NASA ກຽມພາລະກິດໃໝ່ ສຳຫຼວດດາວສຸກຄັ້ງທຳອິດໃນຮອບ 30 ປີ


ດາວສຸກເປັນດາວເຄາະດວງທີ 2 ຂອງລະບົບສຸລິຍະຈັກກະວານ ເຮັດໃຫ້ມັນມີອຸນຫະພູມເທິງພື້ນຜິວສູງເຖິງ 500 ອົງສາ. ການສຳຫຼວດຄັ້ງຫຼ້າສຸດແມ່ນຕັ້ງແຕ່ 31 ປີກ່ອນຂອງຍານອະວະກາດແມັກເຈລແລນ ເຊິ່ງເປັນພຽງການບິນຜ່ານເທົ່ານັ້ນ.

ໃນວັນທີ 2 ມິຖຸນາ BBC ໄດ້ລາຍງານວ່າ ອົງການ NASA ໄດ້ເປີດຕົວໂຄງການສຳຫຼວດດາວສຸກ 2 ໂຄງການໃຫຍ່ ເຊິ່ງມີງົບປະມານຢູ່ທີ່ 1000 ລ້ານໂດລາ ໂດຍມີເປົ້າໝາຍຈະສົ່ງຍານສຳຫຼວດໃນປີ 2028-2030.

ເປົ້າໝາຍໃນການສຳຫຼວດດາວສຸກໃນໂຄງການນີ້ ແມ່ນເພື່ອສຳຫຼວດຊັ້ນບັນຍາກາດ ແລະ ສະພາບພື້ນຜິວຂອງດາວສຸກ ວ່າເປັນຫຍັງດາວສຸກຈຶ່ງກາຍມາເປັນດາວເຄາະທີ່ຮ້ອນປານນະຮົກແບບນີ້ ໃນຂະນະທີ່ມັນມີສ່ວນປະກອບຕ່າງໆຄ້າຍກັບໂລກເຮົາ ຫຼື ມັນອາດຈະເຄີຍມີນ້ຳ ແລະ ສິ່ງທີ່ມີຊີວິດອາໄສຢູ່ມາກ່ອນ.

ພາລະກິດທີ 1 ແມ່ນຊື່ວ່າ he Davinci+ (Deep Atmosphere Venus Investigation of Noble gases, Chemistry, and Imaging) ຈະວັດບັນຍາກາດຂອງດາວສຸກ ເພື່ອວິໄຈວ່າມັນເລີ່ມຕົ້ນ ແລະ ວິວັດທະນາການແນວໃດ ລວມເຖິງມັນເຄີຍມີມະຫາສະໝຸດຢູ່ແທ້ບໍ່.

ພາລະກິດທີ 2 ແມ່ນ Veritas (Venus Emissivity, Radio Science, InSAR, Topography, and Spectroscopy) ເປັນພາລະກິດທີ່ຈະສ້າງແຜນທີ່ເທິງດາວສຸກ ເພື່ອທຳຄວາມເຂົ້າໃຈກ່ຽວກັບປະຫວັດສາດຂອງດາວສຸກ ແລະ ມັນວິວັດທະນາການຕ່າງຈາກໂລກແນວໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/