Venice ຕິດຕັ້ງກ້ອງ CCTV ທຸກມຸມ ຫວັງແກ້ໄຂບັນຫານັກທ່ອງທ່ຽວລົ້ນເມືອງ


ເມືອງເວນິສ ຫຼື ເວເນເຊຍ ເມືອງມໍລະດົກໂລກ ແລະ ຕົ້ນກຳເນີດແຫ່ງວັນນະກຳສຸດໂຣແມນຕິກຢ່າງ ໂຣມິໂອ ແອນ ຈູລຽດ ທີ່ຫຼ້າສຸດໄດ້ມີການກຽມພ້ອມສຳລັບການບໍລິຫານນັກທ່ອງທ່ຽວໃນປີ 2021 ນີ້ ດ້ວຍການຈັດການລະບົບແລະຕິດຕັ້ງກ້ອງ CCTV ທົ່ວທຸກມຸມຂອງເມືອງ, ໂດຍໃຊ້ເວລາທັງໝົດ 3 ປີ ພ້ອມເງິນຈຳນວນ 3 ລ້ານເອີໂຣເພື່ອລົງມືພັດທະນາ. ບໍ່ວ່າຈະຍ່າງໄປທາງໃດຂອງເມືອງ ທຸກຄວາມເຄື່ອນໄຫວຈະຖືກເບິ່ງຜ່ານເຄື່ອງກວດຈັບ (Monitor) ຈາກສູນບັງຄັບການ ທີ່ມີຕຳຫຼວດເມືອງເວນິສ ແລະ ລັດຖະບານອີຕາລີເປັນຜູ້ຄວບຄຸມ.

ຫ່າງອອກໄປຈາກເວນິສບໍ່ໄກ ໃນເກາະທຣອນເຄດໂຕ ລັດຖະບານອີຕາລີໄດ້ຈັດການປັບປ່ຽນສາງເກົ່າແຫ່ງໜຶ່ງທີ່ຖືກຖິ້ມຮ້າງຕັ້ງແຕ່ປີ 1960 ໃຫ້ກາຍເປັນຫໍບັງຄັບການອັນທັນສະໄໝເມື່ອຊ່ວງເດືອນກັນຍາທີ່ຜ່ານມາ. ພາຍໃນອາຄານປະກອບດ້ວຍຫ້ອງຄວບຄຸມ ພ້ອມຕິດຕັ້ງຈໍຂະໜາດໃຫຍ່ທີ່ເຊື່ອມຕໍ່ກັບກ້ອງ CCTV ທົ່ວທຸກມຸມຂອງເມືອງເວນິສ, ເພື່ອທີ່ເຈົ້າໜ້າທີ່ຕຳຫຼວດຈະສາມາດໃຊ້ສາຍຕາສອດສ່ອງຄວາມຮຽບຮ້ອຍໄດ້ທັນທີທັນໃດ ລວມເຖິງຍັງຖືກອອກແບບໃຫ້ມີຫ້ອງສັ່ງການຂອງເຈົ້າເມືອງ ເມືອງເວນິສແລະຫ້ອງຮັບຮອງແຂກຄົນສຳຄັນທີ່ມາຢ້ຽມຢາມນຳອີກດ້ວຍ.

ສຳລັບຕົ້ນຕໍຂອງແນວຄິດການໃຊ້ລະບົບກ້ອງວົງຈອນປິດ ເພື່ອຄວບຄຸມປະຊາກອນນັກທ່ອງທ່ຽວນັ້ນ ຕ້ອງກັບໄປຕັ້ງແຕ່ຕົ້ນໄປ 2020 ຊ່ວງກ່ອນໂຄວິດ-19 ຈະແຜ່ລະບາດໄປທົ່ວໂລກ, ເຈົ້າໜ້າທີ່ເມືອງເວນິສຕ້ອງໄດ້ເຮັດວຽກຢ່າງໜັກ ເພາະເມືອງຂະໜາດນ້ອຍທີ່ມີປະຊາກອນພຽງ 50,000 ຄົນ ຕ້ອງແບກຮັບນັກທ່ອງທ່ຽວຈຳນວນມະຫາສານເຖິງ 30 ລ້ານຄົນຕໍ່ປີ ໃນຊ່ວງລະດູການທ່ອງທ່ຽວແຕ່ລະຄັ້ງ.

