີ (Chemotherapy) ສູງກວ່າອັດຕາການລອດຊີວິດ.

ການທີ່ລາວໄດ້ເຂົ້າໄປຢູ່ໂຮງໝໍ ເຮັດໃຫ້ ເທີຣີ້ ແນມເຫັນວ່າ ມະເຮັງເປັນສາເຫດຫຼັກຂອງການເສຍຊີວິດຂອງຊາວແຄນາດາ ແລະ ເພື່ອນມະນຸດທົ່ວໂລກໃນເວລານັ້ນ. ຖ້າຫາກໂຊກດີ ຄົນເຈັບອາດຈະຕ້ອງເສຍສະຫຼະອະໄວຍະວະບາງສ່ວນເພື່ອຮັກສາຊີວິດຂອງຕົນເອງໄວ້ ເຊັ່ນດຽວກັນກັບ ເທີຣີ້, ແຕ່ຄົນເຈັບສ່ວນໃຫຍ່ກໍເສຍຊີວິດລົງບໍ່ດົນຫຼັງຈາກພວກເຂົາປ່ວຍເປັນມະເຮັງ. ໃນຂະນະທີ່ການສຶກສາຄົ້ນຄວ້າກ່ຽວກັບ ມະເຮັງ ແມ່ນເປັນໄປຢ່າງຈໍາກັດ ເນື່ອງຈາກມີງົບປະມານໜ້ອຍ, ເທີຣີ້ ຈຶ່ງຕັດສິນໃຈວ່າຫຼັງຈາກອອກຈາກໂຮງໝໍ ລາວຕ້ອງເຮັດບາງສິ່ງບາງຢ່າງເພື່ອຊ່ວຍຄົນເຈັບທີ່ເປັນມະເຮັງເຫຼົ່ານັ້ນໃຫ້ໄດ້.

ໃນຂະນະທີ່ລາວ ປິ່ນປົວໃນໂຮງໝໍ ຄູຝຶກບານບ້ວງຂອງລາວກໍໄດ້ມາຢາມ ພ້ອມກັບເອົາວາລະສານທີ່ມີຮູບພາບຂອງ ດິກ ທຣັມ (Dick Traum), ນັກແລ່ນຊາວອາເມຣິກາທີ່ ພິການຂາທັງສອງຂ້າງ ທີ່ຫາກໍສໍາເລັດການແຂ່ງຂັນ New York Marathon ມາໃຫ້ລາວເບິ່ງ ເຮັດໃຫ້ ເທີຣີ້ ຄິດໄດ້ວ່າລາວຍັງມີຂາຊ້າຍຢູ່. ແຖມຍັງເຄີຍເປັນນັກກິລາບານບ້ວງ ກໍຕ້ອງແລ່ນມາຣາທອນໄດ້ເຊັ່ນດຽວກັນກັບນັກແລ່ນ ຊາວ ອາເມຣິກາຄົນນັ້ນ.

ບໍ່ພຽງແຕ່ເທົ່ານັ້ນ ຄວາມຝັນຂອງ ເທີຣີ້ ແມ່ນໃຫຍ່ກວ່າການແລ່ນມາຣາທອນທຳມະດາ. ລາວຝັນຢາກແລ່ນຂ້າມແຄນາດາ ໂດຍທີ່ລາວຕັ້ງເປົ້າໝາຍທີ່ຈະລະດົມທຶນໃຫ້ໄດ້ 20 ລ້ານໂດລາ ເຊິ່ງສູງຫຼາຍໃນສະໄໝນັ້ນ ເພື່ອສະໜັບສະໜູນການຄົ້ນຄວ້າກ່ຽວກັບການປິ່ນປົວມະເຮັງ.

ເດັກໜຸ່ມໃຊ້ເວລາຊ້ອມປະມານປີປາຍກ່ອນທີ່ລາວຈະອອກແລ່ນຈາກ ເຊນຈອນ ເຊິ່ງຢູ່ຝັ່ງຕາເວັນອອກຂອງແຄນາດາໃນວັນທີ 12 ເມສາ 1980 ໂດຍມີຈຸດໝາຍປາຍທາງຢູ່ ແວນຄູເວີ ທາງຝັ່ງຕາເວັນຕົກ, ໄລຍະທາງທັງໝົດປະມານ 8,000 ກິໂລແມັດ. ເທີຣີ້ ຕັ້ງໃຈຈະແລ່ນໃຫ້ໄດ້ມື້ລະ 42 ກິໂລແມັດ ເຊິ່ງແຜນການຂອງລາວຄັ້ງນີ້ ຕ້ອງໃຊ້ເວລາຫຼາຍເຖິງ 8 ເດືອນ.

