ປາຣີສ ກາຍເປັນເມືອງທີ່ດີທີ່ສຸດໃນການສະເຫຼີມສະຫຼອງ LGBTQ Pride ປະຈໍາປີ 2022


ດັ່ງທີ່ຫຼາຍໆຄົນຮູ້ຕະຫຼອດເດືອນມິຖຸນານີ້ ແມ່ນເດືອນແຫ່ງຄວາມພາກພູມໃຈໃນຄວາມຫຼາກຫຼາຍທາງເພດ ຫຼື ຮູ້ຈັກກັນດີໃນຊື່ “Pride Month”. ທັງນີ້ຫຼາຍໆ ສະຖານທີ່ທົ່ວໂລກແມ່ນໄດ້ມີການຍ່າງຂະບວນ ແລະ ຮ່ວມສະເຫຼີມສະຫຼອງກັນຢ່າງມ່ວນຊື່ນ ເພື່ອເປັນການສະແດງໃຫ້ເຫັນເຖິງຄວາມຫຼາກຫຼາຍຂອງກຸ່ມຄົນໃນສັງຄົມ ແລະ ຄວາມເທົ່າທຽມກັນຂອງມະນຸດທຸກຄົນ.

ແລະກໍເປັນທໍານຽມຂອງທຸກໆປີທີ່ HomeTogo ເຊິ່ງເປັນແພລັດຟອມຕົວກາງຈອງເຮືອນພັກຊື່ດັງ ຈະອອກມາຈັດອັນດັບ 50 ເມືອງທົ່ວໂລກທີ່ເໝາະສົມແກ່ການສະເຫຼີມສະຫຼອງ LGBTQ Pride ໂດຍໃນປີ 2022 ພວກເຂົາໄດ້ປະກາດຍົກໃຫ້ ‘ປາຣີສ’ ຂຶ້ນເປັນອັນດັບ 1 ເມືອງທີ່ດີທີ່ສຸດໃນໂລກສໍາລັບສະເຫຼີມສະຫຼອງ LGBTQ Pride ໂດຍພວກເຂົາໃຫ້ເຫດຜົນວ່າ ປາຣີສ ນັ້ນເປັນເມືອງທີ່ມີການຄົມມະນາຄົມໄປມາສະດວກ, ເຂົ້າເຖິງງານສະເຫຼີມສະຫຼອງໄດ້ງ່າຍ, ມີບ່ອນພັກລາຄາຈັບຕ້ອງໄດ້ ແລະ ມີສະຖານທີ່ບັນເທີງ LGBTQ ຍອດນິຍົມ.

ທາງດ້ານ Caroline Burns ຫົວໜ້າຝ່າຍປະຊາສໍາພັນ ແລະ ຜູ້ຊ່ຽວຊານດ້ານການເດີນທາງ HomeToGo ກ່າວວ່າ “ໃນແຕ່ລະປີ ງານ Pride ຍິ່ງໃຫຍ່ແລະສ່ອງແສງສະຫວ່າງຫຼາຍຂຶ້ນ ມີຊຸມຊົນ LGBTQ , ຄອບຄົວ ລວມໄປຮອດບຸກຄົນອື່ນໆ ທີ່ສະໜັບສະໜູນພວກເຂົາເຂົ້າຮ່ວມງານເປັນຈໍານວນຫຼາຍ ມີຫຼາຍຈຸດໝາຍປາຍທາງໃໝ່ທີ່ໜ້າຕື່ນເຕັ້ນໃຫ້ສໍາຫຼວດຫຼາຍຂຶ້ນທຸກປີ ເຮົາຈຶ່ງສ້າງດັດຊະນີເພື່ອເປັນແຮງບັນດານໃຈໃຫ້ຄົນເຫຼົ່ານີ້ອອກເດີນທາງໄປຍັງຈຸດໝາຍປາຍທາງໃໝ່ໆ ເພື່ອສົ່ງເສີມຄວາມເທົ່າທຽມ ແລະ ສະເຫຼີມສະຫຼອງປະຫວັດສາດແລະຄວາມສໍາເລັດຂອງຊຸມຊົນ LGBTQ”.

ລາຍຊື່ 50 ເມືອງທົ່ວໂລກແມ່ນຈະຖືກພິຈາລະນາຈາກຄວາມງ່າຍໃນການເດີນທາງ, ຈໍານວນຈຸດໝາຍປາຍທາງທີ່ໃກ້ສະໜາມບິນ ຄວາມຕ້ອງການຄົ້ນຫາທີ່ກໍາລັງມາແຮງ, ຈຳນວນສະຖານທີ່ບັນເທີງ LGBTQ ຍອດນິຍົມ ແລະ ລາຄາບ່ອນພັກ ເຊິ່ງໃນປີນີ້ ປາຣີສ ເມືອງແຫ່ງແສງສະຫວ່າງຈາກປະເທດຝຣັ່ງກໍໄດ້ອັນດັບທີ 1 ໄປຄອງ ຕາມມາດ້ວຍ ເບີລິນ (ເຢຍລະມັນ), ສະຕັອກໂຮມ (ສະວີເດັນ), ນິວຢອກ(ສະຫະລັດອາເມຣິກາ), ລອນດອນ (ອັງກິດ) ແລະມາດຣິດ (ສະເປນ) ທີ່ໄດ້ອັນດັບ 5 ຮ່ວມກັນ.

ນອກຈາກນີ້ New York city ຈາກສະຫະລັດອາເມຣິກາໄດ້ອັນດັບ 1 ໄປຄອງໃນດ້ານສະຖານບັນເທີງຍາມຄໍ່າຄືນ LGBTQ ທີ່ດີທີ່ສຸດ.

ສຳລັບລາຍລະອຽດລາຍຊື່ 50 ເມືອງທີ່ດີທີ່ສຸດໃນການສະເຫຼີມສະຫຼອງ LGBTQ Pride ປະຈໍາປີ 2022 ສາມາດເບິ່ງແບບລະອຽດໄດ້ທີ່: https://cutt.ly/aJUHbVB

ໝາຍເຫດ: ຜົນການຈັດອັນດັບນີ້ແມ່ນ ດັດຊະນີຈາກການສຶກສາໃນຫຼາຍປັດໄຈ ໂດຍອ້າງອີງຂໍ້ມູນຈາກ HomeToGo ເປັນຫຼັກ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/