ນາຍົກສິງກະໂປຈະເປີດປະເທດໃຫ້ທ່ອງທ່ຽວພາຍໃນທ້າຍປີນີ້


ລີ ຊຽນລຸງ ນາຍົກລັດຖະມົນຕີ ຂອງປະເທດສິງກະໂປ ອາດຈະເປີດປະເທດໃນທ້າຍປີນີ້ ເນື່ອງຈາກວັກຊີນໂຄວິດ-19 ທີ່ເລີ່ມແຈກຢາຍໄປແລ້ວທົ່ວໂລກຕອນນີ້ ເຮັດໃຫ້ມີຄວາມໝັ້ນໃຈວ່າຈະກັບມາເປີດປະເທດອີກຄັ້ງ.

ຫຼ້າສຸດ ອອສເຕເລຍກຳລັງປະສານວຽກກັບສິງກະໂປ ກ່ຽວກັບໂຄງການ Travel Bubble ຫຼື ລະບຽງການທ່ອງທ່ຽວ ການຈັບຄູ່ດ້ານການທ່ອງທ່ຽວຂອງກຸ່ມປະເທດທີ່ມີຄວາມໝັ້ນໃຈໃນຄວາມປອດໄພໃນ COVID-19, ນັກທ່ອງທ່ຽວທີ່ທ່ຽວໄດ້ຕ້ອງມີວັກຊີນພາສປອດ ທີ່ຮັບຮອງວ່າສັກວັກຊີນໂຄວິດ-19ແລ້ວ, ເຊິ່ງຄາດວ່າຈະເລີ່ມໂຄງການໄວສຸດໃນເດືອນກໍລະກົດ 2021 ນີ້.

ນາຍົກສິງກະໂປໄດ້ໃຫ້ສຳພາດກັບ BBC ໄວ້ວ່າ: ຖ້າຫາກວ່າຫຼາຍປະເທດສາມາດສັກວັກຊີນໃຫ້ກັບປະຊາຊົນຫຼາຍຂຶ້ນ ສິງກະໂປເອງກໍມີຄວາມໝັ້ນໃຈ ແລະ ເຊື່ອໝັ້ນທີ່ຈະເປີດຊາຍແດນລະຫວ່າງປະເທດໃຫ້ເດີນທາງຢ່າງປອດໄພໄດ້ອີກຄັ້ງພາຍໃນທ້າຍປີນີ້.

ສິງກະໂປເປັນໜຶ່ງໃນປະເທດທີ່ສາມາດຮັບມືກັບສະຖານະການໂຄວິດພາຍໃນປະເທດໄດ້ໃນລະດັບດີ ເຊິ່ງຕອນນີ້ກຳລັງກະຈາຍວັກຊີນ Pfizer ແລະ Moderna ໃຫ້ແກ່ປະຊາຊົນ. ໃນວັນທີ 8 ມີນາ ປະເທດສິງກະໂປສັກວັກຊີນໃຫ້ປະຊາຊົນໄປແລ້ວ 611,000 ຄົນ ຈາກຈຳນວນປະຊາກອນທັງໝົດ 5.7 ລ້ານຄົນ.

ຂອບໃຈຂໍ້ມູນຈາກ: https://bit.ly/3dmBeXQ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/