ດ້ວຍຄວາມທີ່ຂາຂ້າງໜຶ່ງເປັນຂາທຽມ ຄວາມໄວໃນການແລ່ນຂອງ ເທີຣີ້ ແມ່ນບໍ່ແຕກຕ່າງຈາກການຍ່າງໄວຂອງຄົນທໍາມະດາ. ໃນໄລຍະທຳອິດຂອງການແລ່ນ ມີ​ແຕ່​ນ້ອງ​ຊາຍ​ຂອງ​ລາວ​ທີ່​ຂັບ​ໄລ່​ຕາມ​ຫຼັງ ແລະ ບໍ່ຄ່ອຍຈະໄດ້ຮັບຄວາມສົນໃຈຈາກປະຊາຊົນ ຫຼື ສື່ມວນຊົນຫຼາຍປານໃດ. ເມື່ອຄົນທີ່ກາຍໄປກາຍມາໄດ້ໂອ້ລົມກັບລາວ ແລ້ວໄດ້ຮູ້ເຖິງຈຸດປະສົງ ຫຼາຍຄົນກໍປະຫຼາດໃຈ ແລະ ກໍມີອີກຫຼາຍຄົນບອກໃຫ້ລາວເຊົາເຮັດແບບນີ້ ເພື່ອຕົວລາວເອງ.

ຫຼັງຈາກການແລ່ນທຸກມື້ ເປັນໄລຍະເວລາ 2 ເດືອນ ເທີຣີ້ໄດ້ມາຮອດ ເມືອງ ມອນທີອັນ ແລະ ໄດ້ພົບກັບ ນັກທຸລະກິດຊື່ດັງຢ່າງ ໄອຊາໂດເຣ ຊາບ (Isadore Sharp) ທີ່ໄດ້ສູນເສຍລູກຊາຍທີ່ປ່ວຍເປັນມະເຮັງໄປເມື່ອບໍ່ດົນມານີ້ ເຮັດໃຫ້ລາວປະກາດວ່າຈະບໍລິຈາກເງິນ 2 ໂດລາ ແຄນາດາໃຫ້ກັບທຸກໆ 1 ກິໂລແມັດ ທີ່ເທີຣີ້ ແລ່ນໄດ້ ແຖມຍັງໄດ້ພາ ເທີຣີ້ໄປພົບປະກັບໝູ່ນັກທຸລະກິດອີກຫຼາຍຄົນ. ເຮັດໃຫ້ການແລ່ນຂອງ ເທີຣີ້ ນັ້ນເລີ່ມເປັນທີ່ຮູ້ຈັກກັນໃນວົງກວ້າງຂຶ້ນ.

ນອກຈາກນີ້ ເທີຣີ້ ຍັງໄດ້ຖືກເຊື້ອເຊີນໃຫ້ເຂົ້າຮ່ວມພິທີເປີດການແຂ່ງຂັນກິລາບານເຕະຂອງທີມປະຈຳເມືອງ ເຊິ່ງ ເທີຣີ້ ແລະ ຜູ້ຈັດງານກໍບໍ່ແນ່ໃຈວ່າຜູ້ຊົມທີ່ເຂົ້າມາເບິ່ງຈະຮູ້ຈັກລາວຫຼາຍສໍ່າໃດ. ແຕ່ການປາກົດຕົວຂອງ ເທີຣີ້ ໃນມື້ນັ້ນໄດ້ຮັບສຽງຕົບມືຢ່າງແຮງຈາກຜູ້ຊົມໃນສະໜາມ ແລະ​ ຫຼາຍ​ຄົນ​ທີ່​ໄດ້​ຮູ້​ຈັກລາວ ​ຜ່ານ​ໜ້າ​ຈໍ​ໂທລະ​ພາບ​.

ນັບຈາກນັ້ນມາຊື່ຂອງ ເທີຣີ້ ຟັອກ ກໍປາກົດຢູ່ໜ້າໜຶ່ງຂອງໜັງສືພິມໃນ ແຄນາດາ ຕະຫຼອດ ທັງລາຍອາທິດ ແລະ ລາຍວັນ. ຈົນລາວມາຮອດເມືອງ ໂຕຣອນໂຕ້ ກໍໄດ້ມີຜູ້ຄົນນັບໝື່ນຈັດພິທີຕ້ອນຮັບລາວ ແລະ ເທິງເວທີ ໂຄສົກໃນງານໄດ້ກ່າວກັບລາວວ່າ  ເມື່ອແລ່ນໄປຮອດ ແວນຄູເວີ້ ຢູ່ບ່ອນນັ້ນຈະມີຄົນຖ້າຕ້ອນຮັບຢູ່ເປັນແສນກວ່າຄົນ. ແຕ່ຄຳຕອບຂອງເທີຣີ້ ແມ່ນ: “ຖ້າຂ້ອຍໄປບໍ່ຮອດ ໃຫ້ພວກເຈົ້າພະຍາຍາມຕໍ່ໄປ” (If I don’t finish, keep try)

ປະໂຫຍກດັ່ງກ່າວປຽບເໝືອນການສະທ້ອນເຖິງຄວາມເຈັບປວດທີ່ລາວບໍ່ເຄີຍບອກໃຜ ທັງຈາກ ມະເຮັງ ແລະ ການແລ່ນຕໍ່ເນື່ອງມາເປັນເວລາ 4 ເດືອນ.

