ຮູບເງົາອະນິເມຊັນຂອງ DISNEY RAYA & THE LAST DRAGON ມີຄົນລາວຢູ່ເບື້ອງຫຼັງ!!!


ຫຼ້າສຸດ ເມື່ອຄືນວານນີ້ ທາງ DISNEY ໄດ້ປ່ອຍຕົວຢ່າງເພີ່ມເຕີມຂອງອະນິເມຊັນຟອມຍັກ RAYA & THE LAST DRAGON ອອກມາ ສະແດງໃຫ້ເຫັນຕົວລະຄອນໃໝ່ເພີ່ມຂຶ້ນອີກ, ເຊິ່ງມີການເປີດເຜີຍຂໍ້ມູນໃໝ່ວ່າ ມີຄົນລາວທີ່ຮ່ວມງານຢູ່ເບື້ອງຫຼັງພ້ອມ!!!

ຄົນລາວທີ່ຮ່ວມງານນຳ DISNEY ຄັ້ງນີ້ ມີທັງຢູ່ເບື້ອງຫຼັງ ແລະ ພາກສຽງຕົວລະຄອນ “ສະຕີຟ ອາຣຸນສັກ” ເຂົ້າໄປຊ່ວຍເປັນທີ່ປຶກສາດ້ານວັດທະນະທຳຕ່າງໆຂອງລາວ ຈະເຫັນໄດ້ຈາກຕົວລະຄອນໃໝ່ທີ່ຊື່ “ນ້ອຍ” ເຊິ່ງເປັນຊື່ທີ່ຄົນລາວມັກຕັ້ງຊື່ລູກຫຼານ ຫຼື ເອີ້ນແທນນາມ ແລະ ຄົນທີ່ພາກສຽງຂອງນ້ອຍແມ່ນ THALIA TRAN,​ ນອກຈາກນັ້ນ ຍັງມີ IZACC WANG ເປັນນັກສະແດງເຊື້ອສາຍລາວ ຈະມາພາກສຽງຂອງອີກຕົວລະຄອນທີ່ຊື່ “ບຸນ”

ເຫັນແບບນີ້ ເຮັດໃຫ້ຍິ່ງຢາກໄປເບິ່ງຂຶ້ນຕື່ມອີກ!!! ສ່ວນເລື່ອງ RAYA & THE LAST DRAGON ມີກຳນົດເຂົ້າສາຍໃນໂຮງໃນວັນທີ 5 ມີນາ 2021 ນີ້.

ຂອບໃຈຂໍ້ມູນຈາກ:

https://www.facebook.com/725938084/posts/10157875240368085/?d=n

https://www.facebook.com/LaosAngelesOrg/posts/2989557041262644