ໄວໜຸ່ມ ມັກຟັງເພງລູກທົ່ງສະໄໝເກົ່າ ຫຼື ໃໝ່ ແລະ ຟັງໝໍລຳ ເປັນເລື່ອງທີ່ດີ


ວ່າດ້ວຍເລື່ອງເພງແລ້ວ ບໍ່ວ່າຈະເປັນເພງປະເພດໃດ ລ້ວນແຕ່ມີຜົນຕໍ່ທາງຈິດໃຈສະເໝີ, ບົດເພງສາມາດເຮັດໃຫ້ມີຄວາມສຸກເບີກບານມ່ວນຊື່ນ ແລະ ຍັງສາມາດເຮັດໃຫ້ເຮົາຮູ້ສຶກເສົ້າໄປຕາມໆກັນ ຂຶ້ນຢູ່ກັບວ່າເຮົາຟັງເພງແນວໃດ ຫຼື ປະເພດໃດ, ແຕ່ສ່ວນຫຼາຍແລ້ວຈະສົ່ງຜົນດີຫຼາຍກວ່າຜົນເສຍ.

ໄວໜຸ່ມຫຼາຍຄົນ ກໍຍັງຟັງບົດເພງລູກທົ່ງ ແລະ ໝໍລຳ, ແລ້ວກໍຍັງມີອີກຫຼາຍຄົນ ທີ່ຫຼົງຮັກໄປກັບບົດເພງລູກທົ່ງສະໄໝເກົ່າ, ອາດຈະເປັນຕັ້ງແຕ່ຍັງນ້ອຍທີ່ມີການປູກຝັງ ອາດຈະຟັງເພງນັ້ນມາຈາກພໍ່ ຫຼື ແມ່ ຈາກສັງຄົມທີ່ກຳລັງນິຍົມໃນສະໄໝກ່ອນ, ບາງຄັ້ງໄວໜຸ່ມຫຼາຍຄົນ ຍັງນິຍົມຟັງເພງປະຕິວັດກໍມີອີກຫຼວງຫຼາຍ. ເຊິ່ງເຮັດໃຫ້ບາງຄົນກໍສົງໄສ ເປັນຫຍັງກຸ່ມຄົນໄວໜຸ່ມ ຍັງຄົງຮັບຟັງບົດເພງລູກທົ່ງ ຫຼື ໝໍລຳ ເຖິງວ່າຈະເປັນໄວໜຸ່ມສະໄໝໃໝ່.

ເພງລູກທົ່ງມີດີກວ່າທີ່ເຮົາຄິດ ບໍ່ວ່າຈະໄວໃດກໍຕາມ ເພາະເປັນເພງທີ່ຟັງງ່າຍ, ເຂົ້າໃຈງ່າຍສື່ສານຄວາມໝາຍແບບຊັດເຈນກົງໄປກົງມາ, ສາມາດນຳມາຮ້ອງຕາມໄດ້ແບບບໍ່ມີກົດເກນ, ໃນການປະພັນບົດເພງສ່ວນຫຼາຍຈະເປັນປະມານແນວພື້ນບ້ານ ເຊິ່ງຈະດຶງດູດຄົນຟັງໄດ້ດີ ເພາະມັນສື່ໃຫ້ເຫັນເຖິງຊີວິດການເປັນຢູ່ຂອງຄົນເປັນສ່ວນຫຼາຍ. ລັກສະນະໂດດເດັ່ນຂອງເພງລູກທົ່ງຈະແມ່ນການຮ້ອງທີ່ເຕັມສຽງ ຊັດທຸກຖ້ອຍຄຳ ຫຼື ລວມທັງລູກຄໍ ທີ່ມີສຽງທີ່ເລິກ ແລະ ກວ້າງ.

ສ່ວນໝໍລຳ ຍິ່ງມີຈຸດພິເສດຫຼາຍຢ່າງບໍ່ວ່າຈະເປັນລຳປະເພດໃດກໍຕາມ ທຸກໆການລຳຈະບໍ່ຊ້ຳກັນ, ຟັງແລ້ວມ່ວນຫູເປັນທີ່ສຸດ ອາດຈະມີຄວາມຍາວ ແຕ່ຄວາມໝາຍນັ້ນລ້ວນແຕ່ມີຄວາມໝາຍອັນເລິກເຊິ່ງ ປະກອບກັບດົນຕີແຕ່ກ່ອນ ໂດຍສະເພາະແຄນທີ່ເປັນເອກະລັກຂອງດົນຕີລາວ.

ນອກຈາກນີ້ແລ້ວ, ເມື່ອເຮົາໄປຟັງເພງລູກທົ່ງ ທີ່ເຮົາເຄີຍຟັງມາ ຫຼື ໄດ້ຍິນມາແຕ່ຕອນນ້ອຍ ແລ້ວເຮົາກັບມາຟັງ ຮູ້ສຶກເຖິງບົດເພງດັ່ງກ່າວນັ້ນ ຈະສ່ອງແສງໄປເຖິງອະດີດຂອງວັນວານທີ່ຍັງຫວານຢູ່, ບາງຄັ້ງເຮັດໃຫ້ເຮົາເຫັນພາບເກົ່າໆ ສະໄໝເຮົາຍັງນ້ອຍ ຄິດຮອດເລື່ອງເກົ່າໆທີ່ເຮົາເຄີຍເຮັດຜ່ານມາ ແລະ ອາດຈະມີບາງຄັ້ງທີ່ເຮົາໄດ້ຍິ້ມກັບມັນ.

ຮຽບຮຽງໂດຍ: Cat-Meo-ManU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/