10 ນັກເຕະຊື່ດັງລະດັບໂລກ ທີ່ເຕະບານເກັ່ງ ແລະ ໜ້າຕາດີ


ສຳລັບນັກເຕະຊື່ດັງລະດັບໂລກ ທີ່ນອກຈາກມີທັກສະໃນການເຕະບານທີ່ສຸດຍອດແລ້ວ ຍັງມີຮູບຮ່າງ ແລະ ລັກສະນະໜ້າຕາທີ່ດີ ແຟນບານທັງຊາຍ-ຍິງ ຕ່າງກໍຢາກຈະເອົາເປັນແບບຢ່າງ ເພາະມີດີທັງໜ້າຕາ ປະກອບກັບການຫຼິ້ນບານທີ່ສຸດຍອດເລີຍກໍວ່າໄດ້.

ເຊິ່ງການມັກຮັກໃນການເຕະບານ ຫຼື ເບິ່ງວ່ານັກເຕະຄົນໃດໜ້າຕາດີ ແຕ່ລະຄົນກໍຈະມີຄວາມມັກທີ່ແຕກຕ່າງກັນອອກໄປ. ໂດຍລວມໃນນີ້ ແມ່ນຈະຄັດເອົານັກເຕະທີ່ຄົນນິຍົມ ຫຼື ຍອມຮັບຫຼາຍກວ່ານັກເຕະຄົນອື່ນໆ ເຊິ່ງຈະມີຫຼາຍນັກເຕະທີ່ມີໜ້າຕາດີ ແລະ ເຕະບານເກັ່ງ ແຕ່ເຮົາຈະຄັດເອົາພຽງ 10 ນັກເຕະເທົ່ານັ້ນ.

10. Federico Valverde (ເຟເດຣິໂກ ວັນແວເດ)

ເຟເດຣິໂກ ເກີດເມື່ອວັນທີ 22 ກໍລະກົດ 1998 ເປັນນັກເຕະທີມຊາດອຸຣຸໄກວ ແລະ ສະໂມສອນ ເຣອັນ ມາດິດ ຕຳແໜ່ງກອງກາງ.

ເຟເດຣິໂກ ມັກ ແລະ ຫຼົງໄຫຼ ເຕະບານຕັ້ງແຕ່ອາຍຸຍັງນ້ອຍ ໃນຕອນນັ້ນອາຍຸພຽງແຕ່ 2 ປີ ກໍຫຼິ້ນບານຕະຫຼອດ ຈົນຄອບຄົວໄດ້ເຫັນເຖິງຄວາມມັກໃນການເຕະບານ ແລະ ປະມານອາຍຸ 10 ປີ ກໍໄດ້ແຂ່ງຂັນບານເຕະ. ແລະ ຈົນສາມາດເຕະບານເກັ່ງ ຈົນຮອດທຸກມື້ນີ້.

ປັດຈຸບັດ ສາມາດຫຼິ້ນກອງກາງໄດ້ຢ່າງເຕັມທີ່ ແລະ ມີການຄາດເດົາເກມທີ່ສະຫຼາດ ພ້ອມກັບເປັນກອງກາງທີ່ສົມບູນແບບ, ສົ່ງບານ ຫຼິ້ນບານ ໄດ້ຢ່າງຄ່ອງຕົວ.

9. Kevin De Bruyne (ເຄວິນ ເດິບຣອຍ)

ເຄວິນ ເດິບຣອຍ ເກີດວັນທີ 28 ມິຖຸນາ 1991 ເປັນນັກບານເຕະທີມຊາດ ເບວຢຽມ, ສະໂມສອນ ແມນເຊສເຕີ ຊິຕີ້, ຕຳແໜ່ງໃນການຫຼິ້ນ ເປັນກອງກາງ ຫຼື ປີກ.

