ລັດຖະບານມີແຜນສືບຕໍ່ ສັກຢາວັກຊີນໃຫ້ພົນລະເມືອງໃນປີ 2021 ໃຫ້ໄດ້ 20/100 ປີ 2022 ໃຫ້ໄດ້ 70/100 ຂອງພົນລະເມືອງທັງໝົດ


ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າເສດຖະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບສະພາບການ ແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ເພື່ອເປັນການຮັບມືຕໍ່ກັບສະພາບດັ່ງກ່າວ, ລັດຖະບານໄດ້ກະກຽມຄວາມພ້ອມ ແລະ ສະກັດກັ້ນແຕ່ຫົວທີ.

ໂດຍໄດ້ອອກຄຳສັ່ງ ແລະ ໄດ້ປັບປຸງການແຜ່ລະບາດຂອງພະຍາດໂຄວິດ ໃຫ້ສອດຄ່ອງແຕ່ລະໄລຍະ ອີງໃສ່ການລະບາດຢູ່ບັນດາປະເທດໃນໂລກ ໂດຍສະເພາະປະເທດທີ່ມີຊາຍແດນຕິດຈອດກັບປະເທດເຮົາ ສົມທົບກັບໄລຍະນີ້ຍັງມີແຮງງານທີ່ເດີນທາງມາຈາກປະເທດ ທີ່ມີການລະບາດຂອງພະຍາດ ຂອງປະເທດເຮົາ.

ເມື່ອເປັນດັ່ງນັ້ນ ຕ້ອງໄດ້ພ້ອມກັນມີສະຕິລະວັງຕົວໃຫ້ສູງຂຶ້ນກວ່າເກົ່າ ແລະ ພ້ອມກັນເອົາໃຈໃສ່ປະຕິບັດໃຫ້ເຂັ້ມງວດ ໃນການປະຕິບັດມາດຕະການທີ່ຄະນະສະເພາະກິດໄດ້ວາງອອກເຊັ່ນ: ສືບຕໍ່ປະຕິບັດຄຳສັ່ງ; ຄຳແນະນຳ; ແຈ້ງການ ທີ່ອອກແລ້ວໃຫ້ເຂັ້ມງວດ, ໂດຍສະເພາະຄຳສັ່ງກ່ຽວກັບການເພີ່ມທະວີການປະຕິບັດບັນດາມາດຕະການ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວຫາທ້າຍເດືອນເມສາ.

ຈັດຕັ້ງການສັກວັກຊີນປ້ອງກັນໂຄວິດ-19 ຢ່າງເລັ່ງດ່ວນ ໂດຍສະເພາະສຸມໃສ່ ສັກໃຫ້ກຸ່ມອາຊີບທີ່ໃຫ້ບໍລິການສາທາລະນະ ແລະ ຂະຫຍາຍໄປທຸກສາຂາອາຊີບຕາມແຜນທີ່ວາງໄວ້. ສະນັ້ນ ທາງພັກ-ລັດ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ຕື່ນຕົວສະໝັກໃຈໄປສັກວັກຊີນ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ທົ່ວສັງຄົມ.

ຢາວັກຊີນ ແມ່ນໄດ້ຮັບການຢັ້ງຢືນຈາກອົງການສາກົນຫຼາຍປະເທດໃນໂລກ ແລະ ໄດ້ນຳໃຊ້ການສັກຢາວັກຊີນໃຫ້ກັບກຸ່ມເປົ້າໝາຍ ໃນໄລຍະທີ່ຜ່ານມາບໍ່ມີຜົນຂ້າງຄຽງທີ່ຮ້າຍແຮງເກີດຂຶ້ນ. ພ້ອມກັນນີ້ ກໍຍັງສະເໜີໃຫ້ມາຍັງພາກສ່ວນທຸລະກິດ ເປັນເຈົ້າການປະກອບສ່ວນສະໜັບສະໜູນ ແຜນການສັກຢາວັກຊີນ ໂດຍຜ່ານກະຊວງສາທາລະນະສຸກ ເພີ່ມທະວີການຕິດຕາມກວດກາຂອບເຂດບໍລິເວນລຽບຕາມຊາຍແດນຢ່າງເຄັ່ງຄັດ ເພື່ອປ້ອງກັນການລັກລອບເຂົ້າປະເທດ. ແລະລັດຖະບານມີແຜນສືບຕໍ່ ສັກຢາວັກຊີນໃຫ້ພົນລະເມືອງໃນປີ 2021 ໃຫ້ໄດ້ 10/100 ປີ 2022 ໃຫ້ໄດ້ 70/100 ຂອງພົນລະເມືອງທັງໝົດ.

ທີ່ມາ:
https://fb.watch/4V0tTZhqq4/
https://www.facebook.com/uniceflaos/posts/3855873861132659

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/