“ເດີ່ງດັບສີບົວ” ລະຫວ່າງຊາຍແດນສະຫະລັດອາເມຣິກາ-ແມັກຊິໂກ ໄດ້ຮັບຮາງວັນອອກແບບອັນຊົງກຽດແຫ່ງປີ 2020!


ໄມ້ເດີ່ງດັບອັນນີ້ມີຊື່ວ່າ “Teeter Totter Wall” ຕັ້ງຢູ່ລະຫວ່າງ El Paso ໃນ Texas ສະຫະລັດອາເມຣິກາ ແລະ Ciudad Juárez ໃນຝັ່ງແມັກຊິໂກ.​ ຄະນະກໍາມະການຕັດສິນບອກວ່າມັນເປັນສັນຍາລັກອັນສຳຄັນທີ່ສະແດງເຖິງຄວາມເປັນໄປໄດ້ຂອງສິ່ງຕ່າງໆ.

Teeter Totter Wall ຂອງຫຼິ້ນດັ່ງກ່າວ ຖືກອອກແບບໂດຍ ໂດນັລ ຣາເອວ (Ronald Rael) ສາສະດາຈານດ້ານສະຖາປັດ ຈາກມະຫາວິທະຍາໄລຄາລິຟໍເນຍເບີກລີ ແລະ ເວີຈິເນຍ ຊານຟຣານເທລໂລ (Virginia San Fratello) ຮອງສາສະດາຈານດ້ານການອອກແບບຈາກມະຫາວິທະຍາໄລຊານໂຮເຊສເຕດ.

ທາງຜູ່ອອກແບບທັງສອງໄດ້ກ່າວວ່າ ພວກເຂົາໄດ້ແຮງບັນດານໃຈຈາກອະນຸສອນສະຖານ Femicide  ໃນເມືອງຊິວແດດ ຮົວເຣວ ລັດຊີວາວາ ປະເທດແມັກຊິໂກ ເຊິ່ງສະແດງຄວາມເຄົາລົບຕໍແມ່ຍິງທີ່ຖືກຄາຕະກຳໃນເມືອງ.

ຊານຟຣານເທລໂລ ກ່າວວ່າ ທີ່ຜ່ານມາເຫັນໄດ້ຊັດເຈນວ່າ ສະຫະລັດບໍ່ຈຳເປັນຕ້ອງສ້າງກຳແພງ ແຕ່ສິ່ງທີ່ຄວນຈະສ້າງແມ່ນຂົວ, ກຳແພງບໍ່ໄດ້ຢຸດຜູ່ອົບພະຍົບ, ກຳແພງບໍ່ສາມາດຢຸດໂຣກລະບາດ, ດັ່ງນັ້ນ ເຮົາຕ້ອງຫາວິທີທີ່ຈະຢູ່ຮ່ວມກັນໂດຍບໍ່ທຳຮ້າຍກັນ.

ຂອບໃຈຂໍ້ມູນຈາກ: https://thematter.co/brief/133344/133344

https://www.facebook.com/environman.th/posts/3372786822849741