ປົກເວັບ 51

ນໍ້າປະປາວຽງຈັນບໍ່ພົບສານໜູ ຂະນະທີ່ໄທພົບສານປົນເປື້ອນໃນແມ່ນໍ້າຂອງ

ຜົນກວດນໍ້າປະປາວຽງຈັນຢູ່ໃນເກນມາດຕະຖານ ທ່າມກາງຄວາມກັງວົນກ່ຽວກັບປາມີບາດແຜໃນແມ່ນໍ້າຂອງ ແລະ ການກວດພົບສານໜູເກີນເກນໃນປະຊາຊົນບາງກຸ່ມຂອງໄທ.

ລັດວິສາຫະກິດນໍ້າປະປານະຄອນຫຼວງວຽງຈັນ ຢືນຢັນວ່າ ຜົນກວດນໍ້າບໍ່ພົບສານໜູ (Arsenic) ເກີນມາດຕະຖານທີ່ກຳນົດ ພາຍຫຼັງມີກະແສຂ່າວກ່ຽວກັບການພົບປາມີຕຸ່ມ ແລະ ບາດແຜໃນແມ່ນໍ້າຂອງ ເຊິ່ງສ້າງຄວາມກັງວົນຕໍ່ຄວາມປອດໄພຂອງນໍ້າ ແລະ ສັດນໍ້າທີ່ປະຊາຊົນນຳມາບໍລິໂພກ.

ຕາມແຈ້ງການຂອງລັດວິສາຫະກິດນໍ້າປະປານະຄອນຫຼວງວຽງຈັນ ລົງວັນທີ 18 ພະຈິກ 2026, ໜ່ວຍງານວິເຄາະຄຸນນະພາບນໍ້າໄດ້ລົງເກັບຕົວຢ່າງນໍ້າຈາກແມ່ນໍ້າຂອງ ແລະ ນໍ້າປະປາພາຍໃນໂຮງງານຜະລິດນໍ້າປະປາຈີ່ນາຍໂມ້ ເພື່ອກວດຫາສານໜູ ທີ່ມີສັນຍະລັກທາງເຄມີວ່າ As.

ການກວດສອບດັ່ງກ່າວມີຂຶ້ນຫຼັງຈາກມີການເຜີຍແຜ່ຮູບພາບ ແລະ ຂໍ້ມູນຜ່ານສື່ສັງຄົມອອນລາຍ ກ່ຽວກັບການພົບປາໃນແມ່ນໍ້າຂອງມີບາດແຜ, ເປັນຕຸ່ມ ແລະ ບາງລາຍງານລະບຸວ່າພົບປາຕາຍ ເຊິ່ງເຮັດໃຫ້ເກີດຂໍ້ສົງໄສວ່າອາດມີສານພິດປົນເປື້ອນໃນແຫຼ່ງນໍ້າ.

ລັດວິສາຫະກິດນໍ້າປະປາລະບຸວ່າ ຜົນການວິເຄາະຈາກຫ້ອງທົດລອງຂອງໂຮງງານຈີ່ນາຍໂມ້ ບໍ່ພົບສານໜູ ແລະ ຄ່າທີ່ກວດໄດ້ຢູ່ຕໍ່າກວ່າມາດຕະຖານຂອງກະຊວງສາທາລະນະສຸກ.

ໄທພົບ 17 ຄົນມີລະດັບສານໜູໃນຮ່າງກາຍສູງກວ່າເກນອ້າງອີງ

ການກວດສອບໃນລາວມີຂຶ້ນໃນຂະນະທີ່ປະເທດໄທກຳລັງຕິດຕາມບັນຫາການປົນເປື້ອນຂອງສານໜູໃນແມ່ນໍ້າຂອງ ແລະ ແມ່ນໍ້າສາຂາຢ່າງໃກ້ຊິດ.

