ຜົນງານ “ເຈົ້າຍິງດິສນີໃນອາພອນລາວ” ຂອງສີລະປິນສາວ ນຸ່ຍ ນົບຊະພອນ


ຄວາມສວຍງາມໜ້າຮັກຂອງເຈົ້າຍິງຈາກດິສນີ ປະສານເຂົ້າກັບຄວາມເປັນເອກະລັກຂອງຊຸດປະຈຳຊາດລາວ ເຮັດໃຫ້ອອກມາເປັນງານສີລະປະທີ່ເຕັມໄປດ້ວຍຄວາມງາມ ແລະ ຄວາມລົງຕົວ ຂອງຕົວລະຄອນກັບຊຸດທີ່ໃສ່.

ຜົນງານການແຕ້ມດັ່ງກ່າວເປັນສີມືຂອງນັກແຕ້ມສາວ ທີ່ມີຄວາມງາມບໍ່ໜ້ອຍໄປກວ່າຕົວລະຄອນທີ່ລາວແຕ້ມເລີຍ.

ນົບຊະພອນ ຈັນທະວົງ ຫຼື ນຸ່ຍ ເປັນນັກແຕ້ມຜູ້ມີຄວາມມັກ ແລະ ສົນໃຈໃນດ້ານສີລະປະ ແລະ ການອອກແບບແຟຊັ່ນ.

ນຸ່ຍໄດ້ເລົ່າເຖິງແຮງບັນດານໃຈທີ່ມີຕໍ່ຮູບແຕ້ມເຊັດນີ້ວ່າ: “ກ່ອນຫນ້ານີ້ຕອນປີ 2017 ໄດ້ເຄີຍເຮັດມາແລ້ວເທື່ອໜຶ່ງ ຕອນນັ້ນພະຍາຍາມເຮັດແມ່ນເພື່ອມາປະກອບກັບຊຸດໄໝທີ່ອອກແບບໄປ ເພາະປົກຕິແມ່ນເຮັດໂມເດວທຳມະດາທົ່ວໆໄປ ຕອນນັ້ນເບິ່ງເລື່ອງນາງເງືອກຢູ່ ກໍເລີຍຄິດວ່າຖ້າເຮົາມາໃສ່ຊຸດທີ່ເຮົາອອກແບບແຕ່ຍັງຄົງຄວາມເປັນກາຕູນຢູ່ຈະອອກມາເປັນແບບໃດ ກໍເລີຍລອງເບິ່ງ ຕາມສໄຕລ໌ຄົນມັກແຕ້ມຮູບ.

ສ່ວນຕົວປັດຈຸບັນນີ້ແມ່ນເຫັນຜົນງານເກົ່າຂອງຕົນເອງ ແລ້ວຄິດຢາກແກ້ໄຂ ລອງແຕ້ມອີກເທື່ອເພາະໄດ້ຮຽນຮູ້ທັກສະການແຕ້ມເພີ່ມຂຶ້ນແດ່ ເລີຍຢາກລອງອີກ, ບວກກັບໄດ້ເຫັນ ແລະ ຮຽນຮູ້ຜົນງານຂອງສີລະປິນຫຼາຍໆຄົນໃນ social ມາແດ່ ເລີຍຢາກລອງເຮັດເປັນຮູບແບບຂອງເຮົາເບິ່ງວ່າ ຈະອອກມາແບບໃດ.”

“ສ່ວນທີ່ມາຂອງການມັກແຕ້ມຮູບ ແມ່ນມັກມາແຕ່ນ້ອຍໆເລີຍ ເປັນຄົນມັກຂີດມັກຂຽນ ຕອນຍັງນ້ອຍມັກຫລາຍວິຊາແຕ້ມຮູບຕາມໃຈ ກັບຫັດຂຽນງາມ ແລະ ມັກໃຫ້ພໍ່ໄປສົ່ງຢູ່ຫໍສະໝຸດ ບໍ່ໄດ້ໄປອ່ານປຶ້ມໃດ ໄປແຕ້ມຮູບ

ແລ້ວໃຫຍ່ມາກ້າວເຂົ້າສູ່ໄວຫນຸ່ມ ຕົນເອງກໍມັກດ້ານແຟຊັ່ນແດ່ ເລີຍບວກໃສ່ກັບຄວາມມັກດ້ານແຕ້ມຮູບເລີຍ.”

ນອກຈາກຜົນງານທີ່ເຫັນແລ້ວ ນຸ່ຍ ຍັງເຄີຍ ຕິດ top5 ຂອງການປະກວດອອກແບບຊຸດແຟຊັ່ນ.

ສາມາດຕິດຕາມຜົນງານຂອງ ນຸ່ຍ ໄດ້ທີ່:

ຮຽບຮຽງ ແລະ ສຳພາດໂດຍ: ເຊັນໄປ
ຮູບພາບໂດຍ: Nenui Nopsaphone
ສຳພາດໃນວັນທີ 6 ມິຖຸນາ 2021

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/