ວິສະວະກອນອັງກິດ ໄດ້ທຳລາຍສະຖິຕິໂລກ ຕັ້ງເມັດເຂົ້າໜົມ M&M ຕໍ່ກັນໄດ້ 5 ເມັດ ແຖມຍັງໄດ້ຮັບການບັນທຶກລົງໃນ Guinness World Record!!


ເມື່ອເວົ້າເຖິງ Guinness World Record ທຸກຄົນອາດຈະນຶກເຖິງປຶ້ມ Guinness Book of World Records ເຊິ່ງໄດ້ບັນທຶກສະຖິຕິທີ່ສຸດໃນໂລກອອກມາທຸກໆປີ ແຕ່ລະອັນເອີ້ນໄດ້ວ່າບໍ່ທຳມະດາເລີຍ.

ເມື່ອບໍ່ດົນມານີ້ ​​​​Will Cutbill ວິສະວະກອນໜຸ່ມຊາວອັງກິດໄດ້ເຮັດສະຖິຕິໃໝ່ໃນການ “ຕັ້ງເມັດ M&M ຕໍ່ກັນໄດ້ 5 ເມັດ” ກາຍເປັນທີ່ຮືຮາໃນໂລກໂຊຊຽວມີເດຍ ມີທັງຄົນຍ້ອງຍໍ ແລະ ຄົນງົງວ່າສະຖິຕິແບບນີ້ກໍມີພ້ອມ ແຕ່ມັນກໍໄດ້ຖືກບັນທຶກໄວ້ແທ້ໂດຍ Guinness World Record.

ເຊິ່ງກ່ອນໜ້ານີ້ ຜູ້ທີ່ເຮັດສະຖິຕິຕັ້ງເມັດ M&M ຕໍ່ກັນໄດ້ 4 ເມັດໄດ້ແກ່ Silvio Sabba ຊາວອິຕາລີ ແລະ Brendan Kelbi ຊາວອອສເຕເລຍ ໂດຍທັງສອງໄດ້ຖືສະຖິຕິຮ່ວມກັນ.

ສະຖິຕິແບບນີ້ ຖືວ່າບໍ່ແມ່ນເລື່ອງແປກໃໝ່ຂອງ Guinness World Record ເພາະກ່ອນໜ້ານີ້ກໍມີສະຖິຕິແປກໆຖືກບັນທຶກມາຢ່າງຫຼາຍແລ້ວເຊັ່ນ: ງານຊຸມນຸມຜູ້ຍິງທີ່ໃສ່ຊຸດແຕ່ງງານຫຼາຍທີ່ສຸດ, ຂະບວນພາເຫຼດທີ່ມີໂຕອັລປາກ້າຫຼາຍທີ່ສຸດ, ຊາຍຜູ້ມີຂົນຫູຍາວທີ່ສຸດໃນໂລກ, ຄົນທີ່ນອນໃນອ່າງທີ່ມີໜອນດົນທີ່ສຸດໃນໂລກ…

ຂອບໃຈຂໍ້ມູນຈາກ:
https://cutt.ly/WmApW1i
https://bit.ly/3kh6zik

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/