ສຳນັກຂ່າວ Khaosod English ລາຍງານໃນວັນທີ 17 ພະຈິກວ່າ ກົມຄວບຄຸມພະຍາດຂອງໄທໄດ້ຄັດກອງ ແລະ ປະເມີນຄວາມສ່ຽງປະຊາຊົນ 1,644 ຄົນ ຢູ່ແຂວງໜອງຄາຍ ກ່ອນເກັບຕົວຢ່າງປັດສະວະຂອງ 177 ຄົນທີ່ຖືກຈັດໃນກຸ່ມມີຄວາມສ່ຽງປານກາງຫາສູງ ເພື່ອສົ່ງກວດທາງຫ້ອງທົດລອງ.

ຜົນກວດພົບວ່າ ມີ 17 ຄົນທີ່ລະດັບສານໜູລວມໃນປັດສະວະສູງກວ່າຄ່າອ້າງອີງ 100 ໄມໂຄຣກຣາມຕໍ່ລິດ. ທັງ 17 ຄົນໄດ້ຖືກສົ່ງໄປໂຮງໝໍໜອງຄາຍເພື່ອກວດສຸຂະພາບເພີ່ມເຕີມ ລວມທັງການກວດເລືອດ ແລະ ການເຮັດວຽກຂອງຕັບ.

ຢ່າງໃດກໍຕາມ, ການພົບສານໜູເກີນຄ່າອ້າງອີງໃນປັດສະວະ ຍັງບໍ່ແມ່ນຫຼັກຖານຢືນຢັນວ່າບຸກຄົນເຫຼົ່ານີ້ໄດ້ຮັບສານໜູຈາກແມ່ນໍ້າຂອງໂດຍກົງ ຫຼື ໄດ້ເກີດພະຍາດຈາກສານໜູແລ້ວ.

ຂະນະດຽວກັນ, ຜົນກວດນໍ້າຂອງເດືອນກັນຍາ 2026 ຂອງໜ່ວຍງານຄວບຄຸມມົນລະພິດໄທ ພົບສານໜູ 0.011 ມິນລີກຣາມຕໍ່ລິດຢູ່ເຂດສັງຄົມ, 0.010 ມິນລີກຣາມຕໍ່ລິດຢູ່ເມືອງໜອງຄາຍ ແລະ 0.012 ມິນລີກຣາມຕໍ່ລິດຢູ່ເຂດໂພນພິໄສ. ໃນນັ້ນ ສອງຈຸດມີຄ່າເກີນມາດຕະຖານ 0.010 ມິນລີກຣາມຕໍ່ລິດ.

ດ້ານຊາວປະມົງໄທໃນແຂວງໜອງຄາຍຍັງລາຍງານວ່າ ພົບປາບາງຊະນິດມີຕຸ່ມ ແລະ ບາດແຜຕາມລຳຕົວ ພ້ອມທັງປະສົບບັນຫາການຂາຍປາຫຼຸດລົງ ເນື່ອງຈາກຜູ້ບໍລິໂພກກັງວົນຕໍ່ການປົນເປື້ອນ.

ເຖິງແມ່ນຈະມີການພົບໂລຫະໜັກໃນແຫຼ່ງນໍ້າ ແລະ ສັດນໍ້າບາງຕົວ, ແຕ່ສາເຫດຂອງອາການຜິດປົກກະຕິຂອງປາຍັງບໍ່ສາມາດສະຫຼຸບໄດ້ວ່າເກີດຈາກສານໜູໂດຍກົງ. ການກວດສອບກ່ອນໜ້ານີ້ໃນບາງພື້ນທີ່ຂອງໄທຍັງພົບວ່າ ປາທີ່ເປັນຕຸ່ມມີການຕິດເຊື້ອແມ່ກາຝາກຮ່ວມດ້ວຍ.

MRC ເຜີຍຜົນກວດນໍ້າຂອງໃນລາວຍັງຢູ່ໃນເກນ

ຂໍ້ມູນຈາກຄະນະກຳມາທິການແມ່ນໍ້າຂອງ (Mekong River Commission ຫຼື MRC) ທີ່ເຜີຍແຜ່ໃນວັນທີ 5 ຕຸລາ 2026 ລະບຸວ່າ ຜົນກວດສານໜູໃນແມ່ນໍ້າຂອງບໍລິເວນແຂວງບໍ່ແກ້ວ ແລະ ຫຼວງພະບາງ ໃນຊ່ວງເດືອນກໍລະກົດຫາກັນຍາ ຍັງຢູ່ຕໍ່າກວ່າເກນມາດຕະຖານ.

