ຈາກພະນັກງານ ຫັນມາປູກຝັງ-ລ້ຽງສັດ ເຮັດໃຫ້ມີລາຍໄດ້ 50 ລ້ານກີບຕໍ່ເດືອນ


ເຈົ້າຂອງສວນໄຜ່ນາຄຳ ຫັນມາເຮັດກະສິກຳປູກຝັງ-ລ້ຽງສັດ ຈົນສາມາດເຮັດໃຫ້ຄອບຄົວ ມີລາຍໄດ້ເຖິງ 50 ລ້ານກີບຕໍ່ເດືອນ.

ປັດຈຸບັນ ຍຶດຖືເອົາການລ້ຽງໄກ່, ປາ, ກົບ ແລະ ງົວ ເຊິ່ງໃນແຕ່ລະປີສາມາດສ້າງລາຍຮັບໄດ້ຫຼາຍລ້ານພໍສົມຄວນ ແລະ ນອກຈາກນີ້ ກໍຍັງໄດ້ປູກໝາກມ່ວງທີ່ມີຫຼາຍສາຍພັນ ບໍ່ວ່າຈະເປັນໝາກມ່ວງຂຽວສະເຫວີຍ, ໝາກມ່ວງງ່າມງ່າໄມ້ ແລະ ໝາກມ່ວງສາມລະດູ. ບໍ່ໝົດພຽງເທົ່ານີ້ ເພາະໝາກມີ້,  ໝາກສີດາ ກໍປູກເຊັ່ນດຽວກັນ ແລະ ຍັງຂາຍເບ້ຍໄມ້ອີກດ້ວຍ.

ທ່ານ ນາງ ສຸພາວັນ ພໍບຸນມາ ເຈົ້າຂອງສວນໄຜ່ນາຄຳ ເມື່ອກ່ອນທາງຄອບຄົວໄດ້ມາຊື້ດິນທີ່ເຕັມໄປດ້ວຍປ່າ, ການເລີ່ມຕົ້ນທຳອິດແມ່ນໄດ້ລ້ຽງສັດປີກ ແຕ່ໄດ້ລົ້ມເຫຼວໄປເທື່ອໜຶ່ງແລ້ວ, ແລ້ວຈຶ່ງຫັນມາປູກຕົ້ນໄມ້ໄຜ່ເປັນຈຸດເລີ່ມຕົ້ນ, ຕາມມາດ້ວຍຂາຍຕົ້ນໝາກມ່ວງ ພ້ອມກັບປູກໄວ້ໃນສວນ.

ຖືໄດ້ວ່າເປັນອີກຄອບຄົວໜຶ່ງ ທີ່ສາມາດສ້າງລາຍໄດ້ດີເປັນພິເສດ, ຍ້ອນຄວາມດຸໝັ່ນຂະຫຍັນພຽນ ທີ່ສຸມໃສ່ວຽກງານໃຫ້ປະສົບຜົນສຳເລັດ ພ້ອມກັບເປັນຕົວຢ່າງທີ່ດີໃຫ້ແກ່ສັງຄົມ, ​ພ້ອມກັນນີ້ ຍັງເຮັດໃຫ້ພໍ່ແມ່ປະຊາຊົນໃນບໍລິເວນນັ້ນ ໄດ້ມີວຽກເຮັດງານທຳນຳຕື່ມ.

ສວນໄຜ່ນາຄຳຕັ້ງຢູ່ຫຼັກ 40 ເສັ້ນທາງ 13 ໃຕ້ ບ້ານໜອງແຄນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.

ຂອບໃຈຂໍ້ມູນຈາກ: https://www.facebook.com/watch/?v=493052491898256

ຮູບພາບ: https://1th.me/380lZ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/