ກ່ອນໜ້ານັ້ນບໍ່ແມ່ນວ່າຈະບໍ່ມີມາດຕະການຄວບຄຸມເລີຍ ເພາະເຈົ້າເມືອງ ເມືອງເວນິສ ບຣຸຍຈິ ບຣຸກນາໂຣ ໄດ້ເລີ່ມອອກມາດຕະການເກັບຄ່າທຳນຽມຈາກນັກທ່ອງທ່ຽວທີ່ລົງທະບຽນເດີນທາງເຂົ້າມາ, ຈາກແຕ່ກ່ອນ ຄົນລະ 2-5 ເອີໂຣ ເພີ່ມເປັນ 10 ເອີໂຣໃນລະດູທ່ອງທ່ຽວ, ລວມເຖິງໃຫ້ຄຳແນະນຳດ້ານທີ່ພັກຕາມຈຸດເສັ້ນທາງແວ່ຖ້າເຮືອໂດຍສານ ຫຼັງໄດ້ຮັບສຽງສະທ້ອນເຖິງບັນຫານີ້ຜ່ານຊາວເມືອງທ້ອງຖິ່ນທີ່ຕ້ອງຈັດການແນະນຳທີ່ພັກໃຫ້ເອງ. ແຕ່ແນວຄິດນີ້ໄດ້ຖືກພັບເກັບໄປກ່ອນຫຼັງມໍລະສຸມໂຄວິດ-19 ທີ່ໄດ້ພານັກທ່ອງທ່ຽວໄປໝົດ.

ລະບົບສອດສ່ອງນີ້ມີໜ້າທີ່ສຳຄັນ ສຳລັບຈັດເກັບຂໍ້ມູນຂອງຈຳນວນນັກທ່ອງທ່ຽວ ຫຼື ຜູ້ທີ່ຢູ່ອາໄສໃນຊ່ວງເວລານັ້ນໆໄດ້ຢ່າງລະອຽດຖີ່ຖ້ວນ. ຄາດການໄດ້ວ່າໃນແຕ່ລະມື້ນັ້ນມີຈຳນວນນັກທ່ອງທ່ຽວເດີນທາງເຂົ້າມາຈຳນວນເທົ່າໃດ ສາມາດເຊັກກຣາຟຄວາມໜາແໜ້ນຢູ່ພື້ນທີ່ນັ້ນໆ ລວມເຖິງເພື່ອຮັກສາຄວາມປອດໄພ ເຖິງແມ່ນວ່າເວນິສຈະມີອັດຕາການກໍ່ອາຊະຍາກຳທີ່ໜ້ອຍກໍຕາມ, ໂດຍໄດ້ຮັບຄວາມຮ່ວມມືຈາກ “TIM” ບໍລິສັດໂທລະຄົມມະນາຄົມລາຍໃຫຍ່ຂອງອີຕາລີ ຜ່ານຂໍ້ມູນຊິມໂທລະສັບມືຖືທີ່ນັກທ່ອງທ່ຽວລົງທະບຽນເປີດໃຊ້ງານອັດຕະໂນມັດ. ແຕ່ບໍ່ຈຳເປັນຕ້ອງກັງວົນເພາະລະບົບຈະຮວບຮວມພຽງຈຳນວນຜູ້ໃຊ້ງານ ບໍ່ໄດ້ເຈາະເລິກລົງຮອດຂໍ້ມູນສ່ວນບຸກຄົນ. ເຈົ້າໜ້າທີ່ຕຳຫຼວດເມືອງເວນິສສາມາດກວດສອບຜ່ານໜ້າຈໍໄດ້ ພຽງແຕ່ກວດສອບໂດຍວັດຈາກສັນຍານການໃຊ້ງານໂທລະສັບໃນພື້ນທີ່ເມືອງເວນິສເປັນປະຈຳ.

