ສິລະປິນ LGBTQ ອາຍຸ 19 ປີ ສ້າງລາຍໄດ້ຈາກການຂາຍ NFT ໄດ້ແລ້ວຫຼາຍກວ່າ 50 ລ້ານໂດລາ


Victor Langlois ສິລະປິນ ອາຍຸ 19 ປີ ເຊິ່ງເປັນໄວໜຸ່ມຂ້າມເພດ ສາມາດເຮັດເງິນໄດ້ເກືອບ 50 ລ້ານໂດລາ ຫຼື ປະມານ 600,000 ລ້ານກີບ ພາຍໃນ 1 ປີ.

ໂດຍສິລະປິນໄວໜຸ່ມ ອາຍຸ 19 ປີ ຄົນນີ້ ໄດ້ກາຍເປັນທີ່ຮູ້ຈັກເທື່ອທຳອິດ ຈາກການຂາຍ NFT ຂອງລາວ ທີ່ Christie’s Auction House ໃນເມືອງ New York ປະເທດອາເມຣິກາ ເຊິ່ງຜົນງານນັ້ນຖືກຂາຍໄປໃນລາຄາ 2.16 ລ້ານໂດລາ ຫຼືປະມານ 30,000 ລ້ານກີບ. ໂດຍຄໍເລັກຊັ່ນນັ້ນມີຊື່ວ່າ “Hello, i’m Victor (FEWOCIOUS) and This is My Life” ເຊິ່ງເປັນ ຄໍເລັກຊັ່ນ ທີ່ສື່ເຖິງຊີວິດໃນໄວເດັກ ແລະ ການປ່ຽນແປງທາງເພດຂອງລາວ.

ຄໍເລັກຊັ່ນ “Hello, i’m Victor (FEWOCIOUS) and This is My Life” ທີ່ສ້າງຊື່ສຽງໃຫ້ກັບລາວນີ້ ເປັນຄໍເລັກຊັ່ນທີ່ເລົ່າເຖິງສິລະປິນຄົນນີ້ ໃນລະຫວ່າງອາຍຸ 14 ຫາ 18 ປີ ທີ່ຄອບຄົວບໍ່ຍອມຮັບການປ່ຽນແປງທາງເພດຂອງລາວ ລວມເຖິງເຫດການທີ່ຖືກໄລ່ອອກຈາກຄອບຄົວ ແລະ ໃຫ້ໄປອາໄສຢູ່ນຳ ປູ່ ກັບ ຍ່າ.

Victor Langlois ໄດ້ຂາຍຜົນງານສິລະປະ NFT ທີ່ມີຊື່ສຽງມາແລ້ວຫຼາຍລາຍການ ແລະ ເມື່ອເດືອນເມສາທີ່ຜ່ານມານີ້ ໃນເວລາພຽງ 24 ຊົ່ວໂມງ ລາວເຮັດເງິນຈາກການຂາຍ NFT ໄປເກືອບ 20 ລ້ານໂດລາ ຫຼື ປະມານ 279,729 ລ້ານກີບ ເຊິ່ງຖືເປັນຍອດການຂາຍທີ່ສູງທີ່ສຸດເປັນອັນດັບ 3 ຂອງຕະຫຼາດ NFT Nifty Gateway.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/