ພົບສິງໂຕ ຕິດເຊື້ອໂຄໂຣນາ 2019 ຢູ່ປະເທດສີລັງກາ


ສິງໂຕຊື່ Thor ອາຍຸ 11 ປີ ຖືກຈັດຢູ່ໃນການສະແດງສວນສັດແຫ່ງຊາດສີລັງກາ ເປັນສິງໂຕທີ່ເປັນສັນຍະລັກຂອງສວນສັດແຫ່ງນີ້, ແຕ່ເມື່ອຕົ້ນເດືອນມິຖຸນາທີ່ຜ່ານມາ ຜູ້ດູແລຮັກສາສັດໄດ້ພົບວ່າສິງໂຕມີອາການບໍ່ສະບາຍ, ກິນອາຫານປະລິມານໜ້ອຍລົງ, ປະຕິເສດອາຫານໃນບາງຄັ້ງ ແລະ ການຫາຍໃຈກໍບໍ່ສະດວກສະບາຍຄືເມື່ອກ່ອນ.

ຈາກນັ້ນ ສັດຕະວະແພດຈຶ່ງໄດ້ເກັບຕົວຢ່າງໄປກວດວິເຄາະ ໃນຄະນະແພດສາດ ມະຫາວິທະຍາໄລ Sri Jayewardenepura ກ່ອນຈະໄດ້ຮັບຜົນກວດຢ່າງເປັນທາງການໃນວັນທີ 15 ມິຖຸນາ 2021, ຜົນປາກົດວ່າ Thor ຕິດເຊື້ອໄວຣັສໂຄໂຣນາ 2019. ຫຼັງຈາກນັ້ນ ກໍໄດ້ແຍກອອກຈາກສັດໂຕອື່ນໆ ແລະ ສັດຕະວະແພດກໍເລັ່ງຮັກສາທັນທີ.

ສວນສັດກໍໄດ້ເລັ່ງອອກຄຳສັ່ງໃຫ້ຜູ້ປະກອບການກັກຕົວ ໂດຍສະເພາະເຈົ້າໜ້າທີ່ຜູ້ເບິ່ງແຍງສິງໂຕ ພ້ອມໃຫ້ກວດຫາເຊື້ອ ເຊິ່ງເມື່ອກວດແລ້ວ ພົບວ່າຜູ້ດູແລສິງໂຕຕິດເຊື້ອໄວຣັສ, ຄາດວ່າສິງໂຕອາດຕິດນຳເຈົ້າໜ້າທີ່ເບິ່ງແຍງ.

Coronavirus ເປັນໄວຣັສທີ່ຖືກພົບຄັ້ງທຳອິດໃນປີ 1960 ຍັງບໍ່ຮູ້ແຫຼ່ງທີ່ມາຢ່າງຊັດເຈນວ່າກຳເນີດມາຈາກບ່ອນໃດ ແຕ່ເປັນໄວຣັສທີ່ສາມາດຕິດເຊື້ອໄດ້ທັງຄົນ ແລະ ສັດ. ປັດຈຸບັນມີການຄົ້ນພົບໄວຣັສສາຍພັນນີ້ແລ້ວ ທັງໝົດ 6 ສາຍພັນ ສ່ວນສາຍພັນທີ່ກຳລັງແຜ່ລະບາດໜັກທົ່ວໂລກແມ່ນສາຍພັນບໍ່ເຄີຍພົບມາກ່ອນ ຄືສາຍພັນທີ 7 ຈຶ່ງຖືກເອີ້ນວ່າ ໄວຣັສໂຄໂຣນາສາຍພັນໃໝ່ ແລະ ພາຍຫຼັງຕັ້ງຊື່ຢ່າງເປັນທາງການວ່າ: ໂຄວິດ19 ຫຼື COVID-19.

ຂອບໃຈຂໍ້ມູນຈາກ: https://bit.ly/3ecsymY

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/