ການກວດຄັ້ງນັ້ນດຳເນີນທັງໝົດຫ້າຮອບ ຢູ່ສາມຈຸດ ຄື ຫຼວງພະບາງ, ຈຸດ C2 ຂອງບໍ່ແກ້ວ ແລະ ຈຸດ C5 ບໍລິເວນຫ້ວຍຊາຍ. ຜົນກວດ 15 ຕົວຢ່າງມີຄ່າຕັ້ງແຕ່ຕໍ່າກວ່າ 0.0009 ຫາ 0.0020 ມິນລີກຣາມຕໍ່ລິດ ຊຶ່ງບໍ່ມີຕົວຢ່າງໃດເກີນເກນ 0.01 ມິນລີກຣາມຕໍ່ລິດ.

ສ່ວນຜົນກວດຫຼ້າສຸດໃນຊຸດຂໍ້ມູນດັ່ງກ່າວ ເມື່ອວັນທີ 3 ກັນຍາ ພົບຄ່າສານໜູ 0.0010 ມິນລີກຣາມຕໍ່ລິດໃນຫຼວງພະບາງ, 0.0011 ມິນລີກຣາມຕໍ່ລິດໃນຈຸດ C2 ແລະ 0.0012 ມິນລີກຣາມຕໍ່ລິດໃນຈຸດ C5.

ແນວໃດກໍຕາມ, MRC ເຄີຍລາຍງານໃນເດືອນເມສາວ່າ ມີການກວດພົບຄ່າສານໜູເກີນມາດຕະຖານຄັ້ງໜຶ່ງຢູ່ແຂວງບໍ່ແກ້ວ ໃນວັນທີ 6 ກຸມພາ 2026 ກ່ອນທີ່ຜົນກວດຕໍ່ມາໃນເດືອນກຸມພາ ແລະ ມີນາ ຈະກັບຄືນມາຢູ່ໃນເກນມາດຕະຖານ.

MRC ຍັງລະບຸວ່າ ຂໍ້ມູນການກວດຂອງໄທໃນຊ່ວງເດືອນກຸມພາຫາມີນາ 2026 ໄດ້ພົບບັນຫາສານໜູປົນເປື້ອນໃນບາງຈຸດຂອງແມ່ນໍ້າກົກ, ສາຍ, ຮວກ ແລະ ແມ່ນໍ້າຂອງ ໂດຍມີບາງຈຸດທີ່ຄ່າສານໜູໃນນໍ້າ ແລະ ຕະກອນສູງກວ່າມາດຕະຖານ.

ບັນຫານີ້ເຮັດໃຫ້ MRC ແລະ ປະເທດສະມາຊິກເພີ່ມການຕິດຕາມຄຸນນະພາບນໍ້າ ແລະ ການແລກປ່ຽນຂໍ້ມູນຂ້າມຊາຍແດນ. MRC ຍັງວາງແຜນຕິດຕາມໂລຫະໜັກໃນໄລຍະ 2026-2028 ເພື່ອສ້າງຖານຂໍ້ມູນ ແລະ ປະເມີນການປ່ຽນແປງຂອງຄຸນນະພາບນໍ້າໃນລະຍະຍາວ.

ບັນຫາສານໜູກະທົບແຫຼ່ງນໍ້າປະປາຂອງໄທ

ຂະນະດຽວກັນ, ສຳນັກຂ່າວ AFP ທີ່ເຜີຍແຜ່ຜ່ານ Channel News Asia ໃນວັນທີ 18 ພະຈິກ ລາຍງານວ່າ ທາງການໄທກຳລັງຈັດຫາແຫຼ່ງນໍ້າສະອາດທົດແທນໃຫ້ປະຊາຊົນຫຼາຍກວ່າ 20,000 ຄົວເຮືອນໃນແຂວງຊຽງຮາຍ ຫຼັງພົບສານໜູໃນແຫຼ່ງນໍ້າທີ່ນຳໃຊ້ຜະລິດນໍ້າປະປາ.

