ຍີ່ປຸ່ນຈະມອບວັກຊີນ AstraZeneca ໃຫ້ ສປປ ລາວ 600,000 ໂດສ ຜ່ານໂຄງການ COVAX


ລັດຖະບານຍີ່ປຸ່ນປະກາດຈະມອບວັກຊີນແອສຕຣາເຊເນກາ (AstraZeneca) ໃຫ້ແກ່ ສປປ ລາວ ຈຳນວນ 600,000 ໂດສ ໂດຍວັກຊີນດັ່ງກ່າວຈະຖືກສົ່ງມອບຜ່ານໂຄງການ COVAX Facility ແລະ ຈະຈັດສົ່ງໃຫ້ຮອດ ສປປ ລາວ ໂດຍໄວທີ່ສຸດ ຫຼັງຈາກຜ່ານຂະບວນການຂົນສົ່ງທີ່ຈຳເປັນ ເຊິ່ງປະເທດລາວເອງ ແມ່ນໜຶ່ງໃນຫຼາຍປະເທດທີ່ໄດ້ຮັບການຊ່ວຍເຫຼືອດ້ານວັກຊີນຈາກປະເທດຍີ່ປຸ່ນ.

ປັດຈຸບັນ, ສປປ ລາວ ແມ່ນໄດ້ຮັບການຊ່ວຍເຫຼືອຈາກປະເທດຍີ່ປຸ່ນ ເພື່ອຕໍ່ສູ້ກັບເຊື້ອພະຍາດໂຄວິດ-19 ເຊິ່ງການຊ່ວຍເຫຼືອເຫຼົ່ານັ້ນລວມມີ ອຸປະກອນທາງການແພດ, ຊຸດປ້ອງກັນພະຍາດ PPEs ແລະ ວັກຊີນ. ພ້ອມກັນນັ້ນ, ທາງການຍີ່ປຸ່ນເອງ ຍັງເອົາໃຈໃສ່ການປັບປຸງລະບົບການຂົນສົ່ງເຢັນໃນ ສປປ ລາວ ໂດຍການມອບຕູ້ເຢັນ ແລະ ຕູ້ແຊ່ ພາຍໃຕ້ໂຄງການ “ການສົ່ງເສີມວັກຊີນໃຫ້ທົ່ວເຖິງ” ອີກດ້ວຍ.

ທີ່ມາ: https://bit.ly/3yXY28p

ພາບ: ZAWYA, News Medical

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/