“ຕັນ ອິຊິຕັນ” ເສດຖີໄທໃຈດີ ມອບຕຶກເກົ່າຂອງຕົນເອງ ໃຫ້ເປັນສູນພັກເຊົາຂອງຜູ້ປ່ວຍໂຄວິດ-19


ຕັນ ອິຊິຕັນ ຫຼື ຕັນ ພາດສະກອນນະທີ ເສດຖີໃຈບຸນຊາວໄທ ເຈົ້າຂອງບໍລິສັດ ອິຊິຕັນ ກຣຸບ ຈຳກັດ ມະຫາຊົນ ໄດ້ອອກມາຊ່ວຍເຫຼືອພີ່ນ້ອງຊາວໄທທີ່ປະສົບກັບບັນຫາການແຜ່ລະບາດຂອງເຊື້ອໂຄວິດ-19 ທີ່ກຳລັງລະບາດໃນໄທ ຈົນເຮັດໃຫ້ສະຖານທີ່ພັກຟື້ນບໍ່ພຽງພໍ.

ວັນທີ 12 ກໍລະກົດ 2021 ຕັນ ພາດສະກອນນະທີ ໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວວ່າ “ໄດ້ເບິ່ງຂ່າວແລ້ວຮູ້ສຶກຫົດຫູ່ ເລຍຖາມຕົນເອງວ່າແທນທີ່ຈະນັ່ງເສີຍໆ ຫຼື ຄິດວ່າຄວນຈະເຮັດຫຍັງດີ ຈຶ່ງໄດ້ຮ່ວມມືກັບ ສໍລະຍຸດ (ຜູ້ປະກາດຂ່າວ), ໄດ໋ ໄດອານ່າ (ນັກສະແດງ) ແລະ ໝໍແລັບແພນດ້າ ເພື່ອຈະປ່ຽນແປງຕຶກເກົ່າຂອງຕົນເອງໃຫ້ກາຍເປັນສູນພັກເຊົາສຳລັບຜູ້ປ່ວຍທີ່ລໍຖ້າຕຽງສຸກເສີນ ໂດຍນຳໃຊ້ຕຶກ Wedding Plaza ທີ່ເຄີຍໃຊ້ເປີດເປັນຄີນິກມາປັບປຸງ ແລະ ຄາດວ່າໜ້າຈະຮອງຮັບຄົນໄດ້ 100-120 ຄົນ,​ ໂດຍຈະໃຫ້ພ້ອມໃຊ້ໃນເດືອນສິງຫານີ້”.

ຮູບພາບຈາກ Facebook: https://bit.ly/3kkYCc2

ຂໍຂອບໃຈຂໍ້ມູນຈາກ: https://bit.ly/3yUJeqN

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/