ການປົນເປື້ອນດັ່ງກ່າວເຮັດໃຫ້ການສະໜອງນໍ້າປະປາໃນ 14 ບ້ານຂອງເມືອງແມ່ສາຍຕ້ອງຢຸດຊົ່ວຄາວ ຫຼັງພົບລະດັບສານໜູໃນລະບົບນໍ້າປະປາສູງເຖິງ 30 ເທົ່າຂອງເກນຄວາມປອດໄພ.

ລາຍງານລະບຸວ່າ ຜົນກວດນໍ້າດິບຈາກແມ່ນໍ້າສາຍ ຊຶ່ງເປັນສ່ວນໜຶ່ງຂອງລະບົບແມ່ນໍ້າຂອງ ມີຄ່າສານໜູສູງເຖິງ 25 ເທົ່າຂອງເກນນໍ້າດື່ມ. ນັກວິໄຈຂອງໄທໄດ້ເຊື່ອມໂຍງສານປົນເປື້ອນໃນຕະກອນບາງສ່ວນກັບກິດຈະກຳບໍ່ແຮ່ຢູ່ຝັ່ງມຽນມາ.

ແຕ່ຜົນກວດໃນເມືອງແມ່ສາຍບໍ່ແມ່ນຜົນກວດຂອງນໍ້າປະປາວຽງຈັນ ແລະ ບໍ່ສາມາດນຳມາໃຊ້ສະຫຼຸບສະພາບນໍ້າປະປາຂອງລາວໄດ້.

ສານໜູເປັນອັນຕະລາຍແນວໃດ?

ຕາມຂໍ້ມູນຂອງອົງການອະນາໄມໂລກ (WHO), ສານໜູແມ່ນທາດເຄມີທີ່ພົບໄດ້ຕາມທຳມະຊາດ ແລະ ອາດຖືກປ່ອຍອອກມາຈາກກິດຈະກຳຂອງມະນຸດ ເຊັ່ນ ການຂຸດຄົ້ນແຮ່ທາດ ແລະ ຂະບວນການອຸດສາຫະກຳບາງປະເພດ.

ການໄດ້ຮັບສານໜູອະນິນຊີໃນປະລິມານສູງເປັນເວລາດົນນານ ອາດເພີ່ມຄວາມສ່ຽງຕໍ່ໂຣກມະເຮັງ, ພະຍາດຜິວໜັງ ແລະ ບັນຫາສຸຂະພາບອື່ນໆ.

WHO ກຳນົດຄ່າແນະນຳຊົ່ວຄາວສຳລັບສານໜູໃນນໍ້າດື່ມໄວ້ທີ່ 0.01 ມິນລີກຣາມຕໍ່ລິດ. ນອກຈາກນັ້ນ ການຕົ້ມນໍ້າບໍ່ສາມາດກຳຈັດສານໜູອອກຈາກນໍ້າໄດ້ ຈຶ່ງຕ້ອງອາໄສການກວດສອບ ແລະ ລະບົບບຳບັດທີ່ເໝາະສົມ ຫາກພົບການປົນເປື້ອນເກີນມາດຕະຖານ.

ສຳລັບສະຖານະການໃນລາວ ຜົນກວດທີ່ລັດວິສາຫະກິດນໍ້າປະປານະຄອນຫຼວງວຽງຈັນເປີດເຜີຍ ຖືເປັນຂໍ້ມູນສຳຄັນສຳລັບຜູ້ໃຊ້ນໍ້າປະປາ. ແຕ່ການຕິດຕາມຄຸນນະພາບນໍ້າຢ່າງຕໍ່ເນື່ອງ ແລະ ການກວດສອບສາເຫດທີ່ເຮັດໃຫ້ປາໃນແມ່ນໍ້າຂອງມີອາການຜິດປົກກະຕິ ຍັງເປັນປະເດັນທີ່ຄວນໄດ້ຮັບຄຳຕອບຈາກໜ່ວຍງານກ່ຽວຂ້ອງ.

#LaoX #ແມ່ນໍ້າຂອງ #ນໍ້າປະປາ #ສານໜູ #Arsenic #MekongRiver #MRC #ຄຸນນະພາບນໍ້າ #ສິ່ງແວດລ້ອມ #ຂ່າວລາວ

Comments are disabled