Google ຕ້ອງຈ່າຍເງິນຄ່າປັບໃໝ 500 ລ້ານຢູໂຣ ໃຫ້ກັບຝຣັ່ງ ຫຼັງຈາກທີ່ບໍ່ສາມາດເຈລະຈາຕົກລົງຄ່າເນື້ອໃນຂ່າວຢູ່ເທິງໜ້າເວັບໄດ້


ໜ່ວຍງານປ້ອງກັນການຜູກຂາດຝຣັ່ງ (Autorité de la concurrence) ສັ່ງປັບໃໝ Google ເປັນຈຳນວນເງິນ 500 ລ້ານຢູໂຣ ໃນຂໍ້ຫາທີ່ລະເລີຍບໍ່ເຈລະຈາຄ່າໃຊ້ເນື້ອໃນຂ່າວຈາກສຳນັກຂ່າວເທິງເວັບໄຊ ຫຼັງຈາກທາງໜ່ວຍງານອອກຄຳສັ່ງໃຫ້ Google ຕ້ອງເຈລະຈາເພື່ອຫາແນວທາງສຳລັບການຈ່າຍຄ່າເນື້ອໃນຢູ່ເທິງເວັບໄຊຕັ້ງແຕ່ປີ 2020.

ທາງ Google ກໍໄດ້ອອກມາກ່າວວ່າຮູ້ສຶກຜິດຫວັງກັບຄຳສັ່ງນີ້ເຊັ່ນກັນ ແລະ ທາງບໍລິສັດເອງກໍກຳລັງປະຕິບັດຕາມຂັ້ນຕອນທາງກົດໝາຍ ໂດຍການເລີ່ມເຂົ້າໄປເຈລະຈາກັບທາງສຳນັກຂ່າວ AFP ທີ່ກຳລັງມີບັນຫາ ກໍກຳລັງໄດ້ຂໍ້ຕົກລົງແລ້ວ.

No Description

ການສັ່ງປັບໃໝໃນເທື່ອນີ້ເກີດຂຶ້ນຫຼັງຈາກທາງ Autorité de la concurrence ສັ່ງປັບ Google ທີ່ເອື້ອຜົນປະໂຫຍດຕົນເອງໃນທຸລະກິດໂຄສະນາ ເຊິ່ງຕີເປັນມູນຄ່າປະມານ 257 ລ້ານໂດລາ, ໂດຍທີ່ໃນຂະນະນີ້ທາງຫຼາຍໆປະເທດກຳລັງເຂົ້າມາກຳກັບການໃຊ້ເນື້ອໃນຈາກສື່ຕ່າງໆ ມາສະແດງຜົນເທິງ Search Engine ຫຼື ເວັບໄຊຄົ້ນຫາ ໂດຍສະເພາະປະເທດ ອອສເຕເລຍ. ຜ່ານມາ Google ເອງກໍພະຍາຍາມສະແດງວ່າເປັນມິດຕໍ່ສື່ຕ່າງໆ, ເຊິ່ງທາງ Google ກໍສະແດງອອກດ້ວຍການເຮັດໂຄງການ Google News Showcase ທີ່ຈະສະແດງເນື້ອໃນແບບຄົບຖ້ວນ ແລະ Google ເອງກໍໄດ້ຕັ້ງກອງທຶນເພື່ອຈ່າຍຄ່າຕອບແທນການໃຊ້ເນື້ອໃນຕ່າງໆ.

ເຊິ່ງສຳນັກຂ່າວ Reuters ເອງກໍໄດ້ລະບຸວ່າເອກະສານການເຈລະຈາໄດ້ຖືກເປີດເຜີຍອອກມາແລ້ວ, ທາງ Google ຈະໃຊ້ Google News Showcase ເພື່ອສະແດງເນື້ອໃນສຳນັກຂ່າວໃນຝຣັ່ງ ພ້ອມກັບຈ່າຍເງິນຄ່າເນື້ອໃນໃຫ້ແກ່ 121 ສຳນັກຂ່າວໃນຝຣັ່ງ ດ້ວຍເງິນ 76 ລ້ານໂດລາ ເປັນເວລາ 3 ປີ.

ຂໍຂອບໃຈຂໍ້ມູນຈາກ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/