ອິດສະຣາແອນປະກາດ ເຊົາໃສ່ຜ້າປິດປາກ ຫຼັງຈາກສັກວັກຊີນແລ້ວ ເຄິ່ງປະເທດ


ໃນວັນທີ 17 ເມສາ ທີ່ຜ່ານມາ ຫຼັງຈາກມີຜູ້ຕິດເຊື້ອໂຄວິດ-19 ລົດລົງເປັນຈຳນວນຫຼາຍ ແລະ ພາຍໃນປະເທດແມ່ນປະສົບຜົນສຳເລັດໃນການສັກວັກຊີນ ປ້ອງກັນໂຄວິດ-19.

ທ່ານ ຍູລີ ເອເດລສະຕິນ ລັດຖະມົນຕີກະຊວງສາທາລະນະສຸກຂອງປະເທດອິດສະຣາແອນ ອອກມາຖະແຫຼງການວ່າ: ຕັ້ງແຕ່ວັນທີ 18 ເມສານີ້ເປັນຕົ້ນໄປ ປະຊາຊົນບໍ່ຕ້ອງໃສ່ຜ້າປິດປາກເວລາຢູ່ນອກອາຄານ ແນວໃດກໍຕາມ ການໃສ່ຜ້າປິດປາກແມ່ນຍັງໃຫ່ໃສ່ໃນເວລາຢູ່ໃນອາຄານຢູ່.

ປະເທດອິດສະຣາແອນ ແມ່ນປະເທດທີ່ໄດ້ຮັບຜົນກະທົບຢ່າງໜັກຈາກເຊື້ອພະຍາດໂຄວິດ-19 ແລະ ເປັນປະເທດທີ່ມີການແຜ່ລະບາດເຖິງ 3 ຮອບ ແຕ່ວ່າ ສະຖານະການແມ່ນດີຂຶ້ນຢ່າງໄວວາ ເພາະເປັນປະເທດທີ່ດຳເນີນໂຄງການສັກວັກຊີນໃນອັດຕາສ່ວນທີ່ໄວທີ່ສຸດໃນໂລກ ໂດຍເລືອກໃຊ້ວັກຊີນ  Pfizer/BioNTech.

ຫຼ້າສຸດ, ປະຊາກອນອິດສະຣາແອນ ແມ່ນໄດ້ຮັບວັກຊີນຫຼາຍກວ່າເຄິ່ງໜຶ່ງຂອງປະຊາກອນທົ່ວປະເທດ ແລະ ນັ້ນແມ່ນເຫດຜົນເຮັດໃຫ້ຍອດຜູ້ຕິດເຊື້ອໃນປະເທດ ໃນວັນທີ 15 ເມສາ ເຫຼືອພຽງ 196 ລາຍ ເທົ່ານັ້ນ ໃນຂະນະທີ່ຜູ້ຕິດເຊື້ອສະສົມແມ່ນ 836,706 ລາຍ ແລະ ມີຜູ້ເສຍຊີວິດ 6,314 ລາຍ.

ຕົວເລກຜູ້ທີ່ກຳລັງປິ່ນປົວແມ່ນ 2,945 ລາຍ ໃນນັ້ນ ຜູ້ທີ່ສາຫັດ ແມ່ນ 209 ລາຍ ແລະ ອີກ 126 ລາຍແມ່ນຕ້ອງໃສ່ເຄື່ອງຊ່ວຍຫາຍໃຈ.

ພາບ: matichon , the guardian
ທີ່ມາ:​ https://www.matichon.co.th/foreign/news_2676984

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/