ນິວຊີແລນອອກແຄັມເປນຢຸດທ່ຽວຮຽນແບບຄົນອື່ນ ໃຫ້ຫັນມາທ່ຽວໃນມຸມມອງຂອງຕົນເອງ


ເຄີຍບໍ່ ເວລາທີ່ເຮົາໄປທ່ອງທ່ຽວສະຖານທີ່ໃດໜຶ່ງທີ່ໜ້າປະທັບໃຈ ເຮົາກໍຢາກເກັບພາບເຫຼົ່ານັ້ນໄວ້ ແລະ ອັບໂຫຼດລົງໂຊຊຽວມີເດຍໃຫ້ຫຼາຍຄົນໄດ້ເຫັນນຳກັນ, ລວມທັງຍຸກນີ້ ນັກຣີວິວ, Bloger, YouTuber ຕ່າງໆທີ່ຜະລິດເນື້ອຫາກ່ຽວກັບການທ່ອງທ່ຽວນັ້ນເກີດຂຶ້ນມາຫຼາຍ. ເວລາທີ່ເຮົາໄດ້ຮັບຂໍ້ມູນເຫຼົ່ານັ້ນ ມັນອາດຈະເຮັດໃຫ້ເຮົາຢາກລອງໄປເບິ່ງ, ຢາກທ່ຽວແບບນັ້ນເບິ່ງ ກໍ່ໃຫ້ເກີດຄ່ານິຍົມທ່ຽວຕາມຮອຍກັນ ຈົນບາງເທື່ອກໍລືມໄປວ່າຈຸດປະສົງການທ່ຽວຂອງແຕ່ລະຄົນນັ້ນບໍ່ຄືກັນ ຫຼື ບໍ່ເໝາະກັບຕົນເອງ.

ການທ່ອງທ່ຽວຂອງປະເທດນິວຊີແລນ ຈຶ່ງຕ້ອງການໃຫ້ຄົນຢຸດເດີນທາງຮຽນແບບກະແສຂອງໂຊຊຽວມີເດຍ ດ້ວຍແຄັມເປນທີ່ມາເປັນຊຸດວີດີໂອຕະຫຼົກ ມາກະຕຸ້ນໃຫ້ຄົນເບິ່ງ ຫຼີກເວັ້ນການທ່ອງທ່ຽວທີ່ຮຽນແບບພາບຖ່າຍທາງໂຊຊຽວມີເດຍ ເຊິ່ງມີຈຸດປະສົງຢາກໃຫ້ທຸກຄົນໄດ້ລອງແບ່ງປັນມຸມມອງໃໝ່ໆຂອງສະຖານທີ່ທ່ອງທ່ຽວທີ່ໃນປະເທດມີຢູ່ຢ່າງຫຼວງຫຼາຍ.

ແຄັມເປນ “Please Don’t Travel Under The Social Influence”  ເນັ້ນໃຫ້ນັກທ່ຽວຄຳນຶງ ແລະ ຫຼີກເວັ້ນການທ່ຽວຕາມກະແສທີ່ຄືກັນໄປໝົດ ຫຼື ພະຍາຍາມຖ່າຍຮູບໃຫ້ຄືກັບບັນດາຄົນດັງ ເພາະວ່ານອກຈາກຈະເຮັດໃຫ້ເຮົາຄືກັບຄົນອື່ນໆ ໄປບ່ອນຊ້ຳໆກັນແລ້ວ ອາດຈະສາມາດເກີດອັນຕະລາຍໄດ້ໃນບາງສະຖານທີ່ ຫຼື ບາງສະຖານະການອີກດ້ວຍ. ນອກຈາກເຫດຜົນທາງເທິງແລ້ວ ການທ່ຽວໃນແບບຂອງຕົນເອງ ຈະເຮັດໃຫ້ເຮົາສະບາຍໃຈກວ່າ ແລະ ຍັງເປັນການໂຄສະນາສະຖານທີ່ທ່ອງທ່ຽວບ່ອນອື່ນໆນຳອີກ.

ຂອບໃຈຂໍ້ມມູນຈາກ:

https://www.thepassport.travel/travel-update/report/new-zealand-please-dont-travel-under-the-social-influence?fbclid=IwAR11VA6MEKXgttDlnwrKL0LCy-kvGZ-GcP0YRB6bX9H6nPuStbZAgn9yKiM