ເດິບຣອຍ ເປັນຜູ້ຫຼິ້ນຄົນໜຶ່ງ ທີ່ໄດ້ຮັບການຍ້ອງຍໍຢ່າງກວ້າງຂວາງ ວ່າເປັນຜູ້ໜຶ່ງທີ່ຫຼິ້ນໄດ້ດີທີ່ສຸດໃນໂລກ ແລະ ຖືກຄົນວິເຄາະວ່າເປັນນັກເຕະທີ່ສົມບູນແບບ, ຖືໄດ້ວ່າເປັນນັກເຕະທີ່ຫຼາກຫຼາຍ ແລະ ມີຄວາມສາມາດສູງ ສ່ວນຫຼາຍຈະຫຼິ້ນເປັນກອງກາງ ແຕ່ສາມາດຫຼິ້ນຕຳແໜ່ງອື່ນໆໄດ້.

8. Alvaro Borja Morata Martin (ອັນບາໂຣ ບໍຂາ ໂມຣາຕາ ມາຕິນ)

ອັນບາໂຣ ມໍຣາຕາ ເກີດໃນວັນທີ 23 ຕຸລາ 1992 ເປັນນັກເຕະຊາວສະເປນ ປັດຈຸບັນແມ່ນຫຼິ້ນໃນຕຳແໜ່ງກອງໜ້າຕົວເປົ້າ ໃຫ້ກັບຢູເວນຕຸສ ໂດຍຢືມມາຈາກ ອັດເລຕິໂກເດ ມາດິສ ແລະ ທີມຊາດສະເປນ.

ຕອນໜຸ່ມ ໂມຣາຕາ ມີສະຕາຍໃນການຫຼິ້ນ ຈະໂດດເດັ່ນໃນເລື່ອງ ພະລັງງານຮ່າງກາຍ ເວລາຫຼິ້ນມັກສວຍໂອກາດຄວາມສາມາດຄືເບິ່ງໄປໜ້າລູກດຽວ ມຸ່ງໝັ້ນຕັ້ງໃຈ ແລະ ບາງຄັ້ງກໍສາມາດເຮັດປະຕູໄດ້ດີ ແລະ ຫຼາຍປະຕູພໍສົມຄວນ. ນອກຈາກນີ້ ຍັງເປັນກອງໜ້າຫຼັກ ຫຼື ເຊື່ອມການຫຼິ້ນປີກໄດ້ກວ້າງອີກດ້ວຍ.

ປີ 2014 ລາວໄດ້ຕັດຜົມທັງໝົດທີ່ລາວມີໄປບໍລິຈາກໃຫ້ແກ່ຜູ້ທີ່ເປັນໂຣກມະເຮັງ ເຊິ່ງສະແດງໃຫ້ເຫັນວ່າລາວກໍເປັນນັກກິລາຄົນໜຶ່ງ ທີ່ຮັກ ແລະ ຍອມເສຍສະຫຼະເພື່ອຄົນທີ່ດ້ອຍກວ່າ ເຮັດໃຫ້ລາວມີສະເໜ່ໄປອີກແບບ ຈົນບາງຄັ້ງເຮັດໃຫ້ສາວໆຫຼົງຮັກໂດຍບໍ່ຮູ້ຕົວ ແຕ່ເສຍດາຍໃນປັດຈຸບັນລາວມີແຟນແລ້ວ.

7. Gerard Pique (ເຄຣາດ ປິເກ້)

ໜຸ່ມຄົນນີ້ຫຼາຍຄົນກໍຄົງຮູ້ດີໃນນາມ ປິເກ້ ເຊິ່ງເກີດໃນວັນທີ 2 ກຸມພາ 1987 ເປັນນັກກິລາທີມຊາດສະເປນ, ສະໂມສອນ ບາເຊວໂຣນ້າ. ຖານະຄອບຄົວຖືວ່າດີພໍສົມຄວນ ພໍ່ຂອງ ປິເກ້ ເປັນນັກທຸລະກິດ ສ່ວນແມ່ກໍເປັນເຖິງຜູ້ອຳນວຍການໂຮງໝໍປົວຄົນເຈັບກະດູກສັນຫຼັງ ໃນບາເຊວໂຣນ້າ ແລະ ມີປູ່ທີ່ເປັນເຖິງອະດີດຮອງປະທານາທິບໍດີຂອງບາເຊວໂຣນ້າ.

