ຈີນວາງແຜນສ້າງເຂື່ອນແຫ່ງໃໝ່ ຄາດວ່າຈະເປັນເຂື່ອນທີ່ໃຫຍ່ທີ່ສຸດໃນໂລກ ຄວມຄຸມແມ່ນ້ຳສາຍຫຼັກໄຫຼຜ່ານໄປອິນເດຍ


ທາງການອິນເດຍ ແລະ ນັກອະນຸລັກສິ່ງແວດລ້ອມ ໄດ້ສະແດງຄວາມກັງວົນຢ່າງໜັກຕໍ່ກັບຈີນ ທີ່ມີແຜນກຳລັງກຽມສ້າງເຂື່ອນ ທີ່ຄາດວ່າຈະເປັນເຂື່ອນທີ່ໃຫຍ່ທີ່ສຸດໃນໂລກ ເຊິ່ງຈະຄວບຄຸມເອົາແມ່ນ້ຳສາຍຫຼັກທີ່ໄຫຼຜ່ານລົງມາອິນເດຍ ເຮັດໃຫ້ໜ່ວຍງານການອະນຸລັກສິ່ງແວດລ້ອມກັງວົນໄປຕາມໆກັນ ລວມທັງປະຊາຊົນບໍລິເວນເຂດໃກ້ຄຽງ.

ໂຄງການສ້າງເຂື່ອນດັ່ງກ່າວ ຢູ່ໃນແຜນໄລຍະ 5 ປີ ໄດ້ນຳສະເໜີ ແລະ ຜ່ານການອະນຸມັດ ຈາກການປະຊຸມຄະນະຂອງສະພາປະຊາຊົນແຫ່ງຊາດ ຂອງຈີນໄປແລ້ວ ເມື່ອເດືອນມີນາ ທີ່ຜ່ານມາ, ມີການລະບຸເຖິງໂຄງການນີ້ເອົາໄວ້ວ່າ ບໍ່ມີລາຍລະອຽດໃນເລື່ອງງົບປະມານ.

ໂຄງການສ້າງຂອງເຂື່ອນ ຈະຂ້າມແມ່ນ້ຳພົມມະບຸດ ກ່ອນທີ່ທາງໄຫຼຂອງນ້ຳຈະອອກຈາກພູຫິມະໄລ ແລະ ໄຫຼເຂົ້າສູ່ອິນເດຍ. ໂຄງການດັ່ງກ່າວ ຄາດວ່າຈະສາມາດຜະລິດກະແສໄຟຟ້າໄດ້ເຖິງ 300,000 ລ້ານກິໂລວັດໃນແຕ່ລະປີ.

ແມ່ນ້ຳສາຍນີ້ ເປັນທີ່ຮູ້ຈັກໃນຊື່ພາສາທິເບດວ່າ ຢາລຸງ ຊາງໂປ (Yarlung Tsangpo) ເປັນທີ່ຕັ້ງໂຄງການອີກ 2 ໂຄງການທີ່ຢູ່ເໜືອນ້ຳຂຶ້ນໄປອີກໄກ ຂະນະດຽວກັນກໍມີອີກ 6 ໂຄງການ ເຊິ່ງຖືກກຳນົດເອົາໄວ້ໃນແຜນ ຫຼື ບໍ່ກໍກຳລັງກໍ່ສ້າງ.

Yan Zhiyong ປະທານຂອງ PowerChina ບໍລິສັດລັດວິສາຫະກິດດ້ານການກໍ່ສ້າງເຊິ່ງມີຄວາມຊຳນານດ້ານໂຄງການໄຟຟ້າພະລັງງານນ້ຳ ໄດ້ກ່າວວ່າ: ເຂດທີ່ຈະສ້າງເຂື່ອນຈະເປັນເຂດທີ່ລວຍທີ່ສຸດໃນໂລກ ໃນເລື່ອງຂອງຊັບພະຍາກອນໄຟຟ້າພະລັງງານນ້ຳ ພ້ອມໄດ້ກ່າວຕື່ມອີກວ່າ: ຈະເປັນເຂື່ອນທີ່ໃຫຍ່ລະດັບໂລກ.

ສ່ວນທາງດ້ານຂອງ Brain Eyler ຜູ້ອຳນວຍການໂຄງການພະລັງງານນ້ຳ ແລະ ຄວາມຍືນຍົງຂອງສູນສະຕິມສັນ (Stimson Center) ອົງກອນຂອງສະຫະລັດໄດ້ກ່າວວ່າ: “ການສ້າງເຂື່ອນຂະໜາດໃຫຍ່ລະດັບນີ້ ເປັນຄວາມຄິດທີ່ບໍ່ດີ ແລະ ໂຫດຮ້າຍຫຼາຍເກີນໄປ” ພ້ອມຍັງຍົກມາອີກຫຼາຍເຫດຜົນເຊັ່ນ: “ພື້ນທີ່ດັ່ງກ່າວອາດຈະເຮັດໃຫ້ເກີດມີການແຜ່ນດິນໄຫວ ແລະ ອາດຈະກໍ່ໃຫ້ເກີດເປັນການສະກັດກັ້ນຂອງປາ”.

ນອກຈາກນີ້ ທາງດ້ານ Tempa Gyaltsen Zamlha ຜູ້ຊຳນານດ້ານນະໂຍບາຍສິ່ງແວດລ້ອມ ຂອງສະຖາບັນນະໂຍບາຍທິເບດ ກໍກ່າວວ່າ: “ເຂື່ອນທີ່ສ້າງຈະກໍ່ໃຫ້ເກີດຄວາມເສຍຫາຍທາງດ້ານລະບົບນິເວດ ແລະ ອາດມີນ້ຳຖ້ວມໃນພື້ນທີ່ຕ່າງໆຂອງບໍລິເວນເຂດນັ້ນ”.

ເຖິງຢ່າງໃດກໍຕາມ ແຜນການດັ່ງກ່າວ ກໍຍັງຢູ່ໃນຂັ້ນຕອນພິຈາລະນາ ແຕ່ກໍຄາດວ່າຈະສ້າງຂຶ້ນແທ້.

ຂອບໃຈຂໍ້ມູນຈາກ: https://web.facebook.com/thestateth/posts/299370055082489

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/