ເຜີຍຮູບຄອນເຊັບ Samsung Galaxy Z Flip 3 x Louis Vuitton Edition


ການທີ່ແບຣນມືຖືຈະຮ່ວມມືກັບແບຣນແຟຊັ່ນຕ່າງໆ ກໍເພື່ອຜະລິດສິນຄ້າທີ່ເປັນຮຸ່ນພິເສດໃຫ້ແກ່ແບຣນນັ້ນ ຫຼື Limited Edition, ເຊິ່ງ Samsung ກໍເຊັ່ນດຽວກັນ. ຫຼ້າສຸດໄດ້ມີພາບຫຼຸດຂອງ Concept design ຈາກນັກອອກແບບທ່ານໜຶ່ງທີ່ເປັນການອອກແບບ Samsung Galaxy Z Flip 3 ຮຸ່ນ Limited Edition ທີ່ຈັບມືກັບ Louis Vuitton.

ໂດຍມີການຄາດການວ່າ Galaxy Z Flip 3 Louis Vuitton ຈະຖືກປ່ອຍອອກມາໃນວັນທີ 11 ສິງຫາ 2021 ໃນງານ Samsung Galaxy UNPACKED 2021, ໂດຍທີ່ Galaxy Z Flip 3 ຮຸ່ນພິເສດຂອງ Louis Vuitton Edition ນີ້ ຈະມາພ້ອມກັບການອອກແບບຝາຫຼັງທີ່ເປັນລາຍເອກະລັກຂອງ Louis Vuitton ເຊິ່ງເປັນຕົວອັກສອນ L ກັບ V ໄຂວ້ກັນໄປມາ ແລະ ມີສີສັນສວຍງາມ.

ເຖິງຢ່າງໃດກໍຕາມຮູບພາບທີ່ປາກົດອອກມາກໍເປັນພຽງ Concept ເທົ່ານັ້ນຍັງບໍ່ທັນໄດ້ມີການຢືນຢັນຈາກທາງ Samsung ເທື່ອ.

ຂອບໃຈຂໍ້ມູນຈາກ: https://bit.ly/3xGr8bR

ຮູບພາບຈາກ: https://nl.letsgodigital.org

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/