ຜົນງານຂອງ ປິເກ້ ໄດ້ສ້າງປະຕູ ໃຫ້ກັບທີມບາເຊວໂຣນ້າ ໄດ້ຢ່າງຕໍ່ເນື່ອງ ແລະ ຊ່ວຍໃຫ້ສະໂມສອນຂອງເຂົາໄປສູ່ໄຊຊະນະ ບໍ່ວ່າຈະແຂ່ງກັບທີມໃດ ເມື່ອເວລາທີມຂອງຕົນແກ້ເກມບໍ່ໄດ້ ແຕ່ປິເກ້ສາມາດແກ້ເກມໄດ້.

ນອກຈາກນີ້ ປິເກ້ ຍັງເປັນເຖິງຜູ້ກໍ່ຕັ້ງ ແລະ ປະທານຂອງ Kosmos Holding ເຊິ່ງເປັນກຸ່ມການລົງທຶນດ້ານກິລາ ແລະ ສື່ທີ່ເຂົາເລີ່ມຕົ້ນ Hiroshi Mikiani ແລະ ຍັງໄດ້ຮ່ວມມືກັບສະຫະພັນເທນນິສນາໆຊາດເປັນເວລາ 25 ປີ ເຊິ່ງເຮັດໃຫ້ ປິເກ້ ມີລາຍໄດ້ມູນຄ່າ 3 ພັນລ້ານໂດລາ, ສ້າງລາຍໄດ້ຈຳນວນຫຼາຍ ໃນການພັດທະນາເທນນິສທົ່ວໂລກ ແລະ ປີ 2019-2020 ປິເກ້ ຍັງໄດ້ຖືຫຸ້ນໃຫຍ່ໃນສະໂມສອນບານເຕະສະເປນອີກດ້ວຍ. ນອກຈາກເລື່ອງທຸລະກິດແລ້ວ ປິເກ້ ຍັງເປັນຄົນທີ່ມັກເຮັດບຸນຄື ໄດ້ຮ່ວມທີມກັບໝູ່ ບໍລິຈາກເງິນໃຫ້ແກ່ຜູ້ປະສົບໄພບັນຫາໂຄວິດ-19.

6. David De Gea (ດາບິດ ເດເກອາ)

ດາບິດ ເກີດວັນທີ 7 ພະຈິກ 1990 ເປັນນັກເຕະທີມຊາດສະເປນ ເປັນນັກຮັບໃຫ້ທີມສະໂມສອນ ແມນຢູ ເຊິ່ງລາວຖືກຍ້ອງວ່າເປັນນັກຮັບຄົນໜຶ່ງທີ່ຮັກສາປະຕູໄດ້ດີທີ່ສຸດໃນໂລກ.

ຜົນງານຂອງລາວດຶງດູດຄວາມສົນໃຈຫຼາຍຕະຫຼອດໄລຍະທີ່ຜ່ານມາ ລາວໄດ້ສ້າງສະຖິຕິໃຫ້ແຟນໆປະທັບໃຈສະເໝີ ບໍ່ວ່າຈະຫຼິ້ນໃຫ້ທີມຊາດ ຫຼື ທີມສະໂມສອນຕ່າງກໍປະສົບຜົນສຳເລັດຫຼາຍ. ໃນລະດູການຕິດຕໍ່ກັນຕັ້ງແຕ່ປີ 2013-2014 ເຖິງ ປີ 2015-2016 ລາວໄດ້ຮັບເລືອກໃຫ້ເປັນນັກເຕະທີ່ສຸດຍອດແຫ່ງປີ ໃນປະຫວັດສາດຂອງແມນຢູ ເປັນຜູ້ຫຼິ້ນທຳອິດທີ່ໄດ້ຮັບຮາງວັນຕິດຕໍ່ກັນທັງໝົດ 4 ຄັ້ງ ແລະ ກໍມີຜົນງານໃຫ້ເຮົາໄດ້ຕິດຕາມຮັບຊົມສະເໝີມາ.

