ຄົນທົ່ວໂລກ ຮ່ວມໃຈກັນຕິດແຮັສແທັກ #SaveRalph ເພື່ອທວງຄວາມຍຸຕິທຳໃຫ້ກັບສັດທີ່ຖືກນຳໄປທົດລອງຜະລິດຕະພັນເພື່ອຄວາມງາມ


ເມື່ອຄົນທົ່ວໂລກ ຮ່ວມໃຈກັນຕິດແຮັສແທັກ #SaveRalph ເພື່ອທວງຄວາມຍຸຕິທຳໃຫ້ກັບສັດທີ່ຖືກນຳໄປທົດລອງຜະລິດຕະພັນເພື່ອຄວາມງາມ ແລະ ຫຼີກເວັ້ນການໃຊ້ຜະລິດຕະພັນທີ່ທົດລອງກັບສັດ.

ໃນທຸກໆປີ ມີສັດທີ່ເສຍຊີວິດຈາກການທົດລອງໃນອຸດສາຫະກຳເຄື່ອງສຳອາງ, ອາຫານ ແລະ ຢາ ຫຼາຍເຖິງ 100 ລ້ານຕົວ ສະເພາະໃນສະຫະລັດອາເມຣິກາ, ຈຶ່ງເຮັດໃຫ້ມີການຕໍ່ຕ້ານບັນຫາການເອົາສັດມາທົດລອງເກີດຂຶ້ນມາຫຼາຍປີແລ້ວ. ແຕ່ຫຼ້າສຸດຊ່ອງ YouTube ທີ່ຊື່ວ່າ The Humane Society of the United States ໄດ້ປ່ອຍວິດີໂອສັ້ນ SaveRalph ເຊິ່ງເປັນແຄັມເປນລະດັບໂລກໃນການຫ້າມການທົດລອງເຄື່ອງສຳອາງໃນສັດ ຜະລິດໂດຍ Humane Society International.

SaveRalph ເປັນຮູບເງົາສັ້ນ stop-motion ທີ່ມີພະລັງຫຼາຍ ນອກຈາກເນື້ອເລື່ອງທີ່ສະທ້ອນເຖິງບັນຫາດັ່ງກ່າວແລ້ວ ຍັງມີນັກສະແດງລະດັບໂລກຫຼາຍຄົນມາໃຫ້ສຽງພາກ ເຊິ່ງມີ Taika Waititi ຜູ້ທີ່ໄດ້ຮັບຮາງວັນອອສກາມາພາກເປັນກະຕ່າຍ Ralph, Gervais ໃຫ້ສຽງເປັນຜູ້ສຳພາດ, Zac Efron ເປັນ Bobby, Olivia Munn ເປັນ Marshmallow, Pom Klementieff ເປັນ Cinnamon ແລະ Tricia Helfe ເປັນ Cottonballs. ນອກຈາກນັ້ນຍັງໄດ້ Spencer Susser ມາເປັນຜູ້ອຳນວຍການສ້າງຮູບເງົາສັ້ນເລື່ອງນີ້.

ເນື້ອເລື່ອງແມ່ນເວົ້າເຖິງຄວາມໂຫດຮ້າຍໃນອຸດສາຫະກຳເຄື່ອງສຳອາງທີ່ໃຊ້ສັດໃນການທົດລອງ ເພື່ອທົດສອບກ່ອນນຳໄປໃຊ້ໃນມະນຸດ ເຊິ່ງເລົ່າຈາກມຸມມອງຂອງກະຕ່າຍ Ralph ທີ່ຖືກທົດທອງ, ໂດຍ Ralph ໄດ້ເລົ່າວ່າບໍ່ແມ່ນແຕ່ລາວເທົ່ານັ້ນ ແຕ່ລວມທັງພໍ່,​ ແມ່, ອ້າຍເອື້ອຍນ້ອງ ແລະ ລູກໆຂອງລາວກໍຖືກນຳມາທົດລອງ ແລະ ທຸກໆຕົວແມ່ນໄດ້ຕາຍໃນໜ້າທີ່. ມີຕອນໜຶ່ງທີ່ໜ້າສະເທືອນໃຈຫຼາຍ ເມື່ອ Ralph ບອກວ່າ “ບໍ່ເປັນຫຍັງດອກ ມັນເປັນໜ້າທີ່ຂອງເຮົາ ເຮົາເກີດມາເພື່ອສິ່ງນີ້ ແລະ ມັນເຮັດໃຫ້ເຮົາມີຄວາມສຸກໃນໜ້າທີ່” ແຕ່ລາວມີນ້ຳຕາໄຫຼຕອນເວົ້າ.

