ທະເລສາບໃນປະເທດໂບລິເວຍແຫ້ງ ຈາກທະເລສາບທີ່ສວຍງາມກາຍເປັນທະເລສາບຂີ້ເຫຍື້ອແທນ!


ທະເລສາບ ອູຣູ ອູຣູ ຫຼື Uru Uru Lake  ໃນພື້ນທີ່ Oruro ປະເທດໂບລິເວຍ ມີຕົ້ນກຳເນີດຈາກແມ່ນ້ຳ Desaguadero ແລະ Jach’a Jawira ຕັ້ງຢູ່ຄວາມສູງ 3,686 ແມັດ ເໜືອລະດັບນ້ຳທະເລ, ມີພື້ນທີ່ 214 ກິໂລຕາແມັດ. ທະເລສາບແຫ່ງນີ້ເມື່ອກ່ອນເຄີຍເປັນແຫຼ່ງທ່ອງທ່ຽວທີ່ຂຶ້ນຊື່ເລື່ອງການພາຍເຮືອ ແລະ ຕຶກເບັດ ເນື່ອງຈາກມີປາຈຳນວນຫຼາຍ.

ໃນໄລຍະໄພແລ້ງທີ່ຍາວນານໃນປີ 2016 ເຮັດໃຫ້ທະເລສາບແຫ່ງນີ້ ສູນເສຍນ້ຳໄປເກືອບໝົດ, ສື່ທ້ອງຖິ່ນ ແລະ ນັກວິຊາການອະທິບາຍວ່າ ເປັນຍ້ອນໄພພິບັດທາງສິ່ງແວດລ້ອມ ທີ່ເກີດຈາກຫຼາຍປັດໄຈ ລວມທັງການປ່ຽນແປງຂອງສະພາບພູມອາກາດ ຫຼື ພາວະໂລກຮ້ອນ ແລະ ການໃຊ້ນ້ຳເພື່ອເຮັດເໝືອງ.

ໃນຂະນະດຽວກັນ ແມ່ນ້ຳຕົ້ນສາຍຂອງທະເລສາບດັ່ງກ່າວ ໄດ້ພັດພາເອົາຂີ້ເຫຍື້ອຈາກນ້ຳ ໄຫຼລົງມາທີ່ທະເລສາບພ້ອມ ເຮັດໃຫ້ມັນສະສົມຂີ້ເຫຍື້ອເປັນເວລາຫຼາຍປີ ລວມເຖິງພື້ນທີ່ຍັງຖືກປົນເປື້ອນສານຕ່າງໆຈາກໂຮງງານອຸດສາຫະກຳ ແລະ ເໝືອງທີ່ຢູ່ໃຫ້ຄຽງອີກດ້ວຍ.

ຫຼ້າສຸດ ເມື່ອຕົ້ນເດືອນເມສາ 2021 ໄພແລ້ງໄດ້ກັບມາທີ່ທະເລສາບແຫ່ງນີ້ອີກຄັ້ງ ແລະ ເຜີຍໃຫ້ເຫັນບັນດາຂີ້ເຫຍື້ອຕ່າງໆຈຳນວນມະຫາສານ ມີທັງຕຸກນ້ຳ, ພລາສຕິກ,​ ຂອງຫຼິ້ນ,​ ຢາງລົດ…ແລະ ຍັງປົນເປື້ອນສານຕ່າງໆເຊັ່ນ: ແຄດມຽມ, ສັງກະສີ ແລະ ສານໜູ. ສິ່ງເຫຼົ່ານີ້ສະທ້ອນໃຫ້ເຫັນເຖິງບັນຫາສິ່ງແວດລ້ອມທີ່ມະນຸດຫຼາຍຄົນຍັງບໍ່ໃສ່ໃຈ ເຊິ່ງສ່ວນໃຫຍ່ກໍເປັນຂອງຄົນໃນພື້ນທີ່ບໍລິເວນແມ່ນ້ຳ ແລະ ທະເລສາບ.

ຫຼາຍພາກສ່ວນກໍໄດ້ເລີ່ມຢາກຈັດການກັບບັນຫານີ້ ຈົນໃນທີ່ສຸດ ອາສາສະໝັກຈຳນວນ 100 ກວ່າຄົນ ໄດ້ມາຮວມຕົວກັນເພື່ອຈັດການເກັບຂີ້ເຫຍື້ອເຫຼົ່ານີ້ ເພື່ອຄືນຊີວິດໃຫ້ກັບທະເລສາບ ອູຣູ ອູຣູ ອີກຄັ້ງ ແລະ ຫວັງວ່ານ້ຳຈະກັບມາເຕັມອ່າງຄືນໃນລະດູຝົນ.

“ຂະນະນີ້ເຮົາຢູ່ໃນສະພາບທີ່ມີແຕ່ຂີ້ເຫຍື້ອ ທີ່ມີຕົ້ນເຫດມາຈາກເຮົາ ຄົນທີ່ເປັນຜູ້ທຳລາຍໂລກໃບນີ້”

“ຕອນນີ້ເຮົາຢູ່ໃນທະເລສາບ ແຕ່ມັນເຮັດມາຈາກພລາສຕິກ”  ອາສາສະໝັກທີ່ມາເກັບຂີ້ເຫຍື້ອໄດ້ໃຫ້ສຳພາດໄວ້ກັບສຳນັກຂ່າວຣອຍເຕີ.

ຂອບໃຈຂໍ້ມູນຈາກ:
https://bit.ly/3mUNG4c
https://reut.rs/3n2UoW0
https://bit.ly/2QBYzvS
https://en.wikipedia.org/wiki/Uru_Uru_Lake

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/