“ນີ້ຄືມັນສະໝອງຂອງເມືອງ ເຮົາສາມາດຮັບຮູ້ແບບ real time ໄດ້ເລີຍວ່າມີຄົນຈຳນວນເທົ່າໃດທີ່ເຂົ້າ-ອອກເມືອງ, ອີກທັງຍັງລະບຸໄດ້ວ່າມາຈາກປະເທດໃດ ລວມເຖິງກວດສອບທຸກມຸມຂອງເມືອງໄດ້” ມາໂຄ ເບດຕິນີ ຜູ້ອຳນວຍການຮ່ວມຂອງ “ບໍລິສັດ ເວນິວ ເບຊ ມັລຕິມີເດຍ ແອນ ເທັກ ຄອມປານີ” ກ່າວ.

ຂໍ້ດີຂອງລະບົບກ້ອງ CCTV ນີ້ ນອກຈາກການກວດເບິ່ງຈຳນວນນັກທ່ອງທ່ຽວແລ້ວ ຍັງສາມາດເກັບວິເຄາະຂໍ້ມູນຄວາມໜາແໜ້ນຂອງການຈະລາຈອນ ຈັດເກັບຕົວເລກຂອງເຮືອທຸກປະເພດ ຕັ້ງແຕ່ເຮືອນ້ອຍໂດຍສານໄປຈົນເຖິງເຮືອຂົນສົ່ງກວ່າ 1,000 ລຳ, ເພື່ອນຳຂໍ້ມູນທີ່ໄດ້ເຫຼົ່ານີ້ໄປເຮັດເປັນຕາລາງຂົນສົ່ງສາທາລະນະທີ່ສາມາບອກແກ່ນັກທ່ອງທ່ຽວ ແລະ ຜູ້ໃຊ້ເຮືອໂດຍສານໄດ້ ວ່າອີກຈັກນາທີ່ເຮືອທີ່ເຈົ້າຖ້າຢູ່ຈະມາຮອດ ລວມທັງເຝົ້າລະວັງບັນຫາປະລິມານນຳ້ໃນຄອງທີ່ເພີ່ມສູງຂຶ້ນອີກດ້ວຍ.

ຢ່າງໃດກໍຕາມ ເຖິງວ່າເຈົ້າໜ້າທີ່ເມືອງເວນິສຢືນຢັນວ່າລະບົບຈະບໍ່ສົ່ງຜົນກະທົບຕໍ່ຄວາມເປັນສ່ວນຕົວຂອງນັກທ່ອງທ່ຽວ ແຕ່ກໍຍັງຄົງມີສຽງຄົນທີ່ບໍ່ສະບາຍໃຈຕໍ່ລະບົບດັ່ງກ່າວ. ເພາະເຖິງລະບົບບໍ່ສາມາດລະບຸເລິກເຖິງຂໍ້ມູນສ່ວນຕົວ ແຕ່ລະບົບຈະເຮັດການບັນທຶກຕາມຈຸດທີ່ນັກທ່ອງທ່ຽວເຄື່ອນຍ້າຍໄປພາຍໃນອ້ອມຮອບເມືອງ ເຊິ່ງອາດຈະເຮັດໃຫ້ເກີດຄວາມຮູ້ສຶກບໍ່ເປັນສ່ວນຕົວໄດ້.

ເຖິງວ່າສະຖານະການປັດຈຸບັນ ຈຳນວນນັກທ່ອງທ່ຽວຜູ້ເຂົ້າມາຢ້ຽມຢາມຈະຍັງບໍ່ຫຼາຍ, ເນື່ອງດ້ວຍບັນຫາໂຄວິດ -19 ສົ່ງຜົນໃຫ້ປະເທດອີຕາລີອາດຈະຕ້ອງສູນເສຍລາຍໄດ້ໄປເຖິງ 2.5 ພັນລ້ານໂດລາສະຫະລັດ ແຕ່ກໍຈັດໄດ້ວ່າເປັນໄລຍະແຝງສຳຄັນອັນໜຶ່ງທີ່ບ້ານເມືອງໄດ້ມີລະບົບການບໍລິຫານອັນທັນສະໄໝນີ້ ຈົນສາມາດກ່າວໄດ້ວ່າປີ 2021 ນີ້ຄືຂວບປີ 1,600 ທີ່ຊາວເວນິສໄດ້ສະເຫຼີມສະຫຼອງດ້ວຍເຕັກໂນໂລຊີອັນທັນສະໄໝຂອງເມືອງ.

ທີ່ມາ: