ຄົນຍີ່ປຸ່ນສາມາດຮ່ວມງານໂອແລມປິກໄດ້ ແຕ່ຕ້ອງປະຕິບັດຕາມມາດຕະການປ້ອງກັນໂຄວິດຢ່າງເຂັ້ມງວດ


ໂອແລມປິກໂຕກຽວ 2020 ປະຊົນຍີ່ປຸ່ນຕ່າງກໍມີທັງຜູ້ທີ່ເຫັນດີໃຫ້ຈັດ ແລະ ບໍ່ໃຫ້ຈັດ ເພາະເນື່ອງຈາກໂຄວິດ-19 ຍັງຄົງບໍ່ອຳນວຍ ແຕ່ຜົນສຸດທ້າຍກໍຕ້ອງໄດ້ຈັດ ຈາກທີ່ກະກຽມມາດົນ ແລະ ມີຄ່າໃຊ້ຈ່າຍອັນຫຼວງຫຼາຍ.

ໃນການຈັດໂອແລມປິກປີນີ້ ຄະນະກຳມະການຈັດການແຂ່ງຂັນໂອແລມປິກຢຍີ່ປຸ່ນ ໄດ້ລະບຸຈຳນວນຄົນທີ່ຈະເຂົ້າຮັບຊົມແບບຈຳກັດ, ກຳນົດມາດຕະການປ້ອງກັນຢ່າງລະອຽດ ແລະ ຄົນເຂົ້າຊົມຕ້ອງເປັນຄົນທີ່ອາໄສຢູ່ຍີ່ປຸ່ນເທົ່ານັ້ນທີ່ຈະໄດ້ເຂົ້າຮັບຊົມໂອແລມປິກ.

ຈຳນວນຄົນເຂົາຮັບຊົມຈຳກັດບໍ່ເກີນ 10.000 ຄົນ ສະເພາະຄົນທີ່ຊື້ບັດໄວ້ກ່ອນ, ສ່ວນຄວາມພ້ອມກະກຽມຢ່າງເຕັມທີ່ເພື່ອຮັບມືໂຄວິດ ໃນລະຫວ່າງການແຂ່ງຂັນ. ນອກຈາກນີ້ ຄະນະກຳມະການໂອແລມປິກສາກົນ IOC ຈັດ Playbook ຄູ່ມືທີ່ຄວບຄຸມແນວທາງປະຕິບັດຂອງນັກກິລາໄປຈົນຮອດເຈົ້າໜ້າທີ່, ບຸກຄະລາກອນ, ສະປອນເຊີ ແລະ ສື່ມວນຊົນ ທີ່ເດີນທາງເຂົ້າມາພັກ ເພື່ອເປັນແນວທາງການປະຕິບັດຕາມແບບຍຸກມິນິມໍ ແລະ ກົດຂອງອົງການອະນາໄມໂລກ.

ສ່ວນການອະນຸຍາດເຂົ້າສູ່ສະໜາມ ຍັງຄົງອະນຸຍາດໃຫ້ຄົນໃນຊາດໄດ້ ໃນສັດສ່ວນທີ່ເໝາະສົມຕໍ່ຈຳນວນບ່ອນນັ່ງຂອງສະໜາມທີ່ກຳນົດໄວ້. ໃນປີນີ້ນັກກິລາຈາກ 206 ປະເທດ, ມີປະມານ 12,000 ຊີວິດ ເຮັດໃຫ້ມີການຕັດຈຳນວນຄົນເບິ່ງອອກໃນບາງສ່ວນ ເພາະອາດຈະເຮັດໃຫ້ບໍລິຫານຈັດການໄດ້ບໍ່ສະດວກ.

ໂອແລມປິກໂຕກຽວປົກກະຕິຈະຈັດຢູ່ໃນປີ 2020 ແຕ່ເລື່ອນມາຈັດ 2021 ເນື່ອງຈາກສະພາບໂຄວິດແຜ່ລະບາດ ເຊິ່ງການກະກຽມໃນດ້ານຕ່າງໆກໍໄດ້ເລີ່ມມາຕັ້ງແຕ່ປີ 2020 ຈົນມາຮອດປີ 2021 ກໍມີການລົງທຶນໄປຢ່າງຫຼວງຫຼາຍຕໍ່ກັບກິລາໂອແລມປິກ ຖ້າຫາກຖືກເລື່ອນໄປເປັນປີໜ້າ ຍີ່ປຸ່ນຈະໄດ້ຮັບຜົນກະທົບຢ່າງແນ່ນອນ ແລະ ເສຍຫາຍເປັນຈຳນວນເງິນອັນມະຫາສານເລີຍກໍວ່າໄດ້.

ຂອບໃຈຂໍ້ມູນຈາກ:
https://bit.ly/3r8OULb
https://bit.ly/3i8a1Jx
https://bit.ly/3xEJev9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/