ຮູບແບບໃນການຫຼິ້ນ ເປັນທີ່ຊົມເຊີຍຂອງຄົນເປັນຈຳນວນຫຼາຍ ເຊິ່ງລາວໄດ້ເລີ່ມຫຼິ້ນກິລາຕັ້ງແຕ່ອາຍຸ 14 ປີ ຫຼິ້ນກິລາທີ່ມີເທັກນິກເປັນຂອງຕົນເອງ ມີວິທີໃນການຮັກສາປະຕູບານເຕະ ລວມເຖິງກິລາຟຸດຊໍອີກດ້ວຍ ເຊິ່ງສະແດງໃຫ້ເຫັນເລີຍວ່າລາວເປັນຄົນທີ່ມີຄວາມສາມາດໃນເລື່ອງການຮັບບານທີ່ສຸດ ເພາະລາວເຝິກຊ້ອມມາຕັ້ງແຕ່ນ້ອຍ.

ແຕ່ໃນປັດຈຸບັນ ດາບິດ ຍັງຄົງຫຼິ້ນບໍ່ໄດ້ດີເທົ່າທີ່ຄວນ ອາດເປັນເພາະເລື່ອງການປັບປຸງເກມຕ່າງໆ ຈົນບາງຄັ້ງເຮັດໃຫ້ແຟນໆ ເສຍໃຈ ແລະ ຜິດຫວັງໃນບາງເກມ.

5. Paulo Dybala (ເປົາໂລ ດິບາລາ)

ດິບາລາ ເກີດເມື່ອວັນທີ 15 ພະຈິກ 1993 ເປັນນັກເຕະທີມຊາດ ອາເຈນຕິນ້າ, ສະໂມສອນ ຢູເວສຕຸສ ເຊິ່ງຖືໄດ້ວ່າເປັນນັກເຕະຜູ້ໜຶ່ງທີ່ມີຄ່າຕົວຫຼາຍທີ່ສຸດຂອງໂລກ ເບິ່ງຈາກພາຍນອກແລ້ວເປັນຄົນທີ່ຕະຫຼົກເຮຮາ ກວນໆ ມີເອກະລັກສະເພາະໂຕ ຄືມັກກວນເປັນອັນດັບຕົ້ນໆ.

ດິບາລາ ເຂົ້າແຂ່ງບານໂລກປີ 2018 ແລະ 2019 ເຊິ່ງເຮັດຄະແນນໃຫ້ກັບຜູ້ຊະນະເກມ ເພື່ອຊ່ວຍໃຫ້ຊາດຂອງລາວຊະນະ ແລະ ສຸດທ້າຍກໍໄດ້ອັນດັບ 3.

ຮູບແບບໃນການຫຼິ້ນ ເປັນຜູ້ຫຼິ້ນທີ່ວ່ອງໄວ ແລະ ມີຄວາມສາມາດທາງເທັກນິກທີ່ສຸດຍອດ.

ໄລຍະບໍ່ດົນມານີ້ ດິບາລາ ໄດ້ຮຽກຮ້ອງເອົາຄ່າເມື່ອຍ 340,000 ປອນ/ອາທິດ ແລະ ຕໍ່ສັນຍາກັບຢູເວນຕຸສຕໍ່ເປັນເວລາ 2 ປີ ໃນຂະນະທີ່ຜົນງານລະດູການນີ້ແມ່ນໂດດເດັ່ນເປັນທີ່ສຸດ ເຊິ່ງຍິງປະຕູໄດ້ 17 ປະຕູ 14 ແອສຊິສ ຈາກ 46 ເກມ​ພາທີມຄວ້າແຊມປຽນລີກສະໄໝທີ 9 ແລະ ຄວ້າຮາງວັນຜູ້ຫຼິ້ນທີ່ສຸດຍອດຂອງ ເຊເຣຍອາ ໃນລະດູການນີ້ໄປຄອບຄອງ, ຄ່າຕົວສະເໜີຂາຍແຕ່ລະຄັ້ງບໍ່ຕ່ຳກວ່າ 100 ລ້ານປອນ.

