FBI ຍຶດ eWallet ຂອງກຸ່ມ Threat Actor ທີ່ໂຈມຕີ Colonial Pipeline


ຈາກທີ່ກ່ອນໜ້ານີ້ບໍລິສັດຂົນສົ່ງນ້ຳມັນທີ່ຊື່ວ່າ Colonial Pipeline ຖືກໂຈມຕີດ້ວຍ Ransomware ໂດຍກຸ່ມ Threat Actor ທີ່ຊື່ວ່າ DarkSide, ເຊິ່ງບໍລິສັດກໍຍອມຈ່າຍເງິນ Cryptocurrency ໄປ ເພື່ອຈະໄດ້ key ມາປົດລັອກ ແລະ ຖອດລະຫັດໄດ້.

ແຕ່ຫຼັງຈາກໂອນເງິນຮຽບຮ້ອຍແລ້ວ ທາງ Darkside ປະກາດໃນເວັບໄຊຂອງທາງກຸ່ມໃນວັນທີ 14 ພຶດສະພາ 2021, ມີ payment server ບາງສ່ວນບໍ່ສາມາດເຂົ້າໃຊ້ງານໄດ້ ຫຼັງຈາກນັ້ນກໍຖືກໂອນເງິນບາງສ່ວນຈາກບັນຊີທີ່ມີ ອອກໄປຫາບັນຊີທີ່ບໍ່ຮູ້ວ່າເປັນຂອງໃຜ ຫຼັງຈາກຕອນນັ້ນກໍບໍ່ໄດ້ມີປະກາດຍັງເພີ່ມອີກເລຍ.

Department of Justice

ຫຼ້າສຸດທາງກະຊວງຍຸດຕິທຳສະຫະລັດ ແລະ FBI ໄດ້ຍື່ນເລື່ອງກັບສານທາງເໜືອຂອງ California ເພື່ອຍຶດ cryptocurrency wallet ຂອງກຸ່ມ Threat Actor ເຊິ່ງ FBI ສາມາດເຂົ້າເຖິງກະເປົາດັ່ງກ່າວ ແລະ ຍຶດເງິນເປັນຈຳນວນ 63,7 Bitcoins (ຈາກທີ່ບໍລິສັດ Colonial Pipeline ໂອນໄປ 75 Bitcoin) ໂດຍທາງ FBI ນັ້ນມີ private key ທີ່ເຂົ້າເຖິງ eWallet ໄດ້ ແຕ່ບໍ່ໄດ້ລະບຸໃນເອກະສານທີ່ຍື່ນຕໍ່ສານວ່າມີ private key ມາໄດ້ແບບໃດ.

ມີການຄາດວ່າ ເປັນໄປໄດ້ວ່າວັນທີ 14 ພຶດສະພາ 2021 ທີ່ທາງກຸ່ມ Darkside ບອກວ່າເຂົ້າເຖິງບໍ່ໄດ້ ອາດຈະຖືກ FBI ໂຈມຕີ ແລະ ເຂົ້າຍຶດເຄື່ອງດັງກ່າວ ແລ້ວໃນເຄື່ອງຖືກຖິ້ມ private key ໄວ້ກໍເປັນໄປໄດ້ ແລະ ເມື່ອມີກໍລະນີນີ້ເປັນກໍລະນີທຳອິດ ຈຶ່ງອາດຈະມີເຫດການ ການຍຶດແບບນີ້ເກີດຂຶ້ນອີກກໍເປັນໄດ້.

ທີ່ມາ: https://1th.me/f8c8K

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/