ນັກອອກແບບປ່ຽນຈາກເຄື່ອງນຸ່ງເກົ່າ ແລະ ເສດຜ້າ ກາຍເປັນວັດສະດຸກໍ່ສ້າງ ແລະ ເຟີນິເຈີ


FabBRICKS ເປັນຊື່ເອີ້ນຂອງກ້ອນດິນຈີ່ທີ່ບໍ່ໄດ້ເຮັດມາຈາກດິນ ແຕ່ເຮັດມາຈາກເຄື່ອງນຸ່ງເກົ່າ ແລະ ເສດຜ້າເຫຼືອຖິ້ມເອົາມາຣີໄຊເຄິນ, ເນື່ອງຈາກທາງທີມງານ FabBRICKS ແນມເຫັນເຖິງບັນຫາທີ່ຊັບພະຍາກອນທຳມະຊາດ ຄ່ອຍໆໝົດລົງໄປເທື່ອລະໜ້ອຍ ຈຶ່ງໄດ້ເກີດແນວຄວາມຄິດເອົາຂີ້ເຫຍື້ອແຟຊັນກັບຄືນມາຣີໄຊເຄິນເປັນວັດສະດຸກໍ່ສ້າງທີ່ເປັນນະວັດຕະກຳໃໝ່ນີ້.

Clarisse Merlet ທີ່ເປັນນັກສຶກສາຢູ່ຄະນະສະຖາປັດ ທີ່ປະເທດຝຣັ່ງ ເປັນຜູ້ກໍ່ຕັ້ງ FabBRICKS ຫຼັງຈາກທີ່ພົບວ່າ ການກໍ່ສ້າງສາມາດສ້າງມົນລະພິດ ແລະ ໃຊ້ພະລັງງານຫຼາຍ ລາວຈຶ່ງຫາທາງເລືອກໃໝ່ທີ່ຕ່າງກັບແບບເກົ່າ, Clarisse ຈຶ່ງທົດລອງເອົາຂີ້ເຫຍື້ອຕ່າງໆເຊັ່ນ: ພລາສຕິກ, ກ່ອງເຈ້ຍແຂັງ… ມານຳໃຊ້ໃນຕອນທຳອິດ. ຫຼັງຈາກນັ້ນ ລາວກໍໄດ້ພົບວ່າອຸດສາຫະກຳແຟຊັນ ສ້າງມົນລະພິດທາງສິ່ງແວດລ້ອມຢ່າງມະຫາສານ ແຕ່ມີການຣີໄຊເຄິນໜ້ອຍກວ່າປະເພດອື່ນ ລາວບອກວ່າຂີ້ເຫຍື້ອແຟຊັນພວກນີ້ເປັນວັດຖຸດິບຢ່າງດີ ໃນການເອົາມາຣີໄຊເຄິນເປັນວັດສະດຸກໍ່ສ້າງ.

ວິທີການໃນການຜະລິດ ແມ່ນເອົາເສດຜ້າມາແຍກສີ ແລ້ວເອົາໄປປັ່ນປະສົມບົດກັບກາວທີ່ເປັນມິດກັບສິ່ງແວດລ້ອມ ທີ່ຖືກພັດທະນາຂຶ້ນມາເປັນພິເສດ ແລ້ວຈຶ່ງນຳມາຂຶ້ນຊົງເປັນກ້ອນດິນຈີ່ທີ່ອັດແໜ້ນ ແລະ ແຂງແຮງ.

ນອກຈາກເສດເຄື່ອງນຸ່ງແລ້ວ ພວກເຂົາຍັງເອົາຜ້າປິດປາກອະນາໄມທີ່ໃຊ້ເທື່ອດຽວແລ້ວຖິ້ມ ມາຣີໄຊເຄິນເປັນດິນຈີ່ໃນຮູບແບບດຽວກັນອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

https://bit.ly/3tkgDc5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/