ການທ່ອງທ່ຽວອະວະກາດ ຄັ້ງທຳອິດໃນປະຫວັດສາດ ຜ່ານໄປໄດ້ດ້ວຍດີ


ເຖິງເວລາຂອງການທ່ອງທ່ຽວອະວະກາດແລ້ວ!!  ເມື່ອບໍລິສັດ Virgin Galactic ໄດ້ເຮັດການທົດລອງປ່ອຍຍານສຳລັບການທ່ອງທ່ຽວອະວະກາດໄດ້ສຳເລັດ. ໃນການເດີນທາງເທື່ອນີ້ ມີເຈົ້າຂອງບໍລິສັດ Virgin Galatic ຊື່ວ່າ Sir Richard Branson ພ້ອມຜູ້ຮ່ວມເດີນທາງອີກ 3 ຄົນ ແລະ ນັກບິນອີກ 2 ຄົນ ກັບຖ້ຽວບິນທີ່ຊື່ວ່າ “Unity 22 ”.

ໂດຍຖ້ຽວບິນທ່ອງທ່ຽວອະວະກາດຖ້ຽວທຳອິດນີ້ໄດ້ປ່ອຍຕົວໃນວັນທີ 11 ກໍລະກົດຕາມເວລາທ້ອງຖິ່ນຂອງ New Maxico ປະເທດສະຫະລັດອາເມຣິກາ ເຊິ່ງໄດ້ເດີນທາງໄປກັບຍານ VSS Unity ໂດຍການປ່ອຍຍານອອກໄປແມ່ນໄດ້ໃຊ້ເຮືອບິນໃຫຍ່ 2 ລຳໃນການບັນທຸກຍານ VSS Unity ເພື່ອອອກໄປສູຊັ້ນບັນຍາກາດ ແລ້ວຈຶ່ງປ່ອຍຍານ VSS Unity ເມື່ອໄດ້ລະດັບຄວາມສູງທີ່ຕ້ອງການ.

ຄວາມສຳເລັດໃນການອອກບິນທ່ອງທ່ຽວອະວະກາດຂອງ Virgin ເທື່ອນີ້ ຖືວ່າເປັນເທື່ອທຳອິດຂອງມະນຸດເຮົາ ແລະ ຍັງເປັນການຊີ້ໃຫ້ເຫັນເຖິງຄວາມກ້າວໜ້າທາງເທັກໂນໂລຍີ ທີ່ນຳພາຄົນທີ່ບໍ່ແມ່ນນັກບິນອະວະກາດອອກໄປນອກໂລກໄດ້ ເອີ້ນໄດ້ວ່າເປັນຈຸດເລີ່ມຕົ້ນຂອງມະນຸດ ທີ່ເລີ່ມມີບໍລິການ ການທ່ອງທ່ຽວອະວະກາດ.

“ຖ້າຫາກພວກເຮົາມີຄວາມຝັນ ຕອນນີ້ມັນຄືເວລາທີ່ຄວາມຝັນເປັນຈິງແລ້ວ ຂ້ອຍຂໍກ່າວອຳລາ ດ້ວຍຄວາມຍິນດີ ແລະຂໍຕ້ອນຮັບສູ່ແສງອາລຸນຂອງຍຸກໃໝ່ແຫ່ງການສຳຫຼວດອະວະກາດ” ກ່າວໂດຍ Richard Branson ຫຼັງຈາກພາລະກິດ Unity 22 ໄດ້ສຳເລັດ.

ໂດຍຖ້ຽວບິນ Unity 22 ນີ້ໄດ້ເຮັດໃຫ້ Sir Richard Branson ໄດ້ກາຍເປັນຜູ້ທີ່ສຳເລັດການກໍ່ຕັ້ງບໍລິສັດການບິນຂຶ້ນສູ່ອະວະກາດໄດ້ເປັນຄົນທຳອິດ.

ປັດຈຸບັນການທ່ອງທ່ຽວອະວະກາດກໍໄດ້ຮັບຄວາມສົນໃຈຈາກເສດຖີ ຫຼື ບຸກຄົນທີ່ມີຊື່ສຽງ ບໍ່ວ່າຈະເປັນ SpaceX ຂອງ Elon Musk ທີ່ກໍມີແຜນຈະເປີດການເດີນທາງໄປທ່ອງທ່ຽວອະວະກາດເຊັ່ນກັນ ໂດຍຖ້ຽວບິນທຳອິດກໍແມ່ນໄດ້ຖືກຈອງຈາກເສດຖີຊາວຍີ່ປຸ່ນນັ້ນເອງ.

ແລະ ກໍຍັງມີ Blue Origin ຂອງ Jeff Bezos ເຈົ້າຂອງ Amazon ທີ່ກຳລັງຈະມີຖ້ຽວບິນອອກສູ່ອະວະກາດໃນວັນທີ 20 ກໍລະກົດ 2021 ນີ້.

ຂໍຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/