ແຂວງໄຊຍະບູລີ ມີແຜນຈະປ່ອຍປາຄືນສູ່ທຳມະຊາດ 42 ລ້ານໂຕ ໃນປີ 2021


ວັນທີ 13 ກໍລະກົດ 2021 ຖືວ່າເປັນໂອກາດສຳຄັນ ແລະ ວັນສຳຄັນອີກວັນກໍວ່າໄດ້ ເພາະທາງພັກລັດໄດ້ເອົາໃຈໃສ່ ສຸມໃສ່ວຽກງານດ້ານສັດນ້ຳ ໂດຍສະເພາະເນື່ອງໃນໂອກາດວັນປ່ອຍປາ ແຕ່ລະແຂວງກໍມີກິດຈະກຳໃນແຕ່ລະປີ ເຊິ່ງປີນີ້ກໍໄດ້ປ່ອຍປາເປັນຈຳນວນຫຼາຍໂຕໃນແຕ່ລະແຂວງ, ແຕ່ລະເມືອງ.

ປີ 2021 ຂະແໜງກະສິກຳ ແລະ ປ່າໄມ້ທົ່ວແຂວງແຂວງໄຊຍະບູລີ ສາມາດຜະລິດລູກປາໄດ້ແລ້ວ 20 ລ້ານໂຕ, ເຊີ່ງມີແຜນປ່ອຍປາໃນປີນີ້ໃຫ້ໄດ້ 42 ລ້ານໂຕ, ໃນນີ້ໄດ້ປ່ອຍກ່ອນວັນທີ 13 ກໍລະກົດ 2021 ຈໍານວນ 21 ລ້ານ 6 ແສນກວ່າໂຕ ແລະ ປ່ອຍໃນວັນທີ 13 ກໍລະກົດ ຈຳນວນ 891.500 ໂຕ ເຊິ່ງໄດ້ປ່ອຍໃນແຕ່ລະເມືອງກະຈາຍອອກໄປ. ແລະໄດ້ຮຽກຮ້ອງມາຍັງຄະນະພັກ, ອົງການປົກຄອງໃນທຸກຂັ້ນ, ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ພໍ່ຄ້າຊາວຂາຍ, ນັກທຸລະກິດ ຕະຫຼອດເຖິງພໍ່ແມ່ປະຊາຊົນ ໃນຂອບເຂດເມືອງ ຈົ່ງຮ່ວມແຮງຮ່ວມໃຈກັນປ່ອຍປາລົງສູ່ໜອງນ້ຳ, ແຫຼ່ງທຳມະຊາດ ແລະ ພ້ອມກັນອະນຸລັກຮັກສາໄວ້.

ເປັນອີກກິດຈະກຳໜຶ່ງທີ່ພົ້ນເດັ່ນ ແລະ ປະຕິບັດຕະຫຼອດ ເພື່ອເປັນການຮັກສາສັດນ້ຳ-ສັດປ່າ ເພື່ອເຮັດໃຫ້ຊັບພະຍາກອນທຳມະຊາດ ຢູ່ຄຽງຄູ່ໄປກັບມະນຸດເຮົາ.

ຂອບໃຈຂໍ້ມູນຈາກ: https://bit.ly/3yS9r9F

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/