ກະເປົາທີ່ເຮັດຈາກ “ເປືອກໝາກໄມ້” ຮັກໂລກ ເປັນມິດກັບສິ່ງແວດລ້ອມ ແຖມຍັງຍ່ອຍສະຫຼາຍໄດ້


ເຮົາອາດຈະຮູ້ກັນດີແລ້ວວ່າໃນປັດຈຸບັນ ບັນດາຄົນທີ່ຮັກໂລກເລີ່ມຫັນຈາກການໃຊ້ຖົງຢາງພລາສຕິກ ມາໃຊ້ຖົງຜ້າຫຼາຍຂຶ້ນ, ແຕ່ມື້ນີ້ ເຮົາມາຮູ້ຈັກຖົງຮັກໂລກອີກແບບໜຶ່ງ ທີ່ເຮັດມາຈາກ “ເປືອກໝາກໄມ້” ທີ່ສາມາດຍ່ອຍສະຫຼາຍເອງໄດ້ທາງຊີວະພາບ ແຖມຍັງລົດຂີ້ເຫຍືອເຫຼືອຖິ້ມຈາກການກິນໄດ້ອີກ.

ຖົງເປືອກໝາກໄມ້ດັ່ງກ່າວ ອອກແບບໂດຍສອງນັກອອກແບບ Johanna Hehemeyer-Cürten ແລະ Loble Beckfeld ຊື່ແບຣນວ່າ Sonne155 ເຮັດມາຈາກສ່ວນປະກອບຫຼັກ 2 ຢ່າງຄື: ເຊວລູໂລສຈາກໝາກພືດ ທີ່ເຫຼືອຈາກການຜະລິດເຄື່ອງນຸ່ງ ແລະ ເພກທິນ ສານປະສານທີ່ມີຄຸນສົມບັດຄ້າຍເຈລາຕິນທີ່ເຫຼືອຈາກເປືອກໝາກໄມ້ ໃຫ້ຄວາມໜຽວ ແລະ ຫົດຢືດໄດ້ຄືກັບໜັງທຽມ ສາມາດຍ່ອຍສະຫຼາຍ ຫຼື ແຕກຕົວໄປໃນນ້ຳ  ແລະ ດິນໄດ້.

ລັກສະນະຂອງມັນ ຄືກັບກະເປົາໃສທຳມະດາທົ່ວໄປ ແຕ່ມັນສາມາດໃຊ້ຊ້ຳໆກັນເປັນເວລາດົນໆໄດ້, ສ່ວນສີທີ່ໄດ້ແມ່ນເປັນສິທີ່ໄດ້ຈາກທຳມະຊາດທັງໝົດ, ການອອກແບບກໍມິນິມອລສຸດໆ.

ຂອບໃຈຂໍ້ມມູນຈາກ:
https://bit.ly/3tr5rdL
https://bit.ly/32l7zrR
https://bit.ly/3uZrkkP

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/