Maisie Williams ຫຼື Arya Stark ຈາກ Game of Thrones ຖືກແຕ່ງຕັ້ງເປັນທູດແຫ່ງ WWF Global ໂຄສະນາອະນຸລັກສະພາບພູມອາກາດ


Arya Stark ອາດເປັນຕົວລະຄອນໃນດວງໃຈຂອງແຟນ Game of Thrones ຫຼາຍໆຄົນ ແຕ່ນອກຈາກຝີມືການສະແດງແລ້ວ ຮູ້ບໍ່ວ່າ Maisie Williams ທີ່ຮັບບົດເປັນ Arya Stark ນັ້ນຂຶ້ນຊື່ວ່າເປັນນັກອະນຸລັກຮຸ່ນໃໝ່ ເນື່ອງຈາກລາວເຄື່ອນໄຫວເລື່ອງອະນຸລັກສິ່ງແວດລ້ອມມາຕະຫຼອດ ຈົນໃນທີ່ສຸດ ວັນທີ 15 ເມສາ 2021 ວັນເກີດອາຍຸຄົບ 24 ປີຂອງລາວ WFF Global ອົງກອນອະນຸລັກສິ່ງແວດລ້ອມລະຫວ່າງປະເທດ ໄດ້ແຕ່ງຕັ້ງໃຫ້ Maisie Williams ເປັນທູດໂຄສະນາອະນຸລັກດ້ານສະພາບພູມອາກາດ.

ຕັ້ງແຕ່ນີ້ເປັນຕົ້ນໄປ Maisie Williams ຈະເຂົ້າມາມີບົດບາດສຳຄັນໃນການເປັນກະບອກສຽງຄວາມຍືນຍົງທາງດ້ານສິ່ງແວດລ້ອມ ຮ່ວມກັບ WFF ເຊິ່ງຊ່ວຍກະຕຸ້ນໃຫ້ຄົນຮຸ່ນໃໝ່ຫັນມາໃສ່ໃຈຄວາມຍືນຍົງດ້ານສິ່ງແວດລ້ອມຫຼາຍຂຶ້ນ.

Maisie Williams ໄດ້ກ່າວວ່າ “ໂລກເປັນບ້ານທີ່ເຮົາອາໄສຢູ່ ແລະ ສາມາດຊ່ວຍຊີວິດເຮົາໄວ້ໄດ້ເຊັ່ນກັນ ເຮົາຕ້ອງການມັນຫຼາຍກວ່າທີ່ຜ່ານມາ ແລະ ມັນກໍຕ້ອງການຄວາມຊ່ວຍເຫຼືອຈາກເຮົາ ນີ້ເປັນເຫດຜົນວ່າ ເປັນຫຍັງຂ້ອຍຈຶ່ງຕ້ອງການໃຫ້ເຮົາທຸກຄົນຮ່ວມກັນຟື້ນຟູໂລກໃບນີ້”

ນອກຈາກເຮັດວຽກກັບ WFF ແລ້ວ ລາວຍັງເປັນນັກເຄື່ອນໄຫວດ້ານສິ່ງແວດລ້ອມກັບ WaterBear ເຊິ່ງສະໜັບສະໜູນການປົກປ້ອງມະຫາສະໝຸດ ແລະ ສະພາບອາກາດຂອງໂລກ. Maisie Williams ຍັງໄດ້ຜະລິດສາລະຄະດີ Searching for Chinook ການຕໍ່ສູ້ຂອງອໍກາທີ່ອາໄສຢູ່ພາຍໃຕ້ 72 ຕົວສຸດທ້າຍ ໂດຍ RAPT ເຊິ່ງເປັນບໍລິສັດຂອງລາວເອງ.

ນອກຈາກນັ້ນ ລາວຍັງເປັນນັກສະແດງຍິງທີ່ມີບົດບາດຕໍ່ການສ້າງຄວາມປ່ຽນແປງທີ່ຍືນຍົງໃນອຸດສາຫະກຳແຟຊັນອີກດ້ວຍ. ຖືວ່າເປັນຄົນຂອງສັງຄົມ ທີ່ເຮັດເພື່ອສັງຄົມຢ່າງແທ້ຈິງ ສຳລັບ Maisie Williams.

ຂອບໃຈຂໍໍ້ມູນຈາກ:
https://www.huxley.world/maisie-williams
https://bit.ly/3n2PQPq
https://www.facebook.com/wwfthailand/posts/4123992687652064
https://fb.watch/4Woc5609UW/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/