Walt Disney World ລັດຟໍລິດ້າ ຍົກເລີກການໃຊ້ຄຳວ່າ “ສະບາຍດີທ່ານຍິງ ແລະ ທ່ານຊາຍ” ເປັນ “ສະບາຍດີບັນດານັກຝັນທຸກຄົນ” ເພື່ອສະໜັບສະໜູນຄວາມຫຼາກຫຼາຍທາງເພດ ແລະ ບໍ່ແບ່ງແຍກ


ການທັກທາຍຄຳວ່າ ສະບາຍດີທ່ານຍິງ ແລະ ທ່ານຊາຍ ເປັນເລື່ອງທົ່ວໄປທີ່ເຮົາມັກໄດ້ຍິນຕາມສະຖານທີ່ທີ່ມີການບໍລິການຕ່າງໆໃຫ້ກັບກຸ່ມຄົນທີ່ມີຈຳນວນຫຼາຍ ໂດຍສະເພາະໃນຝັ່ງຕາເວັນຕົກ ຄຳກ່າວວ່າສະບາຍດີນີ້ຖືເປັນເລື່ອງປົກກະຕິທົ່ວໄປທີ່ມີການເວົ້າມາຕັ້ງແຕ່ສະຕະວັດທີ 18 ທີ່ຍັງມີລະບົບແນວຄິດວ່າ ໃນສັງຄົມມີພຽງແຕ່ 2 ເພດເທົ່ານັ້ນ,​ ເຊິ່ງສະໄໝນັ້ນ ຈະໃຊ້ກັບສັງຄົມຊັ້ນສູງ ແລະ ຕໍ່ມາກໍເລີ່ມມານຳໃຊ້ກັບໂຮງລະຄອນ ເພື່ອໃຫ້ກຽດຄົນທີ່ຈ່າຍເງິນເຂົ້າມາ ຈົນນຳມາປັບໃຊ້ກັບປັດຈຸບັນ.

ເມື່ອປາຍເດືອນມິຖຸນາ 2021 Walt Disney World ທີ່ລັດຟໍລິດາ ໄດ້ຍົກເລີກການໃຊ້ປະໂຫຍກຕ້ອນຮັບວ່າ “Good evening, ladies and gentlemen, boys and girls” (ສະບາຍດີທ່ານຍິງ ແລະ ທ່ານຊາຍ) ເປັນ “Good evening dreamers of all ages” (ສະບາຍດີບັນດານັກຝັນທຸກຄົນ) ເພື່ອເປັນການສະໜັບສະໜູນຄວາມຫຼາກຫຼາຍທາງເພດ ແລະ ບໍ່ແບ່ງແຍກ.

Josh D’Amaro ປະທານຂອງ Walt Disney World ໄດ້ກ່າວໄວ້ວ່າ: ການນັບລວມຄົນທຸກກຸ່ມ ເປັນສິ່ງສຳຄັນຕໍ່ວັດທະນະທຳຂອງເຮົາ ແລະ ຍັງພາໃຫ້ເຮົາກ້າວໄປທາງໜ້າໄດ້ພ້ອມ, ມື້ນີ້ ເຮົາຈຶ່ງຢາກຊວນກັບໄປເບິ່ງເຖິງຕົ້ນຕໍການໃຊ້ຄຳເຫຼົ່ານີ້ ທີ່ອາດຈະມີຜົນຕໍ່ໂລກໃນປັດຈຸບັນ ແລະ ນຳມາສູ່ການຍົກເລີກການໃຊ້ຄຳດັ່ງກ່າວ.

ຂອບໃຈຂໍ້ມູນຈາກ: https://bit.ly/3yPTmkB

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/