4. Kevin Trapp (ເຄວິນ ທຣັບ)

ເຄວິນ ເກີດເມື່ອວັນທີ 8 ກໍລະກົດ 1990 ເປັນເຕະບານທີມຊາດເຢຍລະມັນ, ເປັນຜູ້ຮັກສາປະຕູ ສະໂມສອນ Eintracht, Frankfurt ແລະ Germany National team ເປັນຜູ້ທີ່ຫຼາຍຄົນ ຫຼື ແຟນບານກ່າວວ່າ: ເປັນຄົນອົບອຸ່ນ ມີນິໄສຄືຜູ້ໃຫຍ່ ເອົາໃສ່ສິ່ງອ້ອມຂ້າງ. ນອກຈາກນີ້ ກໍຍັງໄດ້ເປັນເຖິງນາຍແບບ ພິເສດໄປກວ່ານັ້ນລາວເວົ້າໄດ້ເຖິງ 5 ພາສາ.

ເລີ່ມອາຊີບເປັນນັກເຕະ-ນັກຮັບ ແຕ່ປີ 2012 ມີຄ່າໂຕ 1.5 ລ້ານປອນ ການຫຼິ້ນແມ່ນຮັບປະຕູໄດ້ດີພໍສົມຄວນ ແລະ ດີຕະຫຼອດຢ່າງສະໜ່ຳສະເໝີ.

 ທຣັບ ຊະນະ 26 ແຄັບ ຂອງເຢຍລະມັນ ໃນທີມເຍົາວະຊົນຄັ້ງທີ 11 ໃນປີ 2017, ລາວເປັນສ່ວນໜຶ່ງຂອງທີມທີ່ໄດ້ຮັບຮາງວັນ ຟີຟາ ເດິຊັນ ຄັບ 2017 ແລະ ການແຂ່ງຂັນບານໂລກ 2018.

3. Hector Bellerin Moruno (ເອກຕໍ ເບເຍຣິນ ໂມຣູໂນ)

ເບເຍຣິນ ເກີດເມື່ອວັນທີ 19 ມີນາ 1995 ເປັນນັກເຕະທີມຊາດສະເປນ, ສະໂມສອນ ອາເຊນອນ ຕຳແໜ່ງກອງຫຼັງ. ນອກຈາກຈະເປັນນັກເຕະແລ້ວ ຮູບແບບການໃຊ້ຊີວິດກໍດີພໍສົມຄວນ ເພາະໄດ້ເປັນເຖິງນາຍແບບຖ່າຍໂຄສະນາຕ່າງໆ ພ້ອມເດີນແບບອີກດ້ວຍ ແລະ ການແຕ່ງຕົວກໍມີເອກະລັກທີ່ເປັນຂອງຕົນເອງ.

ເບເຍຣິນ ເລີ່ມຕົ້ນເປັນອາຊີບບານເຕະເປັນຫຼັກໃນປີ 2011 ເມື່ອວັນທີ 21 ພະຈິກ 2016 ແລະ ໄດ້ເຊັນສັນຍາໄລຍະຍາວກັບສະໂມສອນຈົນຮອດປີ 2022.

ຮູບແບບໃນການຫຼິ້ນ ເຊິ່ງຫຼາຍຄົນກໍຮູ້ດີວ່າການເຕະຂອງລາວນັ້ນ ເຮັດໃຫ້ສາມາດຮັບຕຳແໜ່ງກອງຫຼັງ ຝ່າຍຄ້ານລວມເຖິງໃຫ້ການປ້ອງກັນ ໃນຕອນຕົ້ນຂອງລະດູການ 2014-2015 ເຊິ່ງລາວທຳລາຍສະຖິຕິການແລ່ນ 40 ແມັດຂອງ Theo James Walcott (130 ຟຸດ 44 ຫຼາ) ແລະ ລາວໄດ້ຮັບການຍ້ອງວ່າເປັນໜຶ່ງໃນນັກເຕະບານທີ່ໄວທີ່ສຸດໃນໂລກ.