ຈົນມາຮອດວັນທີ 1 ກັນຍາ ຫຼັງຈາກແລ່ນມາໄດ້ 143 ມື້ ໄລຍະທາງ 5,373 ກິໂລແມັດ ເທີຣີ້ ຕ້ອງຢຸດການແລ່ນຂອງລາວໄວ້ພຽງເທົ່ານີ້ ເນື່ອງຈາກຮ່າງກາຍຂອງລາວບໍ່ສາມາດຝືນທົນຕໍ່ຄວາມເຈັບປວດອີກໄດ້ແລ້ວ. ໃນຕອນນີ້ລາວໄດ້ຮັບເງິນບໍລິຈາກທັງໝົດ 1.7 ລ້ານໂດລາ ແຄນາດາ. ແຕ່ການບໍລິຈາກຍັງສືບຕໍ່ຫຼັ່ງໄຫຼເຂົ້າມາຈົນສຸດທ້າຍຍອດບໍລິຈາກມີເຖິງ 23 ລ້ານໂດລາແຄນາດາ.

ເຖິງແມ່ນວ່າ ເທີຣີ້ ຈະປະກາດວ່າເມື່ອລາວອາການດີຂຶ້ນ ລາວຈະກັບມາແລ່ນຕໍ່ໃຫ້ຄົບດັ່ງທີ່ລາວຕັ້ງໃຈໄວ້. ແຕ່ສະພາບຮ່າງກາຍລາວກັບເສື່ອມຖອຍລົງຢ່າງໜັກ ຈາກໂຣກມະເຮັງ ແລະ ຈາກການໃຊ້ຮ່າງກາຍຢ່າງໜັກ ກ່ອນທີ່ລາວຈະເສຍຊີວິດໄປໃນວັນທີ 28 ມິຖຸນາ 1981 ດ້ວຍອາຍຸພຽງ 22 ປີ.

ເທີຣີ້ ຟັອກ ໄດ້ກາຍເປັນແຮງບັນດານໃຈໃຫ້ຫຼາຍຄົນເຮັດບາງສິ່ງບາງຢ່າງເພື່ອສັງຄົມ. ຊື່ຂອງລາວໄດ້ກາຍເປັນຊື່ຂອງສະຖານທີ່ໃນຫຼາຍໆເມືອງ, ບາງລັດກໍານົດວັນ ເທີຣີ້ ຟັອກ ໃຫ້ເປັນມື້ພັກ. ໃນຂະນະທີ່ການແລ່ນຂ້າມທະວີບຂອງ ຕົວລະຄອນຊື່ດັງຢ່າງ Forest Gump ກໍມີ ເທີຣີ້ ເປັນຕົ້ນແບບ.

ເຖິງແມ່ນວ່າ ເທີຣີ້ ຈະຈາກໂລກນີ້ໄປແລ້ວ ແຕ່ອຸດົມການທີ່ເຂັ້ມແຂງຂອງລາວນັ້ນຍັງຢູ່ຕະຫຼອດມາ ໂດຍມີການຈັດງານແລ່ນ ມາຣາທອນແຫ່ງຄວາມຫວັງ (Marathon of Hope) ຂຶ້ນທຸກປີ ໃນຫຼາຍໆເມືອງ ຂອງຫຼາຍໆປະເທດ ເພື່ອລະດົມທຶນໃຫ້ກັບ ມູນລະນິທິ ເທີຣີ້ ຟັອກ ທີ່ຕັ້ງຂຶ້ນເພື່ອສານຕໍ່ຄວາມຕັ້ງໃຈຂອງລາວ.

ເທີຣີ້ ຟັອກ ອາດຈະບໍ່ບັນລຸເປົ້າໝາຍໃນການແລ່ນຂ້າມ ແຄນາດາ ແຕ່ວ່າເປົ້າໝາຍຫຼັກຂອງລາວ ທີ່ຈະລະດົມທຶນເພື່ອຊ່ວຍເຫຼືອຜູ້ອື່ນນັ້ນ ຖືວ່າປະສົບຄວາມສຳເລັດເປັນຢ່າງສູງ ເຖິງແມ່ນວ່າຕ້ອງແລກມາດ້ວຍຊີວິດຂອງລາວກໍຕາມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/