ເຮືອຕິດທຸງສີຮຸ້ງສະຫຼອງເດືອນແຫ່ງຄວາມຫຼາກຫຼາຍທາງເພດ ຖືກເຮືອອີກລຳດ່າ ສຸດທ້າຍຄົນທີ່ດ່າລອຍນ້ຳໜີຕາຍ ມາຂໍຄວາມຊ່ວຍເຫຼືອເຮືອ LGBT ເພາະເຮືອຕົນເອງລະເບີດ


ເດືອນມິຖຸນາເປັນເດືອນແຫ່ງຄວາມຫຼາກຫຼາຍທາງເພດ ເປັນເດືອນແຫ່ງສີສັນ ທີ່ຫຼາຍພາກສ່ວນໄດ້ໃຫ້ຄວາມສຳຄັນ ແລະ ເຄົາລົບຕໍ່ຄວາມຫຼາກຫຼາຍ ເຮັດໃຫ້ມີຫຼາຍຄົນອອກມາສະເຫຼີມສະຫຼອງວັນດັ່ງກ່າວບໍ່ສະເພາະແຕ່ຊາວ LGBT ເທົ່ານັ້ນ.

ເຊັ່ນດຽວກັນກັບເຮືອລຳໜຶ່ງທີ່ກຳລັງແລ່ນຢູ່ໜ້ານ້ຳ ແລະ ຕິດທຸງສີຮຸ້ງອັນເປັນສັນຍະລັກຂອງ LGBT ເພື່ອສະຫຼອງໃຫ້ກັບເດືອນດັ່ງກ່າວ ແຕ່ມີເຮືອອີກລຳທີ່ແລ່ນຢູ່ໃກ້ກັນມີທັງຄົນຂັບ ແລະ ຜູ້ໂດຍສານ ຮ້ອງດ່າສາລະພັດ ແຖມຍັງຍົກນິ້ວກາງໃສ່ພ້ອມ. ແຕ່ເມື່ອຜ່ານໄປຈັກໄລຍະໜຶ່ງ ເຮືອລຳນັ້ນກໍເກີດໄຟລຸກໄໝ້ ແລະ ລະເບີດໃນເວລາຕໍ່ມາ!!! ຄົນຂັບ ແລະ ຜູ້ໂດຍສານທີ່ຫຍາບຄາຍຄົນນັ້ນ ໄດ້ລອຍນ້ຳໜີຕາຍມາຂຶ້ນເຮືອທີ່ຕິດທຸງ LGBT ເພື່ອຂໍຄວາມຊ່ວຍເຫຼືອ.

ນີ້ລະເພິ່ນວ່າ ເວນກຳຕິດຈະຫຼວດຂອງແທ້ ເມື່ອບໍ່ໄດ້ສະໜັບສະໜູນ ຫຼື ເຄົາລົບຄົນອື່ນ ກໍບໍ່ຄວນໄປຮຸກຮານ ຫຼື ກ້າວກ່າຍຄົນອື່ນ. ເມື່ອເລື່ອງລາວດັ່ງກ່າວຖືກເຜີຍແຜ່ອອກໄປໃນໂລກໂຊຊຽວ ກໍມີຊາວເນັດເຂົ້າມາວິພາກວິຈານການກະທຳດັ່ງກ່າວ ພ້ອມກັບຕັ້ງຄຳຖາມວ່າ ຖ້າກໍລະນີທີ່ເປັນເຮືອ LGBT ຖືກໄຟໄໝ້ ເຮືອລຳນັ້ນຈະຊ່ວຍພວກເຂົາບໍ່?… ແລະ ອື່ນໆອີກ.

ຂອບໃຈທີ່ມາຈາກ: https://cutt.ly/lnm8DBM

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/