2. Ricardo Kaka (ຣິຄາໂດ ກາກ້າ)

ເກີດເມື່ອວັນທີ 22 ເມສາ 1982 ອະດີດນັກເຕະ ທີມຊາດ ບຣາຊິວ ຫຼິ້ນເປັນຕຳແໜ່ງກອງກາງ ເຊິ່ງທີມນີ້ຫຼາຍຄົນກໍຄົງຮູ້ດີວ່າ ມີຜົນງານໃຫ້ຊື່ນຊົມ ແລະ ມີຊື່ສຽງເປັນທີ່ສຸດ.

ລັກສະນະນິໄສເບິ່ງແລ້ວ ເປັນຄົນທີຍິ້ມ ຫຼື ບໍ່ຍິ້ມກໍມີສະເໜ່ ໄປອີກແບບ, ສ່ວນຕົວແລ້ວ ແມ່ນຈະມັກຍິ້ມອາລົມດີ ນິໄສເຮາຮາມັກມ່ວນ. ຖານະທາງຄອບຄົວ ແມ່ນຈະດີກວ່ານັກເຕະຄົນອື່ນໆ, ມີຄວາມມັກຮັກໃນວົງການບານເຕະມາແຕ່ນ້ອຍ.

ກາກ້າ ໄດ້ຮັບການຍົກຍ້ອງໃຫ້ເປັນນັກເຕະ ທີ່ສຸດຍອດແຫ່ງປີ 2006 ຈາກບັນດາສື່ມວນຊົນຕ່າງໆ.

ເປັນນັກກິລາບານເຕະ ຮຸ່ນເກົ່າທີ່ຫຼາກຫຼາຍຄວາມສາມາດ ແລະ ຍັງມີຊື່ສຽງຈົນຮອດທຸກມື້ນີ້ ພ້ອມຍັງມີໜ້າຕາດີ ຕະຫຼອດການ.

1. David Beckham (ເດວິດ ເບັກແຮມ)

ເດວິດ ເບັກແຮມ ເກີດເມື່ອວັນທີ 2 ພຶດສະພາ 1975 ເປັນອະດີດນັກບານເຕະທີມຊາດອັງກິດ ປັດຈຸບັນເປັນປະທານສະໂມສອນ ອິນເຕີ ໄມອາມີ ໃນເມເຈລີກຊອກເກີ ລີກບານສູງສຸດໃນສະຫະລັດ ແລະ ແຄນນາດາ.

ເບັກແຮມ ມີຜົນງານທີ່ໂດດເດັ່ນເປັນທີ່ສຸດ ບໍ່ຈະເລື່ອງໜ້າຕາ ການຫຼິ້ນບານກໍໂດດເດັ່ນເຊັ່ນດຽວກັນ ແລະ ຄົນເກືອບທັງໂລກກໍຮູ້ຈັກລາວດີ ໃນຖານະນັກເຕະທີ່ມີຊື່ສຽງດັງກ້ອງໄປໄກທົ່ວທຸກພາກ.

ເບັກແຮມ ເປັນນັກເຕະທີ່ເກັ່ງ ສາມາດຫຼິ້ນ ແລະ ປັບເກມໄດ້ ເກືອບທຸກສະຖານະການ ຖືກຍົກໃຫ້ເປັນນັກເຕະທີ່ເກັ່ງທີ່ສຸດໃນໂລກກໍວ່າໄດ້ ແຟນບານທັງຮັກ ແລະ ຫຼົງ ພ້ອມກັບເອົາມາເປັນໄອດໍ້ກັນເລີຍ.

ຮຽບຮຽງໂດຍ: ແມວ ແມນຢູ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/