ຍັງມີອີກຫຼາຍຕອນທີ່ໜ້າສະເທືອນໃຈ ແລະ ປິດທ້າຍວິດີໂອດ້ວຍຄຳວ່າ “No animal should suffer and die in the name of beauty” ຫຼື ແປວ່າ “ບໍ່ຄວນມີສັດທີ່ຕ້ອງຕາຍໃນນາມຂອງຄວາມງາມ”

ເບິ່ງວິດີໂອດັ່ງກ່າວໄດ້ທີ່:

ຫຼັງຈາກທີ່ວິດີໂອນີ້ຖືກປ່ອຍອອກມາ ກໍກາຍເປັນກະແສໃນສັງຄົມໂຊຊຽວມີເດຍທັນທີ ຈົນໃນ Twitter ແຮສແທັກ #SaveRalph ຂຶ້ນເທຣນໂລກ, ມີຄົນອອກມາເຫັນດີນຳ,​ ຄົນທີ່ອອກມາໃຫ້ຂໍ້ມູນເລື່ອງດັ່ງກ່າວ ແລະ ໃຫ້ຂໍ້ມູນຊື່ແບຣນທີ່ທົດລອງກັບສັດ ລວມເຖິງຄົນທີ່ຢາກໃຫ້ທຸກຄົນຊ່ວຍຄຳນຶງເຖິງຄວາມເປັນຈິງນຳ.

ເລື່ອງລາວຂອງ #SaveRalph ກາຍເປັນກະແສທີ່ສະທ້ອນໃຫ້ເຫັນເຖິງຄວາມໂຫດຮ້າຍໃນການທົດລອງກັບສັດທີ່ເຮົາຄາດບໍ່ເຖິງນັບບໍ່ຖ້ວນໃນທົ່ວໂລກ ເພື່ອໃຫ້ຜູ້ບໍລິໂພກໄດ້ຄຳນຶງເຖິງຄວາມໂຫດຮ້າຍກ່ອນມັນຈະກາຍມາເປັນຜະລິດຕະພັນເຄື່ອງສຳອາງທີ່ເຮົາໃຊ້ກັນ ແລະ ເປັນທາງເລືອກໃຫ້ເຮົາວ່າຈະຍັງໃຊ້ຜະລິດຕະພັນທີ່ທົດລອງໃນສັດຢູ່ບໍ່.

ໃນຂະນະດຽວກັນກໍມີບາງຄົນທີ່ອອກມາໃຫ້ຂໍ້ມູນວ່າ ຄວາມຈິງແລ້ວມັນບໍ່ໄດ້ໂຫດຮ້າຍປານນັ້ນ ມັນມີກົດໝາຍຄຸ້ມຄອງສັດຢູ່, ສັດດັ່ງກ່າວຖືກລ້ຽງດູມາເປັນຢ່າງດີເພື່ອມາທົດລອງໂດຍສະເພາະ ແລະ ມີລາຄາທີ່ແພງຫຼາຍ ຖ້າຫາກວ່າທົດລອງໄປແລ້ວສັດເກີດຄວາມທໍລະມານ ຈະກາລຸນຍະຄາດທັນທີ (ສັກຢາໃຫ້ຫົວໃຈຢຸດເຕັ້ນ ແລ້ວຕາຍ) ພ້ອມດຽວກັນນັ້ນ ຢາກໃຫ້ເຂົ້າໃຈຜູ້ຜະລິດນຳວ່າຕ້ອງຄຳນຶງເຖິງຄວາມປອດໄພຂອງມະນຸດໄວ້ກ່ອນ ຖ້າບໍ່ແມ່ນສັດພວກນີ້ ກໍຈະແມ່ນມະນຸດເອງເປັນຜູ້ຖືກທົດລອງ.

ຂອບໃຈຂໍ້ມູນຈາກ:
https://bit.ly/3anPXzU
https://bit.ly/3txjZc2
https://bit.ly/3drieaG
https://bit.ly/32raGhN
https://bit.ly/2Qx2B8C
https://bit.